ບໍລິສັັັດ ປູເຫັດເຂດກວາງຊີ ຈະນຳໃຊ້ເຕັກໂນໂລຊີກະສິກຳອັດສະລິຍະ

18/06/2026 12:30
ຂປລ ບໍລິສັດ ກວາງຊີ ຊາຍນາກຣີນ ໄບໂອໂລຈີຄໍ ເຕັກໂນໂລຊີ ຈຳກັດ (Guangxi Chinagreen Biological Technology Co., Ltd.) ພວມຂະຫຍາຍການຜະລິດເຫັດແບບໄຮເທັກ (high-tech) ແລະ ເພີ່ມການສົ່ງອອກໄປຕະຫຼາດອາຊຽນ, ເພື່ອສ້າງວຽກເຮັດງານທຳໃຫ້ແກ່ເຂດທ້ອງຖິ່ນ.

     (ຂປລ) ບໍລິສັດ ກວາງຊີ ຊາຍນາກຣີນ ໄບໂອໂລຈີຄໍ ເຕັກໂນໂລຊີ ຈຳກັດ (Guangxi Chinagreen Biological Technology Co., Ltd.) ພວມຂະຫຍາຍ ການຜະລິດເຫັດ ແບບໄຮເທັກ (high-tech) ແລະ ເພີ່ມການສົ່ງອອກ ໄປຕະຫຼາດອາຊຽນ, ເພື່ອສ້າງວຽກເຮັດ ງານທຳໃຫ້ແກ່ເຂດທ້ອງຖິ່ນ.​ ການເຄື່ອນໄຫວ ດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ກະສິກຳສະໄໝໃໝ່ ສາມາດຂັບເຄື່ອນ ພ້ອມທັງເຕີບໂຕ ທາງດ້ານເສດຖະກິດ.

     ໃນລະຫວ່າງ ການຢ້ຽມຢາມ  ຂອງສື່ມວນຊົນ ເມື່ອວັນທີ 16 ມິຖຸນາ ຜ່ານມາ, ຕົວແທນຂອງບໍລິສັດ ກວາງຊີ ຊາຍນາກຣີນ ໄບໂອໂລຈີຄໍ ເຕັກໂນໂລຊີ ຈຳກັດໄດ້ໃຫ້ຮູ້ວ່າ: ໂຄງການນີ້ ມີມູນຄ່າ ການລົງທຶນທັງໝົດ 1,8 ຕື້ຢວນ (ປະມານ 247 ລ້ານໂດລາສະຫະລັດ); ເມື່ອການກໍ່ສ້າງສໍາເລັດສົມບູນ, ຄາດວ່າຈະສາມາດ ສ້າງມູນຄ່າການຜະລິດ ຫຼາຍກວ່າ 2,5 ຕື້ຢວນຕໍ່ປີ ແລະ ເສຍພາສີ-ອາກອນປະມານ 28 ລ້ານຢວນໃນແຕ່ລະປີ”.

ຖານການຜະລິດ ຢູ່ເຂດກວາງຊີແຫ່ງນີ້ ແມ່ນສ່ວນໜຶ່ງ ຂອງກຸ່ມໂຮງງານຜະລິດ ທົ່ວປະເທດຂອງບໍລິສັດ ຊາຍນາກຣີນ, ໂດຍມີສູນວິໄຈ ແລະ ພັດທະນາ (R&D) ຕັ້ງຢູ່ສຳນັກງານ ໃຫຍ່ໃນແຂວງຈຽງຊູ. ນອກຈາກນີ້, ບໍລິສັດ ພວມຂະຫຍາຍ ຖານການຜະລິດແຫ່ງໃໝ່ ໃນແຂວງຢູນນານນໍາອີກ. ການປູກເຫັດ ແມ່ນນໍາໃຊ້ເຕັກໂນໂລຊີ ຊີວະພາບທີ່ທັນສະໄໝ ແລະ ລະບົບອັດຕະໂນມັດ. ເຫັດດັັັ່ງກ່່່າວ ຖືກປູກ ດ້ວຍການນຳໃຊ້ ສ່ວນປະສົມຂອງ ວັດສະດຸສິ່ງເສດເຫຼືອ ໃຊ້ທາງການກະສິກຳ ເປັນຕົ້ນແມ່ນ ໝາກກ້ວຍສີກໍາ, ສາລີ, ເສດໄມ້ ແລະ ແກບ ພາຍໃຕ້ ການ ຄວບຄຸມອຸນຫະພູມ ແລະ ຄວາມຊຸ່ມຢ່າງລະອຽດ. ພື້ນທີ່ການຜະລິດ ທີ່ຜ່ານການຂ້າເຊື້ອ ແລະ ລະບົບຄວບຄຸມ ສະພາບອາກາດ ແບບອັດຕະໂນມັດ ໄດ້ຊ່ວຍຮັບປະກັນ ຄຸນນະພາບ ຜະລິດຕະພັນ ແລະ ຄວາມປອດໄພ ຂອງອາຫານໃນລະດັບສູງ.

ໂຮງງານແຫ່ງນີ້ສາມາດ ຜະລິດເຫັດກິນໄດ້ ປະມານ 180 ໂຕນຕໍ່ວັນ, ໃນນັ້ນລວມມີ ເຫັດເຂັມທອງ ປະມານ 120 ໂຕນ ແລະ ເຫັດຊະນິດພິເສດອື່ນໆ ປະມານ 50 ໂຕນ.ຕະຫຼາດ ສົ່ງອອກຖືເປັນ ບົດບາດສຳຄັນ ໃນຍຸດທະສາດຂອງບໍລິສັດ. ໂດຍມີ ປະມານ 90 ສ່ວນຮ້ອຍຂອງ ຜົນຜະລິດຈາກໂຮງງານ ກວາງຊີ ແມ່ນຖືກສົ່ງ ໄປຕ່າງປະເທດ, ໂດຍຕົ້ນຕໍແມ່ນສົ່ງ ໄປຍັງ ບັນດາປະເທດ ອາຊຽນ ເຊັ່ນ: ສປປ ລາວ, ກຳປູເຈຍ, ຫວຽດນາມ ແລະ ອິນໂດເນເຊຍ, ໃນຂະນະທີ່ ການສົ່ງອອກສ່ວນທີ່ເຫຼືອ ແມ່ນໄປຮອດຕະຫຼາດ ໃນອາເມລິກາເໜືອ ແລະ ເອີຣົບ.

ເຖິງແມ່ນວ່າບໍລິສັດນີ້ ຈະນຳໃຊ້ປັນຍາປະດິດ (AI) ແລະ ລະບົບອັດຕະໂນມັດ ໃນບາງຂັ້ນຕອນ ເຊັ່ນ: ການປຸງແຕ່ງວັດຖຸດິບ ແລະ ການບັນຈຸພັນ, ແຕ່ບໍລິສັດ ດັ່ງກ່າວກໍຍັງໃຫ້ຄວາມ ສຳຄັນກັບ ການຈ້າງງານໃນທ້ອງຖິ່ນ. ປັດຈຸບັນ ມີພະນັກງານຫຼາຍກວ່າ 600 ຄົນ ທີ່ເຮັດວຽກຢູ່ໂຮງງານ ແຫ່ງນີ້, ໂດຍປະຊາຊົນທ້ອງຖິ່ນ ກວມເອົາປະມານ 80 ສ່ວນຮ້ອຍຂອງ ກໍາລັງແຮງງານ ທັງໝົດ. ນອກນັ້ນ, ພະນັກງານຂອງ ບໍລິສັດດັ່ງກ່າວ ຍັງໃຫ້ຮູ້ອີກວ່າ: ເຕັກໂນໂລຊີ ໄດ້ຖືກນຳໃຊ້ ມາເພື່ອເພີ່ມປະສິດທິພາບ ໃນການເຮັດວຽກ ຫຼາຍກວ່າທີ່ຈະນຳມາ ປ່ຽນແທນແຮງງານຄົນ ເຊິ່ງຊ່ວຍໃຫ້ເກີດ ການຈ້າງງານທີ່ໝັ້ນຄົງ ແລະ ສ້າງລາຍຮັບ ໃຫ້ແກ່ປະຊາຊົນທ້ອງຖິ່ນ. ເງິນເດືອນ ສະເລ່ຍແມ່ນ ຢູ່ລະຫວ່າງ 4.000 ຫາ 7.000 ຢວນຖືວ່າເປັນ ຄ່າແຮງງານ ທີ່ສາມາດ ແຂ່ງຂັນໄດ້ດີ ໃນພາກພື້ນນີ້. ໃນຂະນະທີ່ ການຂະຫຍາຍຕົວ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ, ນອກນັ້ນ, ຊາຍນາກຣີນ ຍັງມີເປົ້າໝາຍ ທີ່ຈະປະສົມປະສານ ກະສິກຳອັດສະລິຍະ, ສ່ວນການຄ້າ ລະຫວ່າງປະເທດ ແລະ ການສ້າງວຽກເຮັດງານທຳ ໃນທ້ອງຖິ່ນ ເພື່ອຊຸກຍູ້ໃຫ້ເຂດ ກວາງຊີ ກາຍເປັນຜູ້ສະໜອງ ເຫັດກິນໄດ້ ທີ່ມີຄວາມສຳຄັນ ໃຫ້ແກ່ຕະຫຼາດ ອາຊຽນ ແລະ ຕະຫຼາດໂລກ ນັບມື້ນັບ ເພີ່ມຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top