ຮອງປະທານປະເທດ ເຂົ້າຮ່ວມໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ

26/05/2025 09:17
Email Print 208
ຂປລ ຂປລ. ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ທີ່ຮ່າໂນຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.



ຂປລ. ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025
, ທີ່ຮ່າໂນຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.




ພາຍຫລັງສໍາເລັດການເຂົ້າຮ່ວມພິທີໄວ້ອາໄລແລ້ວ,
  ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ ກຳມະການກົມການເມືອງສູນກາງພັກ
, ປະທານປະເທດ ແຫ່ງ ສສ ຫວຽດ ນາມ. ສະຫາຍ ປານີ ຢາທໍ່ຕູ້ ໄດ້ນໍາເອົາຄວາມຍື້ຢາມຖາມຂ່າວ,  ຄວາມອາໄລຮັກ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ສ່ວນຕົວຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ທີ່ໄດ້ເຖິງແກ່ມໍລະນະກໍາ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງ ສະຫາຍ ເຈິນ ດຶກ ເລືອງ.




ໃນໂອກາດນີ້
, ສະຫາຍ ເລືອງ ເກືອງ ກໍໄດ້ຕາງໜ້າພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຫວຽດນາມ ກໍຄື ປະຊາຊົນຫວຽດນາມ ແລະ ຄອບຄົວຂອງ ສະຫາຍ ເຈິນ ດຶກ ເລືອງ ມາຍັງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ກໍຄື ປະຊາຊົນລາວອ້າຍນ້ອງ ທີ່ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງມາວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ, ພ້ອມທັງໄດ້ແບ່ງເບົາຄວາມທຸກໂສກເສົ້າຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.

KPL

ຂ່າວອື່ນໆ

    • ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນການເມືອງ

      ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນ

      5/27/2025 4:13:29 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພັກກອມມູນິດຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມ ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.

    • ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍການເມືອງ

      ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ

      5/27/2025 4:06:43 PM

      ຂປລ. ໃນວັນທີ 26 ພຶດສະພາ 2025, ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຊກຄ໌ ຊາບາສ ຄາລິດ ອາລ ຮາມັດ ອາລ ຊາບາສ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ  ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດການເມືອງ

      ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດ

      5/27/2025 3:42:07 PM

      ຂປລ. ໃນວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຟີດີນານ ມາກອດ ຈູເນຍ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທ

      5/27/2025 11:03:38 AM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື ການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື

      5/27/2025 10:52:26 AM

      ຂປລ. ໃນຕອນບ່າຍວັນທີ 25 ພຶດສະພາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ

ads
ads

Top