ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ເປີດເປັນທາງການຢູ່ນະຄອນຫລວງວຽງຈັນ

29/10/2026 10:10
ຂປລ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້:“ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິ ທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ໃນວັນທີ 28 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ.

    ຂປລ. ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະອາຈານໃຫຍ່ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງ ນະຄອນເສີນເຈີ້ນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະ ຈາກ 29 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ເພ່ືອສືບຕໍ່ຈັດຕັ້ງປະຕິບັດຖະແຫລງການກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ X ໃຫ້ມີຜົນເປັນຮູບປະທໍາ; ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຫລັກທໍາຄໍາສອນຂອງພຸດທະສາສະໜາ, ສົ່ງເສີມຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍຄວາມຫລາກຫລາຍທາງວັດທະນະທໍາ, ພ້ອມທັງສົ່ງເສີມສັນຕິພາບ ແລະ ການພັດທະນາຮ່ວມກັນຢ່າງຍືນຍົງ, ທັງເປັນເວທີສາກົນໜຶ່ງທີ່ສຳຄັນທາງພຸດທະສາສະໜາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງພຸດທະສາສະໜາດ້ວຍກັນ ແລະ ພະສົງເພື່ອຄົ້ນຄວ້າພະທຳຄຳສອນ ແລະ ຕິດພັນກັບການສ້າງຄວາມເຂົ້າໃຈໃຫ້ພຸດທະສາສະນິກະຊົນໃຫ້ຮູ້ຈັກ ແລະ ປະຕິບັດຕາມພະທຳຄຳສອນຂອງພະພຸດທະສາສະໜາ, ທັງເປັນການສືບທອດມໍລະດົກທາງດ້ານ ສາສະໜາ ແລະ ວັດທະນະທຳໃຫ້ເລິກເຊິ່ງ ເປັນຮູບປະທຳເປັນຕົ້ນເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆ. ສິ່ງເຫລົ່ານີ້, ໄດ້ເປັນສ່ວນໜຶ່ງທີ່ສຳຄັນຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເຊື່ອມໂຍງ-ເຊື່ອມ ຈອດລະຫວ່າງ ສປປ ລາວ-ສປ ຈີນ ເພື່ອສົ່ງເສີມເສັ້ນທາງແຫ່ງສັນຕິພາບ ມິດຕະພາບ, ສ້າງຄວາມຈະເລີນຮຸ່ງເຮືອງ, ປົກປັກຮັກສາວັດທະນະທຳ, ອາລິຍະທຳ ແລະ ຮີດຄອງປະເພນີອັນດີງາມໃຫ້ແກ່ຄົນຮຸ່ນຫລັງສືບຕໍ່ຕະຫລອດໄປ.

     ໂອກາດນ້ີ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຂຶ້ນກ່າວເປີດກອງປະຊຸມໂດຍມີບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ຕ້ົນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ”  ເພ່ືອສ່ົງເສີມການປືກສາຫາລື ແລະ ແລກ ປ່ຽນວັດທະນະທຳລະຫວ່າງກັນໂດຍການເປັນເຈ້ົາພາບຮ່ວມຂອງສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນທ່ີກ່ຽວຂ້ອງຂອງ ສປປ ລາວຮ່ວມກັບສະມາຄົມພຸດທະສາສະ ໜານະຄອນເສີນເຈີ້ນ ແລະ ວັດ ຫົງຟ້າ ສປ ຈີນ. ກອງປະຊຸມຈັດຂຶ້ນໃນທ່າມກາງບັນຍາກາດສະເຫລີມສະຫລອງວັນສ້າງຕ້ັງສາຍພົວພັນການທູດ ລາວ-ຈີນ, ຈີນ- ລາວ ຄົບຮອບ 65 ປີ ແລະ ເປັນປີທ່ີສອງປະເທດຍົກລະດັບສາຍພົວພັນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທ່ີເຂ້ັມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ລະຫວ່າງສອງພັກ, ທັງເປັນປີແຫ່ງມິດຕະພາບ ລາວ-ຈີນ, ປີທ່ອງທ່ຽວລາວ-ຈີນ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນມາແຕ່ປີ 2016 ເປັນຕົ້ນມາ ຊຶ່ງໄດ້ຈັດຂຶ້ນທີ່ນະຄອນເສີນເຈີ້ນ ສປ ຈີນ, ນະຄອນພະນົມເປັນປະເທດກຳປູເຈຍ, ນະຄອນໂຄລອມໂບ ປະເທດສີລັງກາ, ນະຄອນບາງກອກ ປະເທດໄທ, ນະຄອນກາດມັນດຸ ປະເທດເນປານ. ສໍາລັບກອງປະຊຸມຄັ້ງນີ້, ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ ເພື່ອສົ່ງເສີມຄວາມສາມັກຄີປອງດອງລະຫວ່າງ 3 ນິກາຍຫລັກຂອງພຸດທະສາສະໜາ ເພື່ອສ້າງເວທີສາກົນສຳລັບການແລກປ່ຽນທີ່ກວ້າງຂວາງ, ກວມລວມ ແລະ ຮ່ວມມືເຊ່ິງກັນ ແລະ ກັນ ເພ່ືອສ້າງປະຊາຄົມສາກົນດ້ານພຸດທະສາສະໜາ, ສ້າງອະນາຄົດຮ່ວມກັນຂອງມວນມະນຸດ; ທັງເປັນການສືບທອດມໍລະດົກທາງດ້ານສາສະໜາ ແລະ ວັດທະນະທຳໃຫ້ເລິກເຊິ່ງເປັນຮູບປະທຳເປັນຕົ້ນເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆທີ່ຕິດພັນ. 

     ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄ້ັງທີ 11 ຢູ່ນະຄອນຫລວງວຽງຈັນ ຊ່ຶງເປັນນິມິດໝາຍອັນສໍາຄັນຄັ້ງປະຫວັດສາດ ເປັນການຮ່ວມມືທາງດ້ານພະພຸດທະສາສະໜາ ແລະ ວັດທະນະທຳຂອງອົງການພຸດທະສາສະໜາ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ກໍຄື ສະມາຄົມພຸດທະສາສະໜານະຄອນເສີນເຈີ້ນ ແລະ ວັດຫົງຟ້າ ສປ ຈີນ. ພະອາຈານໃຫຍ່ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມື, ການແລກປ່ຽນບົດຮຽນ, ແລກປ່ຽນການສຶກສາສົງ, ແລກປ່ຽນທັດສະນະສຶກສາ ແລະ ການມືກັນຮອບດ້ານລະຫວ່າງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜານະຄອນເສີນເຈີ້ນ ແລະ ວັດຫົງຟ້າ ສປ ຈີນ ຕື່ມອີກ.

    ໃນໂອກາດນ້ີ, ກອງປະຊຸມຍັງໄດ້ຮັບຟັງການອ່ານສານອວຍພອນກອງປະຊຸມດັ່ງກ່າວ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວ

      10/29/2026 10:32:23 AM

      ໃນວັນທີ 26 ຕຸລາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

    • ປະທານປະເທດ ແຫ່ງ ສປປ ລາວ ອ່ານສານອວຍພອນກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11ການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ອ່ານສານອວຍພອນກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11

      10/29/2026 9:58:45 AM

      ປະທານປະເທດ ແຫ່ງ ສປປ ລາວ ອ່ານສານອວຍພອນກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່

      10/28/2026 9:57:44 AM

      ເມື່ອບໍ່ດົນມານີ້, ທ່ີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ads
ads

Top