ໂຄງການເຊື່ອມສານວຽກສຸຂະພາບ ແລະ ໂພຊະ ນາການ ຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ

19/05/2025 15:00
Email Print 46424
ຂປລ ຂປລ. ໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພຊະນາການ, ນໍ້າສະອາດ ແລະ ສຸຂານາໄມ ເຊິ່ງໄດ້ດຳເນີນໂຄງການຮ່ວມກັນລະຫວ່າງ ອົງການແພລນສາກົນ ປະຈຳລາວ ແລະ ກະຊວງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືກັບ ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງໃນ ແຂວງສາລະວັນ ແລະ ແຂວງອຸດົມໄຊ



ຂປລ. ໂຄງການເຊື່ອມສານວຽກງານຮັກສາສຸຂະພາບ
, ໂພຊະນາການ, ນໍ້າສະອາດ ແລະ ສຸຂານາໄມ ເຊິ່ງໄດ້ດຳເນີນໂຄງການຮ່ວມກັນລະຫວ່າງ ອົງການແພລນສາກົນ ປະຈຳລາວ ແລະ ກະຊວງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືກັບ ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງໃນ ແຂວງສາລະວັນ ແລະ ແຂວງອຸດົມໄຊ ໄດ້ຈັດຕັ້ງປະຕິບັດແຕ່ປີ 2014 ແລະ ຈະສິ້ນສຸດໂຄງການໃນເດືອນມິຖຸນາ 2025. ໂຄງການດັ່ງກ່າວ, ໄດ້ປັບປຸງດ້ານສຸຂະພາບ, ສຸຂາພິບານ, ແລະ ໂພຊະນາການຢ່າງຫລວງຫລາຍໃນ 4 ເມືອງຫລັກ ຄື: ເມືອງສາລະວັນ, ຕະໂອຍ (ແຂວງສາລະວັນ) ແລະ ເມືອງຮຸນ, ປາກແບງ (ແຂວງອຸດົມໄຊ) ສາມາດຊ່ວຍປັບປຸງສຸຂະພາບ ຂອງປະຊາຊົນຫລາຍພັນຄົນໃຫ້ດີຂຶ້ນ. 

ທ່ານ ນາງ ແຄໂຣ ໂມແທນສັນ, ຜູ້ອຳນວຍການ ອົງການແພລນສາກົນ ປະຈຳລາວ ໄດ້ກ່າວໃນກອງປະຊຸມສະຫລຸບໂຄງການ ຢູ່ແຂວງສາລະວັນ ເມື່ອບໍ່ດົນນີ້ວ່າ: ໂຄງການດັ່ງກ່າວ, ໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາພະນັກງງານສາທາລະ ນະສຸກປະຈຳສຸກສາລາ ກ່ຽວກັບການດູແລສຸຂະພາບແມ່ ແລະ ເດັກ ໂດຍຮັບປະກັນວ່າວຽກງານດັ່ງກ່າວ ຈະເຂົ້າເຖິງຄວາມຕ້ອງການ ຂອງຊຸມຊົນໃຫ້ຫລາຍເທົ່າທີ່ຈະຫລາຍໄດ້; ການຮັບປະກັນໃຫ້ແມ່ຍິງທີ່ເກີດລູກ ໄດ້ຮັບການດູແລກ່ອນເກີດ ຫລື ການຝາກທ້ອງຢ່າງໜ້ອຍ 4 ຄັ້ງ ແມ່ນຄວາມສຳຄັນອັນດັບຕົ້ນໆຂອງການຖືພາ. ນອກຈາກນີ້, ຍັງເນັ້ນໃສ່ການຮັບປະກັນວ່າ ການເກີດລູກໄດ້ຮັບການຊ່ວຍເຫລືອ ຈາກແພດໝໍຜູ້ຊ່ຽວຊານ, ການໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບວິທີການລ້ຽງດູເດັກ ແລະ ການຫລຸດຜ່ອນການຂາດ ສານອາຫານ ໃນເດັກທີ່ມີອາຍຸຕໍ່າກວ່າ 2 ປີ ເຊິ່ງຄວາມພະຍາຍາມດັ່ງກ່າວ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ໃນ 272 ບ້ານ ແລະ ສຸກສາລາ 40 ແຫ່ງໃນ 4 ເມືອງເປົ້າໝາຍຂອງແຂວງສາລະວັນ ແລະ ອຸດົມໄຊ ແບບຍາວນານ.

ການນຳໃຊ້ຮູບແບບຊຸມຊົນເປັນເຈົ້າການ ໃນດ້ານສຸຂານາໄມ (CLTS+), ການສື່ສານເພື່ອປ່ຽນແປງພຶດຕິກຳທາງສັງຄົມ, ແລະ ເຄື່ອງມືຕິດຕາມຄວາມສະເໝີພາບດ້ານສຸຂານາໄມ ໄດ້ຊ່ວຍໃຫ້ບ້ານດັ່ງກ່າວ, ໄດ້ຮັບການລຶບລ້າງການຖ່າຍຊະຊາຍ ແລະ ສ້າງສິ່ງແວດລ້ອມທີ່ສະອາດ ແລະ ປອດໄພຂຶ້ນ. ນັບແຕ່ມີວິດຖ່າຍ, ການດຳລົງຊີວິດກໍສະດວກສະບາຍຫລາຍຂຶ້ນ, ປະຊາຊົນພາຍໃນບ້ານ ເປັນພະຍາດຖອກທ້ອງຫລຸດລົງ ເຊິ່ງໂດຍລວມແລ້ວ ປະຊາຊົນມີສຸຂະພາບດີຂຶ້ນ ແລະ ບ້ານສະອາດຂຶ້ນ. ນອກຈາກນີ້, ຍັງໄດ້ປັບປຸງສຸກສາລາ ໂດຍເນັ້ນໃສ່ຄວາມສະ ອາດ, ຄວາມປອດໄພ, ແລະ ການເຂົ້າເຖິງບໍລິການແບບເປັນມິດ ສຳລັບແມ່ ແລະ ເດັກ, ລວມທັງກຸ່ມທີ່ມີຄວາມອ່ອນແອເຊັ່ນ: ຜູ້ພິການ.

ໃນໄລຍະດຳເນີນໂຄງການ ແມ່ນສາມາດສໍາເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນ, ເຄື່ອງມືການແພດໃນ ສຸກສາລາ ແລະ ອາຄານ ແມ່ ແລະ ເດັກ ຈຳນວນ 40 ແຫ່ງ, ສໍາເລັດການກໍ່ສ້າງ ລະບົບນ້ຳສະອາດ ເພື່ອປັບປຸງການໃຊ້ນ້ຳຂອງຊຸມຊົນ 50 ແຫ່ງ, ສຳເລັດການການລຶບລ້າງການຖ່າຍຊະຊາຍ ແລະ ປະກາດເປັນບ້ານປອດຖ່າຍຊະຊາຍໄດ້ 272 ບ້ານ, ສຳເລັດການກໍ່ຕັ້ງ ແລະ ຝຶກອົບຮົມ ຄະນະກຳມະການຊຸມຊົນ ເປັນເຈົ້າການໃນດ້ານສຸຂານາໄມ ແລະ ຄຸ້ມຄອງນ້ຳສະອາດ ເພື່ອຮັບປະກັນຄວາມຍືນຍົງ.

ຂໍ້ມູນ-ພາບ: ອົງການແພລນສາກົນ ປະຈໍາລາວ

KPL

ຂ່າວອື່ນໆ

    • ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີສາທາລະນະສຸກ

      ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

      10/21/2026 9:49:13 AM

      ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ads
ads

Top