7036

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 27.05.2025 ປີທີ 24 ສະບັບທີ 6.191ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K c9h 'dko0v'dt-;'dko8j k'xtgmf g]0kmy dko.spj goA o.sh ]a f4t[koln [8+ cdh w0[a osk g7aj 'Ih vo fh koglf4tdy f8y fra o[a osksp= h m= h.ola '7q , okpq d]a f4t,q o8u csj ' lxx ]k; g0Q kIj ;,dv'xt-5 , l5 fpvfvk-Po 7A 'mu 46 c]t dv'xt-5 ,dj P;0h v' z6h cmo]k; g0Q kIj ;,dv'xt-5 ,]a f4t,q o8u 8j k'xtgmfvk-Po c]t dv'xt-5 ,dj P;0h v' gxu fdv'xt-5 ,.spj co;]k;lh k'-kf g,n v'ok-kpmv' 7A 'mu VIII ]k;{wm ln [8+ Ia fc|h o dkorq ;ra oIj ;,,n lv'/j kp ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງຣາ ຊະອານາຈັກໄທ, ທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ກອງປະຊຸມໃຫຍ່ແນວ ລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງ ດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມ ຂະບວນການແຂ່ງຂັນຮັກຊາດແລະ ພັດທະນາ, ປັບປຸງອົງການແນວ ລາວສ້າງຊາດ ຕິດພັນກັບວຽກ ງານ 3 ສ້າງ” ໂດຍການເປັນປະ ທານຂອງ ທ່ານ ສາຄອນ ໃສສະ ອາດ ປະທານແນວລາວສ້າງຊາດ ເມືອງນາຊາຍທອງ ໂດຍມີ ທ່ານ ຖະໜອມ ທຳທອງ ກຳມະການປະ ຈຳພັກ, ປະທານແນວລາວສ້າງ ຊາດ ນະຄອນຫລວງວຽງຈັນ, ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າ ເມືອງນາຊາຍທອງ, ມີຜູ້ຕາງໜ້າ ຈາກບັນດາຫ້ອງການອ້ອມຂ້າງ ເມືອງ, ຄະນະກຳມະການແນວລາວ ສ້າງຊາດ ເມືອງນາຊາຍທອງ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຮັບຟັງ ການຜ່ານຮ່າງບົດລາຍງານການ ເມືອງທັງສອງພາກ ເຊິ່ງຕີລາຄາ ຄືນຜົນງານໃນການຈັດຕັ້ງປະຕິບັດ ວຽກງານຂອງຄະນະກຳມະການ ຂປລ. ປັດຈຸບັນ, ຄະນະບໍລິຫານ ງານສູນກາງພັກ ຍັງມີຄວາມເປັນ ຫ່ວງເປັນໄຍ ຕໍ່ສະພາບຄວາມເຄັ່ງ ຮ້ອນ, ຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ການເໜັງຕີງຂອງ ອັດຕາແລກປ່ຽນ, ຄ່າຄອງຊີບ-ລາ ຄາສິນຄ້າ, ບັນຫາຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ ທີ່ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກ ງານ, ທະຫານ, ຕໍາຫລວດ ໂດຍໄດ້ ສະເໜີໃຫ້ລັດຖະບານ, ອົງການ ປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ສຸມ ໃສ່ແກ້ໄຂບັນຫາດັ່ງກ່າວ ໃຫ້ຕົກ ໄປເປັນກ້າວໆ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໃນກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ທີ່ຈັດຂຶ້ນ ຂປລ. ໃນວັນທີ 25 ພຶດສະ ພາ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມຄະນະກຳ ມະການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສຽງໃຕ້, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ,v[{Ia [ .[1A '1n o|j ;pra dxvf.l g0A ,c0' |a dc|h o xu 2024 ຂປລ. ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາ ຊະອານາຈັກໄທ ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 22 ພຶດສະພາ 2025, ໃຫ້ກຽດມອບໂດຍ ສະຫາຍ ທອງ ສະຫວັນ ພົມວິຫານ ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີກະ ຊວງການຕ່າງປະເທດ ໃນໂອກາດ ເດີນທາງຢ້ຽມຢາມ ຣາຊະອານາ ຈັກໄທ ຢ່າງເປັນທາງການ ໂດຍມີ ສະຫາຍ ຄໍາພັນ ອັ່ນລາວັນ ເລຂາ ໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອາ ນາຈັກໄທ ໄດ້ຕາງໜ້າໃຫ້ໜ່ວຍ ພັກສະຖານທູດ ເປັນຜູ້ຂຶ້ນຮັບ ຊຶ່ງ ເປັນຄັ້ງທຳອິດທີ່ສະຖານທູດໄດ້ຮັບ ນາມມະຍົດໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ໃນໂອກາດນີ້, ສະຫາຍ ທອງ ສະຫວັນ ພົມວິຫານ ຍັງໄດ້ເປັນ ກຽດປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ໃຫ້ແກ່ ທ່ານ ຄໍາພັນ ອັ່ນລາ ວັນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ ຂອງກະ F ອ່ານຕໍ່ໜ້າ 2່ າໍ່ ໜ້າ Iv'okpq d]a f4t,q o8u g0Q kIj ;,gxu f'ko ;k'ltcf'ly o7h klkdq orkd8kg;a o8q d9u o 7A 'mu 20 ຂປລ. ໃນວັນທີ 25 ພຶດສະພາ 2025 ນີ້, ທ່ານ ກິແກ້ວ ໄຂຄໍາພິ ທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນປະເທດ ກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ ກຽດຂຶ້ນກ່າວຄໍາປາໄສ ໃນພິທີເປີດ ງານວາງສະແດງສິນຄ້າສາກົນ ພາກຕາເວັນຕົກຈີນ ຄັ້ງທີ 20 ທີ່ນະ ຄອນເສິນຕູ, ແຂວງເສສວນ, ສປ ຈີນ ພາຍໃຕ້ຫົວຂໍ້: “ການປະຕິຮູບ ຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍ F ອ່ານຕໍ່ໜ້າ 2່ າໍ່ ໜ້າ lts]5 [8u ]k7k;Pd'ko xa [x5 ']a f4tme,to6 o ຂປລ. ກອງປະຊຸມສະຫລຸບຕີລາ ຄາ ການເຄື່ອນໄຫວວຽກງານປັບ ປຸງລັດຖະທຳມະນູນ ຈັດຂຶ້ນໃນວັນ ທີ 26 ພຶດສະພາ 2025 ໂດຍການ ເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາ ແຫ່ງຊາດ, ຮອງປະທານຜູ້ປະຈຳ ການ ແລະ ຫົວໜ້າກອງເລຂາຄະ ນະກຳມະການ ລະດັບຊາດປັບປຸງ ລັດຖະທຳມະນູນ (ຄລຊ), ມີຄະນະ ກຳມະການລະດັບຊາດ ປັບປຸງລັດ ຖະທຳມະນູນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ຈະເລີນ ເຢຍປາວເຮີ ໄດ້ ໃຫ້ຮູ້ວ່າ: ຕະຫລອດ 1 ປີ ຜ່ານມາ ຄະນະກໍາມະການລະດັບຊາດ ປັບ ປຸງລັດຖະທຳມະນູນ ໄດ້ວາງແຜນ ວຽກ, ແຜນດຳເນີນງານ, ການ ແບ່ງງານພາຍໃນ, ຈັດຕັ້ງກອງເລ ຂາ ແລະ ອະນຸກໍາມະການຕ່າງໆ, ພ້ອມທັງໄດ້ປະສານສົມທົບກັບທຸກ ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າ, ປັບປຸງ ຮ່າງລັດຖະທຳມະນູນ ແລະ ຂໍທິດຊີ້ ນຳຈາກກົມການເມືອງ ແລະ ຄະນະ ເລຂາທິການສູນກາງພັກ, ຈາກຄະ ນະບໍລິຫານງານສູນກາງພັກ ເຮັດ ໃຫ້ວຽກງານປັບປຸງລັດຖະທຳມະ ນູນ ໄດ້ບັນລຸຜົນສຳເລັດ ເຊິ່ງສະ ແດງອອກໃນການລົງຄະແນນສຽງ ຂອງສະມາຊິກສະພາແຫ່ງຊາດ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດ ຂອງອາຊີ ຄັ້ງທີ 30 ພາຍໃຕ້ຫົວຂໍ້: ‘‘ສິ່ງທ້າທາຍສຳລັບອາຊີ ໃນໂລກທີ່ມີຄວາມ ຜັນແປຢ່າງສັບສົນ (Asia’s Challenge in a Turbulent World)’’ ຊຶ່ງ ຈະຈັດຂຶ້ນໃນລະຫວ່າງວັນທີ 29-30 ພຶດສະພາ 2025 ທີ່ ນະຄອນຫລວງ ໂຕກຽວ, ປະເທດຍີ່ປຸ່ນ. ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ໄດ້ຈັດຂຶ້ນທຸກໆປີ ໂດຍສໍາ ນັກຂ່າວໜັງສືພິມ ນິກເກອິ ຂອງປະເທດຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ, ເຊິ່ງ ໄດ້ເຊື້ອເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ພາກເອກະ ຊົນ ລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸທິ, ປະທານອົງການ, ສະຖາບັນຕ່າງໆ ທັງພາກພື້ນ ແລະ ສາກົນ ຂອງພາກພື້ນອາຊີເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຮ່ວມກັນ ຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ. ໃນໂອກາດເດີນທາງຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງມີແຜນເຂົ້າຢ້ຽມພົບປະກັບ ສົມເດັດ ເຈົ້າ ຈັກກະພັດ ນາຣຸຮິໂຕະ (His Majesty the Emperor NARUHITO), ພົບປະກັບ ທ່ານ ອິຊິບະ ຊິເງະຣຸ (H.E. ISHIBA Shigeru) ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ແລະ ຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ອີກດ້ວຍ. ຂປລ. ວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ, ປະເທດມາ ເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາ ຊຽນ ຄັ້ງທີ 46 ໂດຍການເປັນ ປະທານຂອງມາເລເຊຍພາຍໃຕ້ຄຳ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 27/05/2025 xtgmf]k; ເລຂາທິການໃຫຍ່...ິ່ ສະຫລຸບຕີລາຄາ...ຸີ ໃນທ້າຍອາທິດຜ່ານມາ ໂດຍໃຫ້ລັດ ຖະບານ, ອົງການປົກຄອງແຕ່ລະ ຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຊີ້ນໍາການແກ້ໄຂບັນຫາເຄັ່ງ ຮ້ອນ ທາງດ້ານເສດຖະກິດ-ການ ເງິນ ຕິດພັນກັບບັນຫາຫຍໍ້ທໍ້ໃນສັງ ຄົມໃຫ້ໄວ, ໃຫ້ທ່ວງທັນກັບສະ ພາບການ ໂດຍສະເພາະການແກ້ໄຂ ບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນ ສິນຄ້າ, ທັງມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການວາງມາດຕະ ການຕ້ານແລ້ງ-ຕ້ານຖ້ວມ, ການ ລະບາດຂອງພະຍາດ ກໍຄື ການ ຮັບມືກັບໄພພິບັດຕ່າງໆ, ລວມເຖິງ ບັນຫາອັກຄີໄພທີ່ເຫັນວ່າ ເກີດຂຶ້ນ ຢ່າງຕໍ່ເນື່ອງ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້ ເອົາໃຈໃສ່ຊີ້ນໍາ ການຫັນລົງກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບ ຮັບຮອງເອົາລັດຖະທຳມະນູນ ສະ ບັບປີ 2025 ໃນກອງປະຊຸມສະໄໝ ວິສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ບັນລຸຜົນສູງເຖິງ 99,35% ຂອງຈໍານວນສະມາຊິກ ສະພາແຫ່ງຊາດທັງໝົດ. ໂອກາດ ນີ້, ທ່ານ ຈະເລີນ ເຢຍປາວເຮີ ຍັງ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄວາມເຫັນ ຢ່າງຈິງຈັງ ແລະ ແທດຕົວຈິງ ຕໍ່ ບົດສະຫລຸບຕີລາຄາກ່ຽວກັບ ການ ເຄື່ອນໄຫວວຽກງານປັບປຸງລັດ ຖະທໍາມະນູນ ຂອງຄະນະກຳມະ ການລະດັບຊາດ ໃຫ້ເຫັນໄດ້ຜົນ ສຳເລັດ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນກ່ຽວກັບການປັບປຸງລັດ ຖະທໍາມະນູນ. ໂອກາດນີ້,ທ່ານສຸບັນສະວະບຸດ ປະທານກຳມະທິການວຽກງານ ສະມາຊິກສະພາແຫ່ງຊາດ, ຄະນະ ກຳມະການລະດັບຊາດ ປັບປຸງ ລັດຖະທຳມະນູນ ໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວວຽກງານ ດ້ານຕາມແຜນພັດທະນາຂອງ ເມືອງ ແລະ ຂອງຕາແສງ ເພື່ອແກ້ ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຄະນະພັກທຸກຂັ້ນ ຕ້ອງຖືເອົາ ວຽກງານນີ້ ເປັນຄວາມຮັບຜິດ ຊອບໂດຍກົງຂອງຕົນ, ສຸມໃສ່ເຂດ ພູດອຍຫ່າງໄກສອກຫລີກ ແລະ ຈຸດ ຫລໍ່ແຫລມຕ່າງໆ ຈັດສັນງົບປະ ມານ ເພື່ອສ້າງ ແລະ ປັບປຸງໂຄງ ລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນວຽກທີ່ຕ້ອງ ເຮັດເປັນປະຈໍາ ແລະ ຕໍ່ເນື່ອງ; ໃຫ້ ສືບຕໍ່ນໍາພາຊີ້ນໍາການປັບປຸງກົງຈັກ ການຈັດຕັ້ງຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງ ຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີ ຜົນສໍາເລັດ ແລະ ທັນຕາມກໍານົດ ເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍ ຮີບຮ້ອນສືບຕໍ່ກະກຽມຄວາມພ້ອມ ດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ ມີແຜນກໍານົດສ້າງຕັ້ງຕິດພັນກັບ ແຜນຄົນ, ແຜນວຽກ (ຂະແໜງ ການ) ແລະ ແຜນງົບປະມານ. ພ້ອມກັນນີ້, ໃຫ້ສືບຕໍ່ຊີ້ນຳການ ຍູ້ຂະບວນການ ກະກຽມກອງປະ ຊຸມໃຫຍ່ຄັ້ງທີ 12 ຂອງພັກ ໃຫ້ເປັນ ຂະບວນການກວ້າງຂວາງ, ນໍາ ເອົາບັນດາເອກະສານກອງປະຊຸມ ໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບ ທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ; ໃຫ້ກະກຽມ ການດໍາເນີນຊີວິດການເມືອງ ທ້າຍ ສະໄໝ ຂອງຄະນະບໍລິຫານງານ ພັກ ກະຊວງ, ອົງການ, ນະຄອນ ຫລວງ, ແຂວງ ແລະ ຄະນະບໍລິ ຫານງານສູນກາງພັກ ສະໄໝທີ 11 ຕິດພັນກັບການກະກຽມບຸກຄະ ລາກອນ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ຕາມຫລັກການ, ຂັ້ນ ຕອນ, ລະບຽບການຢ່າງຮັດກຸມ ແລະ ເຂັ້ມງວດ. ຂໍ້ມູນ-ພາບ: ຫ້ອງວ່າການສູນ ກາງພັກ; ຂ່າວ: ທະນູທອງ ແຮງຂັບເຄື່ອນໃນການເປີດກວ້າງ ເພື່ອສົ່ງເສີມການພັດທະນາ”. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມ ສໍາຄັນໃນການຈັດງານວາງສະ ແດງສາກົນດັ່ງກ່າວ ເພື່ອສົ່ງເສີມ ການເປີດກວ້າງຕະຫລາດທີ່ເປັນ ທ່າແຮງໃນພາກຕາເວັນຕົກ ຂອງ ສປ ຈີນ ສູ່ສາກົນ ຕາມແນວທາງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໂດຍແນ ໃສ່ຊຸກຍູ້ສົ່ງເສີມການແລກປ່ຽນ, ການຮ່ວມມືລະດັບສູງໃນພາກພື້ນ ແລະ ສົ່ງເສີມການພັດທະນາລະບົບ ອຸດສາຫະກໍາສະໄໝໃໝ່. ງານວາງ ສະແດງດັ່ງກ່າວ, ເປັນເວທີໜຶ່ງທີ່ ສໍາຄັນໃນການເປີດໂອກາດໃຫ້ແກ່ ພາກລັດ ແລະ ພາກເອກະຊົນ ໄດ້ ແລກປ່ຽນຂໍ້ມູນຂ່າວສານ, ບົດ ຮຽນ ແລະ ປະສົບການໃນດ້ານ ຕ່າງໆຮ່ວມກັນ ໂດຍສະເພາະຂະ ແໜງການນະວັດຕະກໍາເຕັກໂນໂລ ຊີທັນສະໄໝ ເພື່ອອໍານວຍຄວາມ ສະດວກໃຫ້ແກ່ ອຸດສາຫະກໍາການ ຜະລິດ ແລະ ການບໍລິການໃນຍຸກ ສະໄໝໃໝ່. ພ້ອມກັນນີ້, ຍັງເປັນ ການເປີດໂອກາດໃຫ້ແກ່ພາກທຸລະ ກິດ ແລະ ຜູ້ປະກອບການທີ່ມາຈາກ ປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະ ກິດ ແລະ ຮັດແໜ້ນການຮ່ວມມື ທາງດ້ານການຄ້າ ແລະ ການລົງ ທຶນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງ ແນວທາງນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີ ຊາຍແດນຕິດຈອດທະເລ ໄປສູ່ປະ ເທດເຊື່ອມຈອດກັບພາກພື້ນ ທີ່ໄດ້ ສອດຄ່ອງຕໍ່ກັບນະໂຍບາຍ ໜຶ່ງ ແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍສະເພາະ ການເປີດນໍາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ, ເສັ້ນທາງ ຂົນສົ່ງໂດຍສານລະຫວ່າງນະຄອນ ຫລວງວຽງຈັນ-ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ເພື່ອສົ່ງ ເສີມການໄປມາຫາສູ່ກັນ, ການຂົນ ສົ່ງ, ການຄ້າຂາຍ ໃຫ້ກວ້າງຂວາງ ຂຶ້ນກວ່າເກົ່າ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນ ຊວນບັນດາພາກທຸລະກິດ ແລະ ນັກ ລົງທຶນຈາກປະເທດຕ່າງໆ ເຂົ້າມາ ທ່ອງທ່ຽວ ແລະ ສຶກສາໂອກາດ ໃນການຮ່ວມມື ແລະ ລົງທຶນ ໃນ ຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະຂະແໜງ ການພັດທະນາກະສິກໍາ-ປ່າໄມ້ສະ ອາດ, ພະລັງງານທົດແທນ, ສີຂຽວ ແລະ ຍືນຍົງ ອີກດ້ວຍ. ໃນໂອກາດດຽວກັນນີ້, ການ ນຳຂັ້ນສູງຂອງ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມເປັນສັກຂີພິຍານ ໃນການຕັດແຖບຜ້າຫ້ອງວາງສະ ແດງຂອງລາວ. ຫລັງຈາກນັ້ນ, ກໍໄດ້ຢ້ຽມຢາມຫ້ອງວາງສະແດງ ຕ່າງໆ ພາຍໃນງານ ຕື່ມອີກ. ຂ່າວ: ກປທ; ພາບ: ຫສນຍ ຮອງນາຍົກລັດຖະມົນຕີ...ົັົີ ການປັບປຸງລັດຖະທຳມະນູນ, ຜົນ ສຳເລັດອັນພົ້ນເດັ່ນໂດຍສະເພາະ ແມ່ນການຫັນມະຕິຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການສຶບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ສູ່ ລວງເລິກ, ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງ ພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າການໄລຍະໃໝ່ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ສະບັບປີ 2025 ເຊິ່ງເປັນການປັບ ປຸງນິຕິກຳສູງສຸດ ຂອງລັດເຮົາ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກ ໃນໄລຍະໃໝ່ ແນໃສ່ປັບ ປຸງລະບົບອຳນາດແຫ່ງລັດໃຫ້ເຂັ້ມ ແຂງ, ມີຄຸນນະພາບ ແລະ ປະສິດທິ ພາບສູງຂຶ້ນ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ທັງເປັນບ່ອນອີງພື້ນຖານ ໃຫ້ແກ່ການສ້າງ ແລະ ປັບປຸງກົດ ໝາຍ ກໍຄື ນິຕິກຳໃຕ້ກົດໝາຍໃນຕໍ່ ໜ້າ ໃຫ້ຮັບປະກັນແນວທາງການ ເມືອງຂອງພັກ ແລະ ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່. ຂ່າວ: ກິດຕາ ກອງປະຊຸມສະພາປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງ ທີ 29, ກອງປະຊຸມສະພາປະສານ ງານອາຊຽນ ຄັ້ງທີ 34 ແລະ ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະພາການຮ່ວມມືເຂດ ອ່າວ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ມາເລ ເຊຍ ໃນນາມປະທານ ອາຊຽນ ປີ 2025. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າຂອງການຮ່ວມມືດ້ານຕ່າງໆ ພາຍໃຕ້ ປະຊາຄົມອາຊຽນ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະ ສິດການເປັນປະທານອາຊຽນ ຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ຄໍາ ຂວັນ “ການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຍືນຍົງ”, ຊຶ່ງເຫັນວ່າມີ ຄວາມຄືບໜ້າເປັນຢ່າງດີ. ກອງປະ ຊຸມ ໄດ້ປຶກສາຫາລືກ່ຽວກັບການ ສະເໜີເປັນພາຄີສົນທິສັນຍາໄມຕີ ຈິດ ແລະ ການຮ່ວມມື ໃນອາຊີຕາ ເວັນອອກສ່ຽງໃຕ້ ຂອງບັນດາປະ ເທດນອກພາກພື້ນ. ນອກຈາກນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຄວາມ ຄືບໜ້າການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ. ພ້ອມນັ້ນ, ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການ ກະກຽມເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍແລັດສະເຕ. ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄລຍ ໃນອາຊີ ຕາເວັນອອກສຽງໃຕ້ ໄດ້ຮັບຮອງ ເອົາເອກະສານເພີ່ມເຕີມ ເພື່ອດັດ ແກ້ສົນທິສັນຍາເຂດປອດອາວຸດ ນິວເຄລຍ ໃນອາຊີຕາເວັນອອກ ສຽງໃຕ້ ເພື່ອໃຫ້ສາມາດດຳເນີນ ຂະບວນການໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດບັນ ດາກິດຈະກຳ ແລະ ວຽກງານຂອງ ບັນດາຂະແໜງການພາຍໃຕ້ເສົາ ຄ້ຳປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ, ລວມທັງການ ຈັດຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້້ນຄົງອາ ຊຽນ 2025. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 36 ໄດ້ປຶກສາຫາລື ການກະກຽມດ້ານຕ່າງໆສໍາລັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດ ຍອດທີ່ກຽວຂ້ອງ ທີ່ຈະຈັດຂຶ້ນໃນ ວັນທີ 26-27 ພຶດສະພາ 2025, ລວມທັງບັນດາເອກະສານຜົນຂອງ ບັນດາກອງປະຊຸມສຸດຍອດເຫລົ່າ ນັ້ນ. ໃນນີ້, ກອງປະຊຸມ ໄດ້ເຫັນດີ ຮັບຮອງເອົາເອກະສານວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດ ຖະກິດອາຊຽນ, ແຜນຍຸດທະສາດ ປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ເພື່ອນໍາ ສະເໜີໃຫ້ຜູ້ນໍາອາຊຽນ ຮັບຮອງ ເອົາຢ່າງເປັນທາງການໃນກອງ ປະຊຸມສຸດຍອດອາຊຽນຄັ້ງທີ 46 ເພື່ອເປັນທິດທາງການຮ່ວມມືອາ ຊຽນສໍາລັບ 20 ປີຂ້າງໜ້າ. ພ້ອມ ນີ້, ກອງປະຊຸມ ກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ ກ່ຽວຂ້ອງ ເປັນຕົ້ນ ບົດລາຍງານ ຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 46, ບົດລາຍງານຂອງຄະນະກໍາມະ ການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ, ບົດລາຍງານຂອງຄະນະ ສະເພາະກິດວຽກງານຂໍ້ລິເລີ່ມເພື່ອ ການເຊື່ອມໂຍງອາຊຽນ ແລະ ບົດ ລາຍງານຂອງຄະນະກຳມະການ ປະສານງານການເຊື່ອມຈອດອາ ຊຽນ. ກອງປະຊຸມລັດຖະມົນຕີອາ ຊຽນ-ສະພາການຮ່ວມມືເຂດອ່າວ ໄດ້ປຶກສາຫາລື ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດຂອບວຽກການຮ່ວມມືອາ ຊຽນ-ຈີຊີຊີ (2024-2028), ຊຶ່ງເປັນເອກະສານພື້ນຖານ ສຳລັບ ການເສີມຂະຫຍາຍການພົວພັນ ຮ່ວມມືອາຊຽນ-ຈີຊີຊີ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສອງ ພາກພື້ນຮັດແໜ້ນການຮ່ວມມື ໃນ ບັນດາຂົງເຂດທີ່ສອງຝ່າຍມີທ່າ ແຮງ ເປັນຕົ້ນ ແມ່ນການສົ່ງເສີມ ການຮ່ວມມືດ້ານເສດຖະກິດ ໂດຍ ການຊອກຫາຊ່ອງທາງໃນການ ເພີ່ມທະວີດ້ານການຄ້າ ແລະ ການ ລົງທຶນ ແລະ ການຮ່ວມມືທາງດ້ານ ພະລັງງານ ແລະ ອື່ນໆ. ກອງປະ ຊຸມ ຍັງໄດ້ຢ້ຳຄືນຄວາມສໍາຄັນ ຂອງການຮ່ວມມືທາງດ້ານເສດ ຖະກິດດີຈິຕອນ, ການຫັນເປັນດີຈິ ຕອນ, ປັນຍາປະດິດ, ການເຊື່ອມ ໂຍງ-ເຊື່ອມຈອດ, ການໄປມາຫາ ສູ່ລະຫວ່າງປະຊາຊົນ ແລະ ການ ທ່ອງທ່ຽວ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດອາ ຊຽນ-ຈີຊີຊີ ຄັ້ງທີ 2 ແລະ ກອງ ປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025. ຜູ້ແທນລາວ...ູ້ ມອບ-ຮັບ...ັ ຊວງການຕ່າງປະເທດ ແລະ ຄະນະ ພົວພັນຕ່າງປະເທດສູນກາງພັກ. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ມີຄຳເຫັນ ໂອ້ລົມຕໍ່ ພະນັກງານສະຖານທູດ ໂດຍເນັ້ນ ໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອຂອງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນກໍຄືທິດທາງໃນ ຕໍ່ໜ້າ ເພື່ອສືບຕໍ່ສ້າງໃຫ້ໜ່ວຍພັກ ຂອງຕົນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນສະໄໝທີ 2 ໃນປີ 2025 ໄປຄຽງຄູ່ກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມທັງເອົາໃຈໃສ່ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະ ໂດຍຖືເອົາເນື້ອໃນຂໍ້ແຂ່ງຂັນ ເຂົ້າໃນແຜນການກໍ່ສ້າງໜ່ວຍພັກ, ຕັ້ງໜ້າຍົກລະດັບຄວາມຮູ້ ແລະ ຄວາມສາມາດໃຫ້ສູງຂຶ້ນ ເພື່ອພັດ ທະນາຕົນເອງແລະການຈັດຕັ້ງ,ຝຶກ ຝົນຫລໍ່ຫລອມຕົນເອງທາງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ປິ່ນອ້ອມ. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ຍັງໄດ້ເນັ້ນໃຫ້ພະ ນັກງານສະຖານທູດ ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ ເພື່ອເປັນກຳລັງແຮງໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ ໂດຍຍຶດ ໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ຕາມທິດ “ເພີ່ມມິດ ຫລຸດຜ່ອນສັດຕູ” ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາຂວັນ ຂອງວຽກງານການຕ່າງປະເທດ “ການທູດປ້ອງກັນເຫດແລະບຸກທະ ລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”. ພ້ອມກັນນີ້, ສະຫາຍ ຄໍາພັນ ອັ່ນ ລາວັນ ໄດ້ຕາງໜ້າໃຫ້ຄະນະພັກຄະນະນໍາ, ສະມາຊິກພັກ ແລະ ພະ ນັກງານສະຖານທູດ ຂຶ້ນຮັບຄຳໂອ້ ລົມຂອງທ່ານລັດຖະມົນຕີ ເພື່ອນຳ ເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດ ຕັ້ງຜັນຂະຫຍາຍເຂົ້າໃນແຜນວຽກ, ແຜນງານ ແລະ ການເຄື່ອນໄຫວ ວຽກງານຂອງສະຖານທູດ ໃຫ້ມີ ປະສິດທິຜົນສູງສຸດ. ຂ່າວ-ພາບ: ກຕທ

27/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 8 lkgsfdko38o75 d1j k',tsa flt9a o 0v'[a ofkz6h oewxl6j g0fmuj \A o1j k'xvfwr dkooec0;'s];'rt[k' -5 dp6 h dkox6 ddkg2.8h Iq j ,w,h ບົດສະເໜີົີ lh k'0t[;odkox6 d8Q ow,h grnj v7n o7;k,lq ,[6 omk'me,t-kf * ໃນປະຫວັດສາດການຕໍ່ສູ້ ປົດປ່ອຍຊາດ, ພາຍໃຕ້ການນໍາພາ ຂອງພັກປະຊາຊົນລາວ ໃນເມື່ອ ກ່ອນກໍຄືພັກປະຊາຊົນ ປະຕິວັດ ລາວໃນປັດຈຸບັນນັ້ນ ໄດ້ມີຫລາຍ ເຫດການທີ່ສະທ້ອນໃຫ້ເຫັນເຖິງ ວິລະກຳ, ຄວາມສະຫລາດສ່ອງໃສ, ມີໄຫວພິບ, ພິລະອາດຫານເຕັມໄປ ດ້ວຍຄວາມເສຍສະລະອັນສູງສົ່ງ ຂອງຜູ້ນຳພັກ, ນັກຮົບປະຕິວັດ, ກໍ ຄືປວງຊົນລາວບັນດາເຜົ່າ ຊຶ່ງໜຶ່ງ ໃນເຫດການອັນສຳຄັນທີ່ທົ່ວປວງ ຊົນລາວທັງຊາດຍັງຈົດຈຳ ແລະ ສັນລະເສີນທີ່ສຸດອີກເຫດການ ໜຶ່ງ ນັ້ນແມ່ນເຫດການໂຕນຄຸກຢ່າງມະ ຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ໃນວັນທີ 24 ພຶດສະພາ 1960. ເຫດການວິລະກຳດັ່ງກ່າວ ນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການເຖິງວ່າຈະ ຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມ ຈຳນົນ ໂດຍເດັດຂາດອັນນີ້ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດ ມາປຽບປານກໍບໍ່ໄດ້. ໄຊຊະນະອັນ ພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ *ເມື່ອບໍ່ດົນມານີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟ ໃຕ້ຮົ່ມໄມ້ຂອງປະຊາຊົນຢູ່ບ້ານມົກ ວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫລວງພະບາງ. ທ່ານ ສົມດີ ໄຊຍະວົງ ນາຍ ບ້ານມົກວັດ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານມົກວັດ ມີ 86 ຄອບຄົວ, ພົນ ລະເມືອງ 519 ຄົນ ຍິງ 252 ຄົນ. ເລີ່ມປູກກາເຟໃນປີ 2020 ເປັນຕົ້ນ ມາ ມີ 10 ຄອບຄົວ, ມາຮອດປີ 2024 ເພີ່ມຂຶ້ນ ເປັນ 18 ຄອບຄົວ ແລະ ປີ 2025 ມີ 71 ຄອບຄົວ, ມີເນຶ້ອທີ່ປູກກາເຟຫລາຍກວ່າ 15 ເຮັກຕາ, ປູກແລ້ວ 62.600 ຕົ້ນ; ປີ 2025 ເປັນປີທໍາອິດທີ່ເກັບກ່ຽວຜົນ ຜະລິດສາມາດເກັບໝາກກາເຟແດງ ໄດ້ 1.500 ກິໂລ, ໝາກຂາວໄດ້ 300 ກວ່າກິໂລ. ສ້າງລາຍຮັບໃຫ້ ກຸ່ມປູກກາເຟໄດ້ 25 ລ້ານກວ່າກີບ. ໂຄງການປູກກາເຟນີ້, ແມ່ນອົງ ການວອນເດີສ ປະເທດເກົາຫລີ ເປັນ ຜູ້ໃຫ້ທຶນ ແລະ ການສົ່ງເສີມທາງ (ລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ຶິຸ່ັັູ້ັ ວັນທີ 24/5/1960-24/5/2025)ັ ນີ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນທ່ານຜູ້ນຳໂຕອອກຈາກຄຸກໄດ້ ສຳເລັດ. ຊຶ່ງ 8 ສາເຫດການໂຕນ ຄຸກຢ່າງມະຫັດສະຈັນຂອງບັນດາ ຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງ ປອດໄພມີດັ່ງນີ້: 1. ຍ້ອນການນຳອັນສະຫລາດ ສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ. ການຊີ້ນຳລະອຽດຕົວ ຈິງຂອງທ່ານ ສາລີ ວົງຄຳຊາວ, ຄະນະພັກແຂວງໆວຽງຈັນ ທີ່ໄດ້ ກະກຽມຢູ່ທາງນອກ ແລະ ທາງໃນ ເປັນການຕີຈັງຫວະເຂົ້າແກັບເຂົ້າ ເກຍ ຊັດເຈນທີ່ສຸດ. 2. ຍ້ອນນ້ຳໃຈຮັກຊາດ ອັນ ແຮງກ້າຂອງບັນດາຜູ້ນຳເຮົາທີ່ມີ ຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມ ເສຍສະລະ, ມີຄວມປີຊາສາມາດ ຂົນຂວາຍ, ສຶກສາອົບຮົມສາລະວັດ ທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດສະຫາຍຮ່ວມຕາຍນຳກັນ. 3. ຍ້ອນສາລະວັດທະຫານມີ ນຳໃຊ້ຮັກຊາດອັນດູດດື່ມ, ເບື່ອໜ່າຍ ຕໍ່ອຳນາດປົກຄອງຫຸ້ນປະຕິການ. ເຂົາເຈົາມີຄວາມຈົງຮັກພັກດີ, ຊື່ສັດຕໍ່ ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງ ຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກ ແລ້ວປ້ອງກັນ ແລະ ພາທາງຜູ້ນຳ ພັກ ແລະ ແນວລາວຮັກຊາດຍ່າງ ອອກຈາກຄຸກໂພນເຄັງ ອອກໄປ ຢ່າງປອດໄພ. 4. ຍ້ອນຄວາມຕື່ນຕົວຮັກຊາດ ຂອງປະຊາຊົນ, ທຸກຊັ້ນຄົນ, ນັບ ທັງພະສົງອົງເຈົ້ານະຄອນຫລວງ ວຽງຈັນ, ແຂວງວຽງຈັນ ແລະ ທົ່ວປະເທດ ໂດຍການປຸກລະດົມ ຂົນຂວາຍຈາກກອງໜູນ (ກຳລັງ ປະຕິວັດທີ່ຫວ່ານລົງຢູ່ທ້ອງຖິ່ນ ຕ່າງໆ), ມີຄວາມຕື່ນຕົວ, ດຳເນີນ ການຕໍ່ສູ້ເລັ່ງທວງໃຫ້ພວກປະຕິ ການປ່ອຍຜູ້ນຳ, ເມື່ອຜູ້ນຳໂຕນ ຄຸກເຂົາເຈົ້າກໍ່ຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນຳ. 5. ຄອບຄົວພີ່ນ້ອງລູກຫລານ ຂອງຜູ້ນຳໂດຍສະເພາະ ປ້າຄຳ ແພງ ບຸຜາ ໄດ້ເຄື່ອນໄຫວປຸກລະດົມ ປະຊາຊົນດຳເນີນການຕໍ່ສູ້ຢ່າງ ແຂງແຮງ. 6. ການເຄື່ອນໄຫວຂອງຜູ້ ຊົງຄຸນວຸດທິ, ຜູ້ຮັກຫອມສັນຕິພາບ ເປັນກາງທີ່ໄດ້ສະໜັບສະໜູນຕໍ່ຝ່າຍ ແນວລາວຮັກຊາດ, ຕໍ່ສູ້ປ້ອງກັນຜູ້ ນຳ, ຫາວິທີບໍ່ໃຫ້ນຳເອົາຜູ້ນຳອອກ ຕັດສິນ. 7. ຍ້ອນກຳລັງຝ່າຍປະເທດ ລາວ, ກອງພັນທີ 2 ແລະ ທະຫານ ທ້ອງຖິ່ນທີ່ປ້ອງກັນຜູ້ນຳ ແລະ ກຽມພ້ອມທັບມ້າງທຸກການໄລ່ລ່າ ຂອງສັດຕູ, ເປັນຜູ້ພາທາງທີ່ກຳນົດ ໄວ້ກ່ອນ ເພື່ອໃຫ້ຜູ້ນຳອອກໄປສູ່ທ້ອງ ຖິ່ນຕ່າງໆ. 8. ຍ້ອນການສະໜັບສະໜູນ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ປະເທດສັງຄົມ ນິຍົມອ້າຍນ້ອງ, ນັບທັງອົງການ ສະຫະປະຊາຊາດ ທີ່ໄດ້ແຕ່ງ ຜູ້ແທນມາພົບກັບລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກປະຕິການ ຕ້ອງຮັບປະກັນຊີວິດໃຫ້ແກ່ຜູ້ນຳ ທັງໝົດ. ດ້ານເຕັກຂອງຫ້ອງການກະສິກຳ ເມືອງ. ສຳລັບທິດທາງແຜນການ ໃນຕໍ່ໜ້າຈະຂະຫຍາຍພື້ນທີ່ປູກ ກາເຟໃຫ້ໄດ້ຄອບຄົວລະ 1 ເຮັກຕາ ຕິດພັນກັບການປົກປັກຮັກປ່າໄມ້, ສ້າງລາຍຮັບເຂົ້າກຸ່ມໃຫ້ໄດ້ 10 ລ້ານກີບຂຶ້ນໄປ, ກ້າເບ້ຍກາເຟ ເພື່ອ ສະໜອງໃຫ້ກຸ່ມປູກກາເຟພາຍໃນ ບ້ານ ແລະ ບ້ານອ້ອມຂ້າງໃຫ້ໄດ້ 50 ພັນເບ້ຍຕໍ່ປີ. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງ ບ້ານ ແລະ ປະຊາຊົນທີ່ພ້ອມໃຈກັນ ຕັດສິນໃຈສູງຕໍ່ການສ້າງອາຊີບ, ສ້າງເງື່ອນໄຂໃຫ້ແກ່ການສ້າງ ເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອ ລະກ້າວ, ພ້ອມທັງມີຄໍາເຫັນຊີ້ນໍາ ຕໍ່ອົງການປົກຄອງບ້ານຕ້ອງເປັນ ເຈົ້າການສຶກສາອົບຮົມການເມືອງ ແນວຄິດໃຫ້ປະຊາຊົນພາຍໃນບ້ານ ຢ່າງເລິກເຊິ່ງ, ຮັບປະກັນຄວາມ ສະຫງົບ, ຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້, ສືບຕໍ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນ ບ້ານໃຫ້ນັບມື້ດີຂຶ້ນເປັນກ້າວໆ. *ເພື່ອໃຫ້ບັນລຸຄາດໝາຍຍຸດທະ ສາດ, ກໍ່ຄື ແຜນພັດທະນາວຽກງານ ກະສິກໍາ ແລະ ປ່າໄມ້ ໃນໄລຍະ 5 ປີ ທີ່ລັດຖະບານວາງອອກ ແລະ ເພີ່ມ ຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 72 ສ່ວນຮ້ອຍຂຶ້ນໄປຂອງເນື້ອທີ່ໃນທົ່ວ ແຂວງ, ເມື່ອບໍ່ດົນມານີ້ ຄະນະນໍາ ພະແນກກະສີກຳ ແລະ ປ່າໄມ້ແຂວງ ສາລະວັນ ພ້ອມດ້ວຍພະນັກງານ ລັດຖະກອນຈາກຂະແໜງການອ້ອມ ຂ້າງພະແນກ, ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເພື່ອຕ້ອນຮັບວັນສໍາຄັນ ຕ່າງໆຂອງຊາດ ເປັນຕົ້ນວັນເດັກ ນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ຄົບຮອບ 45 ປີ ແລະ ຕ້ອນ ຮັບກອງປະຊຸມໃຫຍ່ຂອງອົງຄະນະ ພັກແຂວງສາລະວັນ ຄັ້ງທີ X ໃຫ້ ໂດຍ: ທິດລານີ ໂຄດໂຍທາິ ດີ ເປັນຂະບວນການຟົດຟື້ນ. ໃນນັ້ນ ທາງພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ສ້າງຂະບວນການ ເຊິ່ງ ໄດ້ກຳນົດສະຖານທີ່ປູກແມ່ນໄດ້ຈັດ ຂຶ້ນຢູ່ທີ່ຂະແໜງປ່າໄມ້ຂອງແຂວງ, ບ້ານນາໂດນ ເມືອງສາລະວັນ ໂດຍ ການເຂົ້າຮ່ວມປູກຂອງທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າ ຂະແໜງປ່າໄມ້ແຂວງສາລະວັນ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນພະແນກເຂົ້າຮ່ວມຢ່າງເປັນ ຂະບວນ. ສໍາລັບເບ້ຍໄມ້ທີ່ນໍາມາປູກ ໃນຄັ້ງນີ້ ມີຈໍານວນ 100 ກວ່າເບ້ຍ, ໃນນັ້ນ ມີປະເພດໄມ້ແຄນຂະຍອມ, ໄມ້ຫໍາງົວ ແລະ ເບ້ຍໄມ້ຊົມພູພັນທິບ. ທ່ານຂັນທະໄລທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ ຍັງໃຫ້ຮູ້ຕື່ມ ອີກວ່າ: ການສ້າງຂະບວນການປູກ ຄັ້ງນີ້ ແມ່ນມີຄວາມສໍາຄັນທີ່ສຸດຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງແຂວງ, ການ ປົກປັກຮັກສາທີ່ດິນ, ແຫລ່ງນໍ້າ, ຊີວະນາໆພັນໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ, ປ່າໄມ້ຍັງ ປະກອບສ່ວນຢ່າງຫລວງຫລາຍຕໍ່ ການພັດທະນາດ້ານກະສິກໍາ, ອຸດ ສາຫະກໍາ, ຟື້ນຖານໂຄງລ່າງ, ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ, ຕິດພັນກັບການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ, ສະນັ້ນ ທຸກຄົນໃນສັງຄົມ ຈົ່ງໄດ້ພ້ອມກັນຫວງແຫນປ່າໄມ້, ປະກອບສ່ວນປູກໄມ້ຕາມເງື່ອນໄຂ ຂອງຕົນຄຸ້ມຄອງ ແລະ ປົກປັກ ຮັກສາປ່າໄມ້ໃຫ້ອຸດົມສົມບູນ, ສີ ຂຽວ, ຮັກສາໄດ້ດ້ານສິ່ງແວດລ້ອມ ແລະ ຫລຸດຜ່ອນການປ່ຽນແປງ ຂອງດິນຟ້າອາກາດ, ສໍາລັບປີນີ້ ທາງຂະແໜງປ່າໄມ້ແຂວງສາລະ ວັນ ໄດ້ກະກຽມເບ້ຍໄມ້ທີ່ຈະປູກ ທັງໝົດໃນທົ່ວແຂວງຈໍານວນ 1.200.000 ກວ່າເບ້ຍ, ປູກໃນ ເນື້ອທີ່ 1 ພັນກວ່າເຮັກຕາ.

RkJQdWJsaXNoZXIy MTc3MTYxMQ==