ການນຳກະຊວງ ຖວທ ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ

26/05/2025 09:10
Email Print 232
ຂປລ ຂປລ. ວັນທີ 25 ພຶດສະພາ 2025 ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ



ຂປລ. ວັນທີ
25 ພຶດສະພາ 2025 ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ.

 

ເນື້ອໃນປື້ມໄວ້ອາໄລ ໄດ້ລະບຸວ່າ: ຕາງໜ້າໃຫ້ຄະນະບໍລິຫານງານພັກ ກະຊວງຖະແຫລງຂ່າວ
, ວັດທະນະ ທຳ ແລະ ທ່ອງທ່ຽວ ຂໍສະແດງຄວາມໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ. ຄະນະບໍລິຫານງານພັກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂໍຈົດຈໍາບຸນຄຸນ, ການປະກອບສ່ວນອັນໃຫຍ່ຫລວງ ແລະ ລໍ້າຄ່າຂອງສະຫາຍ ຕໍ່ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຕະຫລອດມາ.

ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກ ແລະ ຂໍແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍ ໃນໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງສະຫາຍ ເຈິນ ດຶກ ເລືອງ ໄປສູ່ສຸກຂະຕິດ້ວຍເທີນ.



ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນການເມືອງ

      ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນ

      5/27/2025 4:13:29 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພັກກອມມູນິດຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມ ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.

    • ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍການເມືອງ

      ລາວ-ກູເວດ ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ

      5/27/2025 4:06:43 PM

      ຂປລ. ໃນວັນທີ 26 ພຶດສະພາ 2025, ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຊກຄ໌ ຊາບາສ ຄາລິດ ອາລ ຮາມັດ ອາລ ຊາບາສ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ  ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດການເມືອງ

      ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດ

      5/27/2025 3:42:07 PM

      ຂປລ. ໃນວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຟີດີນານ ມາກອດ ຈູເນຍ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານ ກຳມາທິການກິດຈະການ ລັດຖະສະພາໄທ

      5/27/2025 11:03:38 AM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື ການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຫາລື ເສີມຂະຫຍາຍການພົວພັນຮ່ວມມື

      5/27/2025 10:52:26 AM

      ຂປລ. ໃນຕອນບ່າຍວັນທີ 25 ພຶດສະພາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ

ads
ads

Top