ຂປລ
ກຳປູເຈຍ ໄດ້ເປີດເສັ້ນທາງ ສົ່ງອອກຜະລິດຕະພັນກະສິກຳໄປ ສປ ຈີນ ສາຍທຳອິດໂດຍຜ່ານທາງບົກຂອງ ສປປ ລາວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ມິຖຸນານີ້, ທ່ານ ຄິມຟີນານ ໂຄສົກກະຊວງກະສິກຳ, ປ່າໄມ້ແລະການປະມົງກຳປູເຈຍກ່າວວ່າ: ກຳປູເຈຍ ໄດ້ເປີດເສັ້ນທາງ ສົ່ງອອກຜະລິດຕະພັນກະສິກຳໄປ ສປ ຈີນ ສາຍທຳອິດໂດຍຜ່ານທາງບົກຂອງ ສປປ ລາວ. ພາຍຫລັງ ທ່ານ ຄິມຟີນານ ໄດ້ກ່າວໃນວິດີໂອ ທີ່ເຜີຍແຜ່ ຜ່ານສື່ສັງຄົມອອນລາຍຂອງກະຊວງ ກະສິກຳ, ປ່າໄມ້ ແລະ ການປະມົງ ກຳປູເຈຍວ່າ: ຕູ້ສິນຄ້າ 4 ຕູ້ທີ່ບັນທຸກໝາກຖົ່ວລຽນສົດ ໄດ້ຖືກຂົນສົ່ງຈາກກຳປູເຈຍ ໄປ ສປ ຈີນ ໂດຍຜ່ານ ສປປ ລາວແລ້ວ, ນີ້ແມ່ນ “ເສັ້ນທາງໃໝ່” ທີ່ຂົນສົ່ງຜະລິດຕະພັນກະສິກຳ ຂອງກຳປູເຈຍໄປ ສປ ຈີນ, “ເຊິ່ງຊ່ວຍຫລຸດເວລາຂົນສົ່ງຈາກ 15-20 ວັນ ເຫລືອພຽງໜຶ່ງອາທິດ ແລະໄດ້ຍົກສູງຄວາມສາມາດແຂ່ງຂັນ ຂອງຜະລິດຕະພັນກະສິກຳກຳປູເຈຍ”. ສຳລັບ ເສັ້ນທາງໃໝ່ສາຍນີ້ ໄດ້ຫລຸດຂັ້ນຕອນ ການສົ່ງເຂົ້າສານ, ໝາກຖົ່ວລຽນ, ກ້ວຍ ແລະ ຜະລິດຕະພັນກະສິກຳອື່ນໆ ຂອງກຳປູເຈຍ ອອກໄປ ສປ ຈີນ ໂດຍກົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL