ລັດຖະມົນຕີ ກະຊວງອຸດສາຫະກຳ ເຂົ້າຮ່ວມ ກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ

27/05/2025 15:49
Email Print 352
ຂປລ ຂປລ. ໃນວັນທີ 24-27 ພຶດສະພາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ເສດຖະກິດອາຊຽນ ຄັ້ງທີ 25 (The 25th AECC), ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ກົວລາລໍາເປີ, ປະເທດມາເລເຊຍ.



ຂປລ. ໃນວັນທີ
24-27 ພຶດສະພາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ເສດຖະກິດອາຊຽນ ຄັ້ງທີ 25 (The 25th AECC), ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ກົວລາລໍາເປີ, ປະເທດມາເລເຊຍ.



ກອງປະຊຸມຄັ້ງນີ້
, ບັນດາທ່ານລັດຖະມົນຕີ ເສດຖະກິດອາຊຽນ ໄດ້ຮັບຊາບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໂດຍສະເພາະ ແຜນວຽກບຸລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025, ລວມທັງໄດ້ຮັບຊາບຜົນສຳເລັດ ໃນການຈັດຕັ້ງປະຕິບັດ ແຜນວຽກບຸລິມະສິດຂອງເສົາຄໍ້າເສດຖະກິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024  ຜ່ານມາ ທີ່ສາມາດຈັດຕັ້ງປະຕິບັດ ໄດ້ສຳເລັດຢ່າງສົມບູນ ທັງໝົດ 14 ແຜນວຽກບຸລິມະສິດ ເຊິ່ງບັນດາປະເທດ ສະມາຊິກອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ. ນອກນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມອາຊຽນ 2025 (AEC Blueprint 2025), ແຜນວຽກບຸລິມະສິດປະຈຳປີ 2024-2025 (Annual Priorities), ຜົນສໍາເລັດໃນການສ້າງວິໄສທັດ ປະຊາຄົມເສດຖະກິດອາຊຽນ 2045, ການສ້າງແຜນຍຸດທະສາດປະຊາຄົມ ເສດຖະກິດອາຊຽນ ສຳລັບ ປີ 2026-2030 (AEC Strategic Plan 2026-2030) ເຊິ່ງຖືເປັນການປະກອບສ່ວນໜຶ່ງຂອງ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024 ຜ່ານມາ ທີ່ສາມາດຮ່າງຍຸດທະສາດດັ່ງກ່າວໄດ້ສຳເລັດເຖິງ 90% ແລະ ໄດ້ຖືກຮັບ ຮອງໂດຍຜູ້ນຳຂອງອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ເພື່ອເລີ່ມຈັດຕັ້ງປະຕິບັດ ແຜນຍຸດທະສາດດັ່ງກ່າວໃຫ້ເປັນຮູບປະທຳ.




ນອກຈາກນັ້ນ
, ບັນດາລັດຖະມົນຕີເສດຖະກິດ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບບັນຫາຄວາມເຄັ່ງຮ້ອນ ທາງດ້ານເສດຖະກິດໂລກ ທີ່ໄດ້ຮັບຜົບກະທົບ ຈາກນະໂຍບາຍການປັບອັດຕາຂຶ້ນ ພາສີນຳເຂົ້າສິນຄ້າ ຈາກສະຫະລັດອາເມລິກ, ຮັບຟັງການລາຍງານຄວາມຄືບໜ້າ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມກ່ຽວກັບວາລະ ຄວາມຍືນຍົງຂອງອາຊຽນ ໂດຍສະເພາະແມ່ນ ການຫລຸດຜ່ອນອາຍກາກໂບນິກອາຊຽນ, ການນຳໃຊ້ພະລັງງານສະອາດ ແລະ ສາຍສົ່ງພະລັງງານອາຊຽນ, ການຫັນເປັນດີຈິຕອນອາຊຽນ, ການສ້າງຂອບວຽກໂຄງການລິເລີ່ມ ອຸດສາຫະກຳອາຊຽນ ແລະ ອື່ນໆ ທີ່ເປັນຜົນສຳເລັດຂອງປະຊາຄົມເສດຖະກິດອາຊຽນ ໃນໄລຍະປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້.

ຂ່າວ-ພາບ: ກົມເຈລະຈາການຄ້າ-ຮ່ວມມືເສດຖະກິດສາກົນ

KPL

ຂ່າວອື່ນໆ

ads
ads

Top