ຂປລ
ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນໄດ້ກ່າວໃນເວລາເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ຈາກາຕາ ເພື່ອສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນ ຄົບຮອບ 5 ປີ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ມິຖຸນານີ້, ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນໄດ້ກ່າວໃນເວລາເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ຈາກາຕາ ເພື່ອສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນ ຄົບຮອບ 5 ປີ ກໍຄື ກອງປະຊຸມເຜີຍແຜ່ ບົດລາຍງານຫົວຂໍ້ສະເພາະວ່າ: ເມື່ອຜະເຊີນໜ້າກັບ ສິ່ງທ້າທາຍຂອງໂລກ ທີ່ນັບມື້ນັບສັບສົນກວ່າເກົ່າ, ອາຊຽນ ແລະ ສປ ຈີນ ຄວນສືບຕໍ່ລົງເລິກການຮ່ວມມື ເພື່ອປະກອບສ່ວນໃຫຍ່ຫລວງກວ່າເກົ່າ ເຂົ້າໃນສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ ແບບຍືນຍົງ ຂອງພາກພື້ນ ແລະ ຂອງໂລກ.ໃນປີ 2025, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງ ສປ ຈີນ ກັບ ອາຊຽນ ບັນລຸຫລາຍກວ່າ 1000 ຕື້ໂດລາສະຫະລັດ ແລະ ໄດ້ເຊັນອະນຸສັນຍາ ຍົກລະດັບເຂດການຄ້າເສລີຈີນ-ອາຊຽນ ຂຶ້ນເປັນສະບັບ 3.0 , ເຊິ່ງໄດ້ສະແດງໃຫ້ເຫັນວ່າ ການພົວພັນ ລະຫວ່າງ ສອງຝ່າຍ ໄດ້ຮັບການເສີມຂະຫຍາຍ ທັນກັບຍຸກສະໄໝ ແລະ ເຕັມໄປດ້ວຍພະລັງຊີວິດ. ມຸ່ງໜ້າສູ່ອະນາຄົດ, ອາຊຽນ ແລະ ສປ ຈີນ ຄວນເຈາະຈົງ ຊຸກຍູ້ການຮ່ວມມື ໃນ 5 ຂົງເຂດ ຄື: ປົກປ້ອງສັນຕິພາບ ແລະ ສະຖຽນລະພາບ, ເພີ່ມທະວີການຫັນເປັນດີຈີຕອນ ແລະ ການປະດິດສ້າງໃໝ່, ລົງເລິກການຮ່ວມມືດ້ານພະລັງງານ, ເພີ່ມທະວີ ຄວາມໜຽວແໜ້ນ ດ້ານການຮັບມື ກັບການຂົ່ມຂູ່ ຈາກຕ່າງປະເທດ ແລະ ຊຸກຍູ້ການເຊື່ອມຕໍ່ດ້ານວັດທະນະທຳ/.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL