ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທ

27/05/2025 11:03
Email Print 255
ຂປລ ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ  ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານປະທານກຳມາທິການ ກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ໄທ ​ໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ລັດຖະສະພາ ແຫ່ງຣາຊະອານາຈັກໄທ ໃຫ້ນັບມື້ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ; ພ້ອມ​ທັງໄດ້ສະເໜີທ່ານປະທານກຳມາທິການກິດຈະການ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງ ປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນຢ່າງໃກ້ຊິດ ເພື່ອສ້າງພື້ນຖານອັນດີໃຫ້ແກ່ ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງ ທຶນ, ການທ່ອງທ່ຽວ ແລະ ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ກໍຄື ການຮ່ວມມືເພື່ອການພັດທະນາ, ສະເໜີຊຸກຍູ້ພາກທຸລະກິດຂອງໄທມາລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອປະກອບ ສ່ວນເຂົ້າ​ໃນ​ການພັດທະນາ ເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ຂະຫຍາຍຕົວ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ໄທ ຫລາຍຂຶ້ນເປັນກ້າວໆ; ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນໃນໂອກາດຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ໃນປີ 2025, ລວມທັງ ຜົນສຳເລັດອັນພົ້ນເດັ່ນ ຂອງການພົວພັນຮ່ວມມື ລາວ-ໄທ ຕະຫລອດໄລຍະ 75 ປີທີ່ຜ່ານມາ.

ໂອກາດນີ້, ທ່ານປະທານກຳມາທິການ ກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ແລະ ແຜນການ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top