ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

23/06/2026 10:33
ຂປລ ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື”

ໃນວັນທີ 22-26 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວັນສີ ກົວມົວ ກຳ ມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ດັງ ທິ ເຟືອງ ຖ້າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ, ພ້ອມດ້ວຍຄະນະຮັບຜິດຊອບທັງສອງຝ່າຍ, ວິທະຍາກອນ ຈາກ ສສ ຫວຽດນາມ, ມີບັນດາສື່ມວນຊົນ ທີ່ມາຈາກອົງການສື່ລະດັບສູນກາງ ແລະ ທ້ອງຖິ່ນທີ່ມາຈາກ 5 ແຂວງຄື: ແຂວງຫລວງພະບາງ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນເຖິງຄວາມສຳຄັນຂອງເຕັກໂນໂລຊີ ວ່າ: "AI ອາດຈະບໍ່ສາມາດມາແທນທີ່ນັກຂ່າວໄດ້, ແຕ່ນັກຂ່າວທີ່ຮູ້ຈັກນຳໃຊ້ AI ຢ່າງຊຳນານ ຈະກາຍເປັນກຳລັງແຮງຫລັກ ທີ່ຈະກ້າວຂຶ້ນມານຳໜ້າ ແລະ ກຳນົດທິດທາງຂອງສື່ມວນຊົນໃນຍຸກດີຈິຕອນນີ້". ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ຢັ້ງຢືນຮ່ວມກັນວ່າ ເຖິງແມ່ນເຕັກໂນໂລຊີຈະກ້າວໜ້າພຽງໃດ, ແຕ່ຄຸນຄ່າແກນຫລັກຂອງວິຊາຊີບສື່ມວນຊົນ ເປັນຕົ້ນ ຄວາມຖືກຕ້ອງ, ຄວາມພາວະວິໄສ, ຈັນຍາບັນ ແລະ ຄຸນທາດການເມືອງ ແມ່ນຍັງເປັນສິ່ງສຳຄັນທີ່ສຸດ.

ທ່ານ ນາງ ດັງ ທິ ເຟືອງ ຖ້າວ ກໍໄດ້ມີຄໍາເຫັນວ່າ: ພວກເຮົາກໍາລັງເຫັນ ຄວາມປ່ຽນແປງຢ່າງເລິກເຊິ່ງ ຂອງສະພາບແວດລ້ອມວຽກງານສື່ມວນຊົນທົ່ວໂລກ. ການຂະຫຍາຍຕົວຢ່າງແຂງແຮງ ຂອງເຕັກໂນໂລຊີດີຈິຕອນ, ປັນຍາປະດິດ (AI), ບັນດາຊ່ອງທາງເຄືອຂ່າຍສັງຄົມ ແລະ ອຸປະກອນເຄື່ອນທີ່ (ໂທລະສັບມືຖື) ພວມເຮັດໃຫ້ຮູບແບບການຜະລິດ, ການແຈກຢາຍ ແລະ ການຮັບຂໍ້ມູນຂ່າວສານ ປ່ຽນແປງໄປຢ່າງສິ້ນເຊີງ. ໃນສະພາບການດັ່ງກ່າວ, ນັກຂ່າວໃນປັດຈຸບັນ ບໍ່ພຽງແຕ່ຕ້ອງການທັກສະ ການຂຽນ ແລະ ການເຄື່ອນໄຫວວຽກງານແບບດັ້ງເດີມເທົ່ານັ້ນ, ແຕ່ຍັງຕ້ອງເປັນເຈົ້າການໃນການນຳໃຊ້ເຕັກໂນໂລຊີໃໝ່, ຮູ້ຈັກຄົ້ນຫາຂໍ້ມູນ, ນຳໃຊ້ເຄື່ອງມືປັນຍາປະດິດຢ່າງມີປະສິດທິຜົນ, ຜະລິດເນື້ອຫາສື່ຫລາຍຮູບແບບ ແລະ ປັບໂຕໃຫ້ເຂົ້າກັບສະພາບແວດລ້ອມສື່ມວນຊົນແບບຫລາຍຊ່ອງທາງ. AI ພວມເປີດໂອກາດທີ່ຫລາກຫລາຍ ເພື່ອຍົກສູງສະມັດຖະພາບການເຮັດວຽກ, ສະໜັບສະໜູນການສ້າງສັນເນື້ອໃນ, ວິເຄາະຂໍ້ມູນ ແລະ ປັບປຸງຂັ້ນຕອນການເຮັດວຽກສື່ມວນຊົນໃຫ້ມີຄວາມຄ່ອງຕົວທີ່ສຸດ. ເຖິງຢ່າງໃດກໍຕາມ, ເຕັກໂນໂລຊີ ບໍ່ສາມາດປ່ຽນແທນບົດບາດຂອງຜູ້ເຮັດວຽກງານສື່ມວນຊົນໄດ້. ຍິ່ງຢູ່ໃນຍຸກດີຈີຕອນເທົ່າໃດ, ຄຸນຄ່າອັນເປັນແກນຫລັກຂອງວິຊາຊີບສື່ມວນຊົນ ເປັນຕົ້ນ ຄວາມຖືກຕ້ອງ, ຄວາມພາວະວິໄສ, ຄວາມຮັບຜິດຊອບຕໍ່ສັງຄົມ, ຈັນຍາບັນວິຊາຊີບ ແລະ ຄຸນທາດການເມືອງ ຍິ່ງມີຄວາມສຳຄັນກວ່າເວລາໃດໝົດ. ສິ່ງດັ່ງກ່າວ, ເປັນຮຽກຮ້ອງຕ້ອງການໃໝ່ ໃຫ້ແກ່ຖັນແຖວສື່ມວນຊົນ ທັງຂອງຫວຽດນາມ ແລະ ລາວ ຕ້ອງບໍ່ຢຸດຢັ້ງໃນການຮຽນຮູ້, ປ່ຽນແປງແນວຄວາມຄິດ, ຍົກສູງຄວາມສາມາດດ້ານວິຊາສະເພາະ, ເປັນເຈົ້າການດ້ານເຕັກໂນໂລຊີ ແຕ່ໃນຂະນະດຽວກັນ, ກໍຕ້ອງຮັກສາໄວ້ເຊິ່ງເອກະລັກ ແລະ ມາດຕະຖານວິຊາຊີບ ຂອງສື່ມວນຊົນປະຕິວັດ.

ໄລຍະການອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ເຕັກນິກການຜະລິດສື່ທີ່ວ່ອງໄວທັນການ ຜ່ານໂທລະສັບມືຖື ແລະ ການນຳໃຊ້ AI ຢ່າງສ້າງສັນ ເປັນຕົ້ນ ການສ້າງຜູ້ຊ່ວຍ AI ໂດຍບໍ່ຈຳເປັນຕ້ອງຂຽນໂປຣແກຣມ, ຮຽນຮູ້ກ່ຽວກັບໂອກາດ, ຄວາມສ່ຽງ ແລະ ຈັນຍາບັນໃນການນຳໃຊ້ AI ເພື່ອຕໍ່ສູ້ກັບຂ່າວປອມ (Fake News) ໃນຍຸກປັດຈຸບັນ. ນອກຈາກການຮຽນທິດສະດີ ແລະ ປະຕິບັດຕົວຈິງຢູ່ໃນຫ້ອງຮຽນແລ້ວ, ຄະນະຈັດຕັ້ງຍັງຈະໄດ້ພາສໍາມະນາກອນ ໄປທັດສະນະສຶກສາ ແລະ ປະຕິ ບັດຕົວຈິງຢູ່ ພິພິທະພັນສິນລະປະລາວ ແລະ ບາງໜ່ວຍງານສື່ມວນຊົນຂອງ ສປປ ລາວ ຕື່ມອີກ.
KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top