ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

26/05/2025 09:25
Email Print 248
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທີ່ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ແຫ່ງ ມາເລເຊຍ ໂດຍການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງທັງສອງຝ່າຍ. ຫລັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ແລະ ຄະນະ ກໍໄດ້ສືບຕໍ່ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.




ສອງຝ່າຍໄດ້ແຈ້ງສະພາບການ ພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫລອດໄລຍະ
6 ທົດສະວັດທີ່ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການຮ່ວມມືໃນຄອບຄົວອາຊຽນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍມີແຜນຈະຈັດຫລາຍກິດຈະກໍາຮ່ວມກັນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 60 ປີ ໃນປີໜ້ານີ້ ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ; ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມືທາງດ້ານການຄ້າ ທີ່ມີທ່ວງທ່າຂະຫຍາຍຕົວ ເຊິ່ງໃນປີ 2024 ຜ່ານມາ ການຄ້າສອງຝ່າຍມີມູນຄ່າຫລາຍກວ່າ 43 ລ້ານໂດລາສະຫະລັດ ເມື່ອທຽບໃສ່ປີ 2023 ມີພຽງ 30 ລ້ານໂດລາ ສະຫະລັດ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ຂະແໜງການຄ້າຂອງສອງປະເທດ ຈະຮ່ວມກັນຈັດສໍາມະນານັກທຸລະກິດລະດັບສູງ ລາວ-ມາເລເຊຍ ໃນໂອກາດຢ້ຽມຢາມໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ພ້ອມນີ້, ສອງນາຍົກລັດຖະມົນຕີ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຈະສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ໃນຂະແໜງການຕ່າງໆ ໃຫ້ແໜ້ນແຟ້ນ ແລະ ເປັນຮູບປະທໍາຂຶ້ນຕື່ມ ເຊັ່ນ: ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ດ້ານການເງິນ ແລະ ທະນາຄານ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານກະສິກໍາ, ດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ດ້ານເຕັກໂນໂລຊີ ແລະ ການສື່ສານ ແລະ ດ້ານແຮງງານ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.




ໃນໂອກາດນີ້
, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ມີໂອກາດຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ເຊິ່ງເປັນຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງ ຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງ ມາເລເຊຍ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະ ທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ເຊິ່ງປັດຈຸບັນ ການລົງທຶນຂອງມາເລເຊຍ ມີມູນຄ່າທັງໝົດ 946 ລ້ານໂດລາສະຫະລັດ, ກວມເອົາ 88 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ຂະແໜງການທີ່ເປັນບຸລິມະສິດ ຂອງລັດຖະບານລາວ.

ໃນຂະນະດຽວກັນ, ທ່ານ  ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງຈະເປັນຂີດໝາຍອັນສໍາຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ສະແດງຄວາມຍິນດີ ຈະສືບຕໍ່ເຮັດວຽກຮ່ວມກັນ ຢ່າງໃກ້ຊິດກັບຝ່າຍລາວ ໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາ ຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ມາເລເຊຍ-ລາວ.

ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 1 ສະບັບ ຄື: ບົດບັນທຶກການຮ່ວມມື (MoC) ລະຫວ່າງ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ແລະ ບໍລິສັດ ທ່າເຮືອປີນັງຂອງ ມາເລເຊຍ. ຫລັງຈາກນັ້ນ, ກໍໄດ້ຮ່ວມກັນຖະແຫລງຂ່າວ ຕໍ່ສື່ມວນຊົນຂອງສອງປະເທດ ກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍຢ່າງເປັນທາງການໃນຄັ້ງນີ້.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

    • ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນການເມືອງ

      ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນ

      5/27/2025 4:13:29 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພັກກອມມູນິດຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມ ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.

    • ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍການເມືອງ

      ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ

      5/27/2025 4:06:43 PM

      ຂປລ. ໃນວັນທີ 26 ພຶດສະພາ 2025, ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຊກຄ໌ ຊາບາສ ຄາລິດ ອາລ ຮາມັດ ອາລ ຊາບາສ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ  ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດການເມືອງ

      ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດ

      5/27/2025 3:42:07 PM

      ຂປລ. ໃນວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຟີດີນານ ມາກອດ ຈູເນຍ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທ

      5/27/2025 11:03:38 AM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື ການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື

      5/27/2025 10:52:26 AM

      ຂປລ. ໃນຕອນບ່າຍວັນທີ 25 ພຶດສະພາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ

ads
ads

Top