ຂປລ
ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການສະຫລອງວັນສຸຂະພາບໂລກຄັ້ງນີ້ ໄດ້ຢັ້ງຢືນວ່າການ ສະໜັບສະໜູນວຽກງານສຸຂະພາບຂອງແມ່ ແລະ ເດັກນ້ອຍ ແມ່ນວຽກງານທີ່ມີຄວາມສຳຄັນທີ່ຈະສຸມໃສ່ໃນວຽກງານຕໍ່ໜ້າ ເຊິ່ງເຫັນວ່າ ລະບົບສາທາລະນະສຸກ ກໍຄື ວຽກງານສຸຂະພາບແມ່ ແລະ ເດັກທີ່ເຂັ້ມແຂງ ເປັນສິ່ງທີ່ຈໍາເປັນ ຕໍ່ການສ້າງຄອບຄົວໃຫ້ມີສຸຂະພາບດີ ແລະ ໃຫ້ຊຸມຊົນມີຄວາມເຂັ້ມແຂງ ໃນ ສປປ ລາວ. ນອກຈາກນີ້, ອັດຕາການເສຍຊີວິດຂອງແມ່ຍິງໃນ ສປປ ລາວ ໄດ້ຫລຸດລົງ 82% ນັບເເຕ່ປີ 2000 ເປັນຕົ້ນມາ, ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີ ໄດ້ຫລຸດລົງ 60%. ນອກຈາກນີ້, ຜົນການສໍາຫລວດດັດຊະນີໝາຍສັງຄົມລາວ ຄັ້ງທີ 3 (LSIS III) ຍັງໄດ້ສະເເດງໃຫ້ເຫັນວ່າ: ອັດຕາການເສຍຊີວິດຂອງເດັກເກີດໃໝ່ ໄດ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ່ກໍານົດໄວ້ 12 ກໍລະນີ ຕໍ່ 1.000 ການເກີດມີຊີວິດໃນປີ 2023 ເຊິ່ງຖືເປັນຄວາມສໍາເລັດທີ່ໂດດເດັ່ນ ທີ່ສະທ້ອນໃຫ້ເຫັນເຖິງຄວາມທຸ້ມເທຂອງທຸກພາກ ສ່ວນທີ່ກ່ຽວຂ້ອງ. ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືຂອງບັນດາ ຄູ່ຮ່ວມພັດທະນາທຸກພາກສ່ວນ ໃນວຽກງານອັນສຳຄັນນີ້ ແລະ ຫວັງວ່າຈະສາມາດຜັນຂະຫຍາຍ ການຮ່ວມມືຕໍ່ໄປ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.

ທ່ານ ໂທມາສ ລາມມາ ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລຸກຊຳບວກ ມີຄວາມພາກພູມໃຈ ທີ່ໄດ້ຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງສຸຂະພາບທີ່ດີ ໃຫ້ແກ່ປະຊາຊົນລາວທຸກຄົນ. ໃນຂະນະທີ່ ສປປ ລາວ ກະກຽມຫລຸດພົ້ນອອກຈາກ ສະຖານະປະເທດ ດ້ອຍພັດທະນາ, ການລົງທຶນຢ່າງຕໍ່ເນື່ອງ ໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ນັ້ນບໍ່ພຽງແຕ່ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອຮັກສາຄວາມຄືບໜ້າ ໃນວຽກງານສາທາລະນະສຸກເທົ່ານັ້ນ ແຕ່ຍັງເປັນສິ່ງສຳຄັນໃນການຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ເຊັ່ນດຽວກັນ.
ທ່ານ ທິິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ ໄດ້ເນັ້ນເຖິງຄວາມຈຳເປັນໃນການນຳໃຊ້ວິທີການແບບເຊື່ອມສານ ເພື່ອເລັ່ງສຸມໃສ່ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ. ການສະຫລອງວັນສຸຂະພາບໂລກຄັ້ງນີ້, ເປັນສິ່ງຢ້ຳເຕືອນໃຫ້ເຫັນວ່າ ຄວາມສາມາດສ້າງຜົນງານ ໃນການຍົກສູງສຸຂະພາບແມ່ ແລະ ເດັກໄດ້ ຍ້ອນການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ, ມັນມີຄວາມສຳຄັນຫລາຍທີ່ ສປປ ລາວ ຕ້ອງໄດ້ເຊື່ອມສານວຽກງານສຸຂະພາບແມ່ ແລະ ເດັກ, ວຽກງານການສັກວັກຊີນປ້ອງກັນພະຍາດ ແລະ ໂພຊະນາການ ເຂົ້ານຳກັນ ເຊິ່ງຈະເຮັດແນວນັ້ນໄດ້ ແມ່ນພວກເຮົາຕ້ອງຮ່ວມມືກັນ. ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກຄູ່ຮ່ວມພັດທະນາ, ວິທີການດັ່ງກ່າວ ຈະຊ່ວຍຮັບປະກັນໃຫ້ ແມ່ ແລະ ເດັກທຸກໆຄົນ ສາມາດມີການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ.
ຂ່າວ: ກິດຕາ
ພາບ: ໜັງສືພິມປະຊາຊົນ
KPL