ຂປລ
ກອງປະຊຸມປະຈຳປີຂອງວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເນັ້ນໃສ່ການສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດລາຍການວິທະຍຸ “ເສັ້ນທາງສູ່ປອດໄພ” ໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືບາງວຽກຈຸດສຸມ ຄື: ການປະເມີນຮູບການ, ພາສາ ແລະ ປະສິດທິພາບຂອງສື່ໂຄສະນາໃຫ້ເຂົ້າເຖິງກຸ່ມເປົ້າໝາຍ; ການຜັນຂະຫຍາຍການຈັດລາຍການໄປສູ່ສື່ອອນລາຍ; ການນຳເອົານະໂຍບາຍການຊ່ວຍເຫຼືອຜູ້ຖືກເຄາະຮ້າຍເຂົ້າໃນເນື້ອໃນໂຄສະນາໃຫ້ຫຼາຍຂຶ້ນ; ການສົ່ງບົດລາຍງານຜ່ານລະບົບອອນລາຍ; ການຂະຫຍາຍຄວາມຮ່ວມມືກັບກອງວິທະຍຸຊາວໜຸ່ມ/ກອງທັບ ແລະ ພັດທະນາໂຄງການໂທລະໂຄ່ງບ້ານ-ໂຮງຮຽນໃນໄລຍະຕໍ່ໄປ.
ທ່ານ ບຸນເພັງ ສີສະຫວັດ ໄດ້ໃຫ້ຮູ້ວ່າ: ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ເປັນວຽກທີ່ມີຄວາມສຳຄັນຍິ່ງ ເພື່ອສ້າງຄວາມຮັບຮູ້, ຄວາມປອດໄພ ແລະ ວິທີຫຼີກລ່ຽງອັນຕະລາຍໃຫ້ແກ່ປະຊາຊົນ. ປັດຈຸບັນວຽກງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຢູ່ 15 ແຂວງທົ່ວປະເທດ ໂດຍມີອົງການປະຕິບັດງານກ່ຽວຂ້ອງ 12 ອົງການ, ພ້ອມທັງໄດ້ຮ່ວມມືກັບກົມສື່ມວນຊົນ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ສະຖານີວິທະຍຸ 11 ແຂວງ/ນະຄອນຫຼວງ. ຢ່າງໃດກໍຕາມ, ນັບແຕ່ປີ 2008 ເປັນຕົ້ນມາທົ່ວປະເທດມີອຸບັດເຫດເກີດຂຶ້ນ 756 ຄັ້ງ, ມີຜູ້ເຄາະຮ້າຍ 1.229 ຄົນ (ເສຍຊີວິດ 310 ຄົນ ແລະ ບາດເຈັບ 919 ຄົນ). ສະເພາະປີ 2026 ເກີດຂຶ້ນ 13 ຄັ້ງ, ມີຜູ້ເຄາະຮ້າຍ 24 ຄົນ (ບາດເຈັບ 23 ຄົນ ແລະ ເສຍຊີວິດ 1 ຄົນ). ໃນໄລຍະປີ 2015 ເຖິງປັດຈຸບັນໄດ້ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 1.936 ຄົນ (ລວມ 2.313 ເທື່ອຄັ້ງ) ດ້ວຍງົບປະມານກວ່າ 3,5 ຕື້ກີບ (ປະມານ 811.139 ໂດລາສະຫະລັດ).
ທ່ານ ບຸນເພັງ ສີສະຫວັດ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 1996 ຮອດເດືອນຕຸລາ 2026 ໄດ້ຈັດກິດຈະກຳໂຄສະນາແບບເຊິ່ງໜ້າຢູ່ 4.471 ບ້ານ, ເຂົ້າເຖິງຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 6 ລ້ານເທື່ອຄົນ. ສຳລັບການໂຄສະນາຜ່ານລາຍການວິທະຍຸ 15 ແຂວງ ໃນປີ 2026 ນີ້, ໄດ້ອອກອາກາດ 752 ຄັ້ງ, ເຂົ້າເຖິງຜູ້ຟັງ 882.389 ຄົນ. ນອກຈາກນີ້, ຍັງໄດ້ມອບຄອມພິວເຕີ ແລະ ເຄື່ອງອັດສຽງໃຫ້ແກ່ວິທະຍຸທັງ 12 ພາກສ່ວນຜ່ານໂຄງການສ້າງຂີດຄວາມສາມາດດ້ານການຄຸ້ມຄອງຂໍ້ມູນຂ່າວສານ ຈັດຕັ້ງໂດຍອົງການຊ່ວຍເຫຼືອລ້າປະຊາຊົນນອກແວ ແລະ ໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ ລວມມູນຄ່າ 495.429.566 ກີບ.
ຂ່າວ: ຢ່າຕົ່ງ
KPL