ຂປລ
ຂປລ. ຕອນເຊົ້າຂອງວັນທີ 25 ພຶດສະພາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກຳປູເຈຍ

ຂປລ. ຕອນເຊົ້າຂອງວັນທີ 25 ພຶດສະພາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກຳປູເຈຍ ເພື່ອປຶກສາຫາລືການຮ່ວມມືສາມຝ່າຍ ລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ.

ໃນໂອກາດດຽວກັນນີ້, ສາມຝ່າຍ ໄດ້ຕີລາຄາສູງຕໍ່ມູນເຊື້ອ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສາມປະ ເທດທີ່ສືບຕໍ່ໄດ້ຮັບການພັດທະນາ ໃຫ້ນັບມື້ນັບຂະຫຍາຍຕົວ, ລວມທັງຜົນສຳເລັດໃນການຮ່ວມມືຜ່ານມາ ແລະ ເຊື່ອໝັ້ນວ່າ ບັນດາກົນໄກນີ້ ຈະສືບຕໍ່ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສາມ ປະເທດ ໂດຍສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສາມກະຊວງການຕ່າງປະເທດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນກົນໄກປະຕິບັດກັນຜ່ານມາຂອງສາມກະຊວງ, ທັງເປັນການສະແດງໃຫ້ເຫັນເຖິງມູນເຊື້ອ ຄວາມ ສາມັກຄີຮັກແພງຂອງສາມຊາດ ອິນດູຈີນທີ່ມີມາແຕ່ດົນນານ. ສາມຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດ ສະນະຕ່າງໆຮ່ວມກັນ ຢ່າງກົງໄປກົງມາໃນຫລາຍບັນຫາ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍຜົນ ການພົບ ປະຂອງຜູ້ນຳສາມພັກ ກໍຄື ຜົນການພົບປະຂອງ ສາມນາຍົກລັດຖະມົນຕີ ໃນທ້າຍເດືອນກຸມພາ ທີ່ຜ່ານມາ ໃຫ້ປະກົດຜົນເປັນຮູບປະທຳ.

ພ້ອມນີ້, ສາມຝ່າຍ ຍັງເຫັນດີສືບຕໍ່ພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອຕິດຕາມ, ຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສາມປະເທດ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການພົບປະຂອງການ ນໍາຂັ້ນສູງຂອງສາມພັກ, ສາມລັດເປັນຕົ້ນແມ່ນ ການຮ່ວມມືວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ ການເຊື່ອມໂຍງດ້ານພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານຢ່າງ ເປັນປົກກະຕິ, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນ ຫາ ພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ສາມຝ່າຍ ຕ່າງກໍສະແດງຄວາມຂອບໃຈຕໍ່ກັນ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ ແລະ ປະກອບສ່ວນອັນສຳຄັນເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາມປະເທດ ໃຫ້ສືບຕໍ່ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນ ຮ່ວມມື ລະຫວ່າງ 3 ປະເທດ ກໍຄື ສາມກະຊວງການຕ່າງປະເທດ ທີ່ມີມູນເຊື້ອອັນດີງາມ ຈົ່ງສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
KPL