ມົນສະເໜ່ຂອງຕາດກວາງຊີ

21/04/2025 10:17
Email Print 2400
ຂປລ ຫລວງພະບາງ ເປັນເມືອງໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ.

    *ຫລວງພະບາງ ເປັນເມືອງໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ  ທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ. ເຖິງວ່າຕົວ ເມືອງຫລວງພະບາງຈະນ້ອຍແຕ່ສິ່ງທີ່ເຮັດໃຫ້ຫລວງພະບາງແຕກຕ່າງຈາກບ່ອນອື່ນ ແມ່ນປະເພນີ, ວັດທະນະທຳ ແລະ ວິຖີການດຳລົງຊີວິດແບບດັ່ງເດີມຂອງຊາວເມືອງຫລວງ ລວມທັງສະຖາປັດຕະຍະກຳອັນເກົ່າແກ່ທີ່ຍັງຖືກປົກປັກຮັກສາໄວ້ຢ່າງດີ. ນອກນັ້ນກໍຍັງມີສະຖານທີ່ທ່ອງ ທ່ຽວທີ່ມີຊື່ສຽງຫລາຍແຫ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຢ່າງຫລວງຫລາຍໂດຍສະເພາະແມ່ນ ຫໍພິພິທະພັນຫລວງພະບາງ (ພະລາຊະວັງເກົ່າ), ພະທາດພູສີ, ວັດຊຽງທອງ, ຕະຫລາດກາງຄືນ, ຕາດກວາງຊີ ແລະ ອື່ນໆເຫລົ່ານີ້ເປັນຕົ້ນ.


    ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວແລ້ວມື້ນີ້ຜູ້ຂຽນຂໍເວົ້າເຖິງຕາດກວາງ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງໄປປະມານ 25 ກິໂລແມັດ ໂດຍໃຊ້ເວລາເດີນທາງຈາກຕົວເມືອງໄປຫາຕາດປະມານ 1 ຊົ່ວໂມງ ດ້ວຍລົດທີ່ມີເສ້ັນທາງເຂົ້າເຖິງສະດວກສະບາຍ. ຕາດນີ້ເປັນນໍ້າຕົກຕາດຫີນປູນ ຊຶ່ງມີຄວາມສູງປະມານ 80 ແມັດ ຫລຸດລົງມາເປັນຊັ້ນໆທີ່ອ້ອມຮອບໄປດ້ວຍຕົ້ນປ່າໄມ້ທີ່ອຸດົມສົມບູນ ຂຽວງາມອຸ່ນທຸ່ມບວກກັບນ້ຳທີ່ມີີສີຂຽວມໍລະກົດໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ສ່ວນຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາ ກ່ອນຈະຮອດນ້ຳຕົກຕາດທ່ານຈະພົບກັບວັງນ້ຳສີຂຽວງົດງາມຫລາຍວັງ ແລະ ມີບາງວັງທີ່ທ່ານສາມາດລົງຫລິ້ນໄດ້ ຊຶ່ງຈະສ້າງຄວາມສົດຊື່ນເຢັນສະບາຍ ແລະ ສຳພັດໄດ້ເຖິງທຳມະຊາດແທ້ໆ.


    ຕາດກວາງຊີ ເປັນນໍ້າຕົກຕາດທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນິຍົມໄປສຳພັດແຕ່ລະມື້ ຢ່າງບໍ່ຂາດສາຍ ໂດຍສະເພາະໄລຍະບຸນປີໃໝ່ລາວ  2025 ນີ້ ຈະມີນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ ໄດ້ໄປທ່ຽວຊົມ ເພື່ອໄປພັກຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດມົນສະເໜ່ຄວາມງົດງາມຂອງນ້ຳຕົກຕາດ, ທິວທັດທໍາມະຊາດອັນສວຍສົດງົດງາມທີ່ທຳມະຊາດສ້າງໄວ້ ແລະ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຮອດມາເຖິງແຂວງຫລວງພະບາງແລ້ວ ຕ້ອງມາທ່ຽວຊົມເບິ່ງຄວາມງົດງາມທີ່ທຳຊາດສ້າງຂຶ້ນຢ່າງມະຫັດສະຈັນ, ພ້ອມນັ້ນ ໃນບໍລິເວນຕາດຍັງມີບ່ອນຍ່າງເບິ່ງຄວາມງາມອ້ອມຮອບຕາດທີ່ສະດວກສະບາຍ ແລະ ມີບ່ອນຖ່າຍຮູບໄວ້ເປັນທີ່ລະນຶກເຊິ່ງແຕ່ລະມູນລ້ວນແຕ່ສ້າງຄວາມງົດງາມສ້າງຄວາມເພິ່ງພໍໃຈໃຫ້ກັບນັກທ່ອງ ທ່ຽວ.


    ຕາດກວາງຊີ ມີປະຫວັດຄວາມເປັນມາຕາມການເລ່ົາຂານຂອງຜູ້ເຖົ້າວ່າ: ໃນເມື່ອກ່ອນໄດ້ມີພະລືສີອົງໜຶ່ງ ໄດ້ໃຊ້ໄມ້ເທົ້າຊີເຂົ້າໃນດິນເພື່ອໃຫ້ເກີດມີນ້ຳອອກມາໃຊ້. ສະນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ຂຶ້ນມາ ເມື່ອກະແສນ້ຳໄຫລອອກມາຕົກໃສ່ຜາຫີນສູງນີ້ ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄໍາໂຕໜຶ່ງອາໄສຢູ່ກ້ອງລືບຫີນຊັ້ນກາງຂອງນ້ຳຕົກ ເຊິ່ງລືບຫີນຊ້ັນດ່ັງກ່າວ ແມ່ນໄດ້ງອກຍືດຍາວອອກມາ ເຮັດໃຫ້ນ້ຳທີ່ໂຕນຢູ່ໃນຊັ້ນລືບຫີນນີ້ມີສຽງດັງກ້ອງກັງວານໄປທົ່ວບໍລິເວນ. ແຕ່ຕໍ່ມາຊັ້ນຫີນງອກນັ້ນ ກໍໄດ້ຫັກພັງລົງເຖິງຢ່າງ ໃດກໍຕາມນ້ຳຕົກຕາດກວາງຊີແຫ່ງນ້ີ ກໍຍັງມີຄວາມງາມຍັງເປັນທີ່ດຶງດູດໃຫ້ນັກທ່ອງທ່ຽວນິຍົມກັນເຂົ້າມາທ່ຽວຊົມຢ່າງບໍ່ຂາດສາຍໃນແຕ່ລະມ້ື, ແຕ່ລະເດືອນ. 

    ຕາດກວາງຊີ  ແມ່ນໄດ້ມາຈາກ “ຕາດ” ແມ່ນນ້ຳຕົກ, “ກວາງ” ແມ່ນກວາງຄໍາ ແລະ “ຊີ” ແມ່ນພະລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດນ້ຳໄຫລອອກມາດັ່ງທີ່ພວກເຮົາເຫັນຄວາມສວຍງາມໃນປັດຈຸບັນນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດນັ້ນ ແມ່ນໄຫລອອກມາຈາກຫ້ວຍຕີນພູທີ່ມີຄວາມໃສເຢັນສະອາດ ໄກຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ໄຫລໂຮມເຂົ້າກັນ ແລະ ມີຫລາຍວັງນ້ຳ ອັນປະກອບໄປດ້ວຍທິວທັດທໍາມະຊາດທີ່ສວຍສົດງົດງາມທ່ີສຸດ, ຕາດກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະ ກອບດ້ວຍ 6 ຊັ້ນ ແລະ ສູງຈາກ ລະດັບໜ້ານ້ຳທະເລ ປະມານ 460- 560 ແມັດ, ໃນໄລຍະທີ່ຜ່ານມາ ຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນ ທີ 04/12/2011 ຜ່ານມາ. ສະ ເພາະລະດູຝົນຕາດກວາງຊີ ຈະມີນ້ຳໂຕນຫລາຍທີ່ສຸດ ແຕ່ລະດູແລ້ຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ປະລິມານນ້ຳຝົນຈະໜ້ອຍລົງ. ອຸທິຍານປ່າໄມ້ແຫ່ງນີ້ ລັດຖະບານໄດ້ປະກາດໃຫ້ເປັນແຫລ່ງທ່ອງທ່ຽວໃນປີ 1987 ເປັນຕົ້ນມາ, ເຊິ່ງໃນເມື່ອກ່ອນມີຫລາຍບ້ານທີ່ຢູ່ອາໄສຢູ່ເທິງສາຍນ້ຳຊີແຫ່ງນີ້, ເນື່ອງຈາກວ່າລັດຖະບານເຫັນໄດ້ຄວາມຈໍາເປັນ ເພື່ອການອະນຸລັກຫ້ວຍນ້ຳແຫ່ງນີ້ ໃຫ້ມີຄວາມອຸດົມສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຍ້າຍຖິ່ນຖານປະຊາຊົນລົງໄປຢູ່ເຂດໃຕ້ບ້ານ ໂດຍສະເພາະແມ່ນບ້ານທ່າແປ້ນ, ໂນນສະຫວາດ, ບ້ານນາອວນ ແລະ ບັນດາບ້ານຕ່າງໆຢູ່ໃກ້ຄຽງ. ນອກຈາກນັ້ນ, ຕາດກວາງຊີຍັງເປັນນ້ຳຕົກທີ່ສວຍງາມ ເໝາະສົມເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດລະດັບຊາດ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

ads
ads

Top