ສະພາທິດສະດີສູນກາງ ຫວຽດນາມ ສືບຕໍ່ຢັ້ງຢືນ ບົດບາດຫລັກແຫລ່ງ ໃນການຄົ້ນຄ້ວາ-ປຶກສາຍຸດທະສາດ

30/10/2026 16:22
Email Print 130
ຂປລ ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຫວຽດນາມ ຮຽກ​ຮ້ອງ ສະ​ພາ​ແຫ່ງ​ຊາດ​ ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫລຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ ​​ສ້າງ​ບາດ​ກ້າວ ​ພັດ​ທະ​ນາ​ໃໝ່ ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ ໃນນັ້ນ ສະຫລຸບ 100 ປີ ​ແຫ່ງ​ພັກນຳ​ພາ​ການ​ປະ​ຕິ​ວັດ ຫວຽດ​ນາມ ແລະ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ ໂຄງ​ການ​​ການເມື່ອງ​ ສ້າງສາ​ປະ​ເທດ​ຊາດ​ ໃນ​ໄລ​ຍະ​ຂ້າມ​ຜ່ານ ​ຂຶ້ນສັງ​ຄົມ​ນິ​ຍົມ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຫວຽດນາມ ຮຽກ​ຮ້ອງ ສະ​ພາ​ແຫ່ງ​ຊາດ​ ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫລຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ ​​ສ້າງ​ບາດ​ກ້າວ ​ພັດ​ທະ​ນາ​ໃໝ່ ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ ໃນນັ້ນ ສະຫລຸບ 100 ປີ ​ແຫ່ງ​ພັກນຳ​ພາ​ການ​ປະ​ຕິ​ວັດ ຫວຽດ​ນາມ ແລະ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ ໂຄງ​ການ​​ການເມື່ອງ​ ສ້າງສາ​ປະ​ເທດ​ຊາດ​ ໃນ​ໄລ​ຍະ​ຂ້າມ​ຜ່ານ ​ຂຶ້ນສັງ​ຄົມ​ນິ​ຍົມ ແມ່ນ​ໜ້າ​ທີ່ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ເຊື່ອມ​ຕໍ່​ປະ​ຫວັດ​ສາດ ອັນ​ຍາວ​ນານກັບ​ຄຳ​ຮຽກ​ຮ້ອງ ​ຕ້ອງ​ການ​ໃນປັດ​ຈຸ​ບັນ ແລະ ຄວາ​ມ​ມຸ່ງ​ຫວັງ ​ຕໍ່​ອະ​ນາ​ຄົດ​ຢ່າງ​ເລິກ​ເຊິ່ງໂດຍສະເພາະ ສະ​ພາ​ທິດ​ສະ​ດີ​ສູນ​ກາງ ​ຕ້ອງ​ກຳ​ແໜ້ນ, ຄົ້ນ​ຄ້​ວາ, ຕີ​ລາ​ຄາ​ເນື້ອ​ໃນ, ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ ໃນ​ການ​ຄົ້ນ​ຄ້​ວາ, ການໃຫ້​ຄຳ​ປຶກ​ສາ​ຂອງ​ຕົນ ​ຢ່າງ​ຖືກ​ຕ້ອງ ເພື່ອ​ສຸມ​ໃສ່​ແກ້​ໄຂ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງ ​ຕ້ອງ​ການ​ຂອງ​ ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່​ພິ​ທີ​ສະ​ເຫລີມ​ສະຫລອງ 30 ປີ ແຫ່ງວັນ​ສ້າງ​ຕັ້ງ ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ (30/10/1996-30/10/2026) ແລະ ​ພິ​ທີຕ້ອນ​ຮັບຫລຽນ​ໄຊ​ໂຮ່​ຈີ​ມິນ. ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ ສະ​ພາ​ສືບ​ຕໍ່​ຢັ້ງ​ຢືນ ແລະ ຍົກ​ສູງ​ບົດ​ບາດ​ແກ່ນ​ສານ, ຫລັກ​ແຫລ່ງ​ໃນ​ການ​ຄົ້​ນ​ຄ້​ວາ ​ທິດ​ສະ​ດີ, ສະຫລຸບ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ໃຫ້​ຄຳ​ປຶກ​ສາ​ ຍຸດ​ທະ​ສາດ​ຂອງ​ພັກ, ເປັນ​ເຈົ້າ​ການ​ຄາດ​ຄະ​ເນ ແລະ ພົບ​ເຫັນ​ບັນ​ດາ​ບັນ​ຫາ​ໃໝ່. ໃນ​ນັ້ນ, ສະ​ພາ​ຕ້ອງ​ຕິດແທດ​ ການ​ຫັນ​ປ່ຽນ​ ຂອງ​ປະ​ເທດ​ຊາດ ແລະ ໂລກ, ເລືອກ​ເອົາ​ບັນ​ດາ​ບັນ​ຫາ​ຄົ້ນ​ຄ້​ວາ​ ຈາກ​ຄຳ​ຮຽກ​ຮ້ອງ​ຂອງ​ການ​ນຳ​ພາ ແລະ ການ​ພັດ​ທະ​ນາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top