ບ້ານພັກຢູ່ເຂດກວາງຊີ ຊຸກຍູ້ການທ່ອງທ່ຽວອະນຸລັກ ແລະ ການຟື້ນຟູຊົນນະບົດ

23/06/2026 22:28
Email Print 100
ຂປລ ໂຄງການທ່ອງທ່ຽວ ອະນຸລັກ ແບບຫລາກຫລາຍ ຢູ່ໃນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ຂອງ ສປຈີນ ພວມສະແດງໃຫ້ເຫັນວ່າ ການບໍລິການ ລະດັບໄຮເອນ ສາມາດ ສະໜັບສະໜູນການຟື້ນຟູຊົນນະບົດ ໄດ້ແນວໃດ ໂດຍຜ່ານ ການສ້າງວຽກເຮັດງານທໍາ

ຂປລ.ໂຄງການທ່ອງທ່ຽວ ອະນຸລັກ ແບບຫລາກຫລາຍ ຢູ່ໃນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ຂອງ ສປຈີນ ພວມສະແດງໃຫ້ເຫັນວ່າ ການບໍລິການ ລະດັບໄຮເອນ ສາມາດ ສະໜັບສະໜູນການຟື້ນຟູຊົນນະບົດ ໄດ້ແນວໃດ ໂດຍຜ່ານ ການສ້າງວຽກເຮັດງານທໍາ, ການເພີ່ມລາຍຮັບ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ ແລະ ການສົ່ງເສີມ ການທ່ອງທ່ຽວ ແບບຍືນຍົງ.

ໂຄງການດັ່ງກ່າວ ເປັນທີ່ຮູ້ຈັກໃນນາມ ກຸ່ມໂຮມສະເຕປ່າ ໄດ້ມອບປະສົບການ ໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງທໍາມະຊາດ ພ້ອມດ້ວຍ ສະຖານທີ່ພັກ ອັນທັນສະໄໝ ເພື່ອໃຫ້ເຂົ້າກັບ ພູມສັນຖານທໍາມະຊາດ ແລະ ມໍລະດົກ ທາງດ້ານກະສິກໍາ ໃນພາກພື້ນ.

ຕາມການໃຫ້ຂໍ້ມູນ ຂອງຕົວແທນໂຄງການ ລະບຸວ່າ, ແນວຄິດນີ້ ໄດ້ຖືກອອກແບບມາ ເພື່ອຕອບສະໜອງ ຄວາມຕ້ອງການທີ່ເພີ່ມຂຶ້ນ ຂອງ ຊາວເມືອງ ທີ່ ຊອກຫາບ່ອນພັກຜ່ອນ ຈາກຄວາມກົດດັນຂອງຊີວິດໃນຕົວເມືອງໃຫຍ່. ຣີສອດແຫ່ງນີ້ ມີທັງທີ່ພັກ, ຮ້ານອາຫານ ແລະ ກິດຈະກໍາພັກຜ່ອນຢ່ອນໃຈ ທ່າມກາງສະພາບແວດລ້ອມ ທີ່ສະຫງົບສຸກ ໂດຍເນັ້ນໃສ່ ຄວາມກົມກຽວກັນລະຫວ່າງ ມະນຸດ ແລະ ທໍາມະຊາດ.

ໂດຍສະເພາະເອກະລັກ ທີ່ໂດດເດັ່ນ ຂອງ ໂຄງການຄື: ວິນລາຮູບຊົງເຫັດ ທີ່ມີຄວາມແຕກຕ່າງ ເຊິ່ງຕັ້ງ ຢູ່ທ່າມກາງທິວທັດພູຫີນປູນ (Karst) ຂອງ ກວາງຊີ. ກຸ່ມໂຮມສະເຕນີ້ ໄດ້ຖືກແບ່ງອອກເປັນ 4 ເຂດ ທີ່ບໍລິຫານເປັນເອກະລາດຕໍ່ກັນ, ໂດຍແຕ່ລະເຂດ ມີຫ້ອງພັກປະມານ 11 ເຖິງ 12 ຫ້ອງ. ລາຄາຫ້ອງພັກ ຕໍ່ຄືນແມ່ນຢູ່ໃນລະຫວ່າງ 2.200 ເຖິງ 2.600 ຢວນ ຫລື ປະມານ 7 ລ້ານກີບ ຫາ 8 ລ້ານກີບ, ເຮັດໃຫ້ສະຖານທີ່ແຫ່ງນີ້ ຢູ່ໃນຕະຫຼາດການທ່ອງທ່ຽວ ອະນຸລັກລະດັບຟຣີນຽມ.

ນອກຈາກ ການທ່ອງທ່ຽວແລ້ວ, ໂຄງການນີ້ ຍັງໄດ້ກາຍເປັນ ກຳລັງຂັບເຄື່ອນ ທີ່ສຳຄັນຂອງເສດຖະກິດ ທ້ອງຖິ່ນ. ໂດຍກວມເອົາ ປະມານ 90 ສ່ວນຮ້ອຍ ຂອງກໍາລັງແຮງງານ ແມ່ນມາຈາກບັນດາ ບ້ານໃກ້ຄຽງ,  ໃນຂະນະດຽວກັນ ໂອກາດການ ຈ້າງງານນີ້ ໄດ້ຊ່ວຍເພີ່ມລາຍຮັບປະຈໍາປີ ໃຫ້ແກ່ແຮງງານ ທ້ອງຖິ່ນ ລະຫວ່າງ 20.000 ຫາ 30.000 ຢວນ ຫລື ປະມານ 64 ລ້ານກີບ ຫາ 96ລ້ານກີບ    ຣີສອດແຫ່ງນີ້ ຍັງສົ່ງເສີມການ ທ່ອງທ່ຽວ ແບບກະສິກໍາ ໂດຍການເປີດໂອກາດ ໃຫ້ນັກທ່ອງທ່ຽວ ໄດ້ທ່ຽວຊົມສວນອ້ອຍ ແລະ ສວນກ້ວຍທີ່ຢູ່ໃກ້ຄຽງ, ພ້ອມກັນນັ້ນ ສາມາດຊີມ ຜົນຜະລິດ ທີ່ເກັບສົດໆ ຈາກສວນ ເຊິ່ງເປັນ ການສ້າງຄວາມ ຜູກພັນທີ່ແໜ້ນແຟ້ນ ລະຫວ່າງ ນັກທ່ອງທ່ຽວ ແລະ ວິຖີຊີວິດການຜະລິດ ກະສິກໍາ ຂອງ ທ້ອງຖິ່ນອີກດ້ວຍ.

ປັດຈຸບັນ,  ນັກທ່ອງທ່ຽວສ່ວນໃຫຍ່ ຈະເປັນຄົນພາຍໃນ ປະເທດຈີນ, ແຕ່ໂຮມສະເຕ ແຫ່ງນີ້ກໍສາມາດດຶງດູດ ນັກທ່ອງທ່ຽວສາກົນ ຈາກປະ ເທດຕ່າງໆ ເຊັ່ນ: ມາເລເຊຍ, ອິນໂດເນເຊຍ ແລະ ຍີ່ປຸ່ນ  ເຊິ່ງເປັນ ສິ່ງທີ່ໜ້າສົນໃຈ ເພີ່ມຂຶ້ນ ຈາກຕ່າງປະເທດ ກ່ຽວກັບການທ່ອງທ່ຽວ ອະນຸລັກ ຂອງເຂດກວາງຊີ. ກຸ່ມໂຮມສະເຕປ່ານີ້ ໄດ້ສະແດງໃຫ້ເຫັນວ່າ ການປະສົມປະສານ ລະຫວ່າງການທ່ອງ ທ່ຽວແບບຫລາກຫລາຍ ກັບ ການມີສ່ວນຮ່ວມ ຂອງຊຸມຊົນ ແລະ ການອະນຸລັກສິ່ງແວດລ້ອມ ສາມາດສ້າງໂອກາດ ທາງດ້ານເສດຖະກິດ ແບບຍືນຍົງໄດ້ ເຊິ່ງເປັນການ ຊ່ວຍໃຫ້ເຂດ ຊົນນະບົດ ສາມາດ ສ້າງຄວາມຫລາກຫລາຍ ທາງດ້ານເສດຖະກິດ ໄປພ້ອມໆກັບ ການຮັກສາເອກະລັກທ້ອງຖິ່ນ ແລະ ຊັບພະຍາກອນທໍາມະຊາດເອົາໄວ້./

 

 

KPL

ຂ່າວອື່ນໆ

ads
ads

Top