“ສວນບໍລະເວນ” ຕົ້ນແບບທ່ອງທ່ຽວອະນຸລັກທຳມະຊາດ ແລະ ພັດທະນາຊຸມຊົນ

08/10/2026 10:38
ຂປລ ຂປລ. ການທ່ອງທ່ຽວ ນອກຈາກຈະເປັນພາກສ່ວນສຳຄັນໃນການສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ນຳລາຍໄດ້ເຂົ້າປະເທດແລ້ວ, ຍັງສາມາດເປັນກົນໄກສຳຄັນໃນການອະນຸລັກປ່າໄມ້, ແຫລ່ງນ້ຳ, ສັດປ່າ ແລະ ວິຖີຊີວິດຂອງຊຸມຊົນ. ການທ່ອງທ່ຽວແບບຍືນຍົງ ຈຶ່ງເປັນແນວທາງທີ່ສາມາດສ້າງຄວາມສົມດຸນລະຫວ່າງ ການພັດທະນາ, ການສ້າງລາຍຮັບ ແລະ ການຮັກສາທຳມະຊາດ.

ຂປລ. ການທ່ອງທ່ຽວ ນອກຈາກຈະເປັນພາກສ່ວນສຳຄັນໃນການສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ນຳລາຍໄດ້ເຂົ້າປະເທດແລ້ວ, ຍັງສາມາດເປັນກົນໄກສຳຄັນໃນການອະນຸລັກປ່າໄມ້, ແຫລ່ງນ້ຳ, ສັດປ່າ ແລະ ວິຖີຊີວິດຂອງຊຸມຊົນ. ການທ່ອງທ່ຽວແບບຍືນຍົງ ຈຶ່ງເປັນແນວທາງທີ່ສາມາດສ້າງຄວາມສົມດຸນລະຫວ່າງ ການພັດທະນາ, ການສ້າງລາຍຮັບ ແລະ ການຮັກສາທຳມະຊາດ.

ທ່ານ ປໍ ຄ້າຍຄ່ຽມມະນີ ຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ “ສວນບໍລະເວນ” ບ້ານແສນວັງໃຫຍ່ ເມືອງສາລະວັນ ແຂວງສາລະວັນ ໃຫ້ສຳພາດວ່າ: ຕົນໄດ້ປະກອບອາຊີບບໍລິການທ່ອງທ່ຽວຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ມາເປັນເວລາກວ່າ 20 ປີ. ຈຸດເລີ່ມຕົ້ນແມ່ນ “ເຮືອນປາລາມີ”  ຊຶ່ງໃຫ້ບໍລິການໃນຮູບແບບໂຮມສະເຕແບບຄອບຄົວ ແລະ ໃນປີ 2024 ໄດ້ເປີດ “ສວນບໍລະເວນ” ໂດຍວາງແນວຄິດໃຫ້ເປັນ “ຟາມຣີສອດ” ທີ່ເນັ້ນການອະນຸລັກທຳມະຊາດ ຫລາຍກວ່າການສ້າງຄວາມຫລູຫລາ. ສຳລັບຈຸດເດັ່ນຂອງ “ສວນບໍລະເວນ” ແມ່ນການນຳໃຊ້ພູມປັນຍາ ແລະ ເອກະລັກທາງວັດທະນະທຳຂອງບັນດາເຜົ່າ ມາປະຍຸກໃຊ້ໃນການອອກແບບອາຄານ ໂດຍເນັ້ນນຳໃຊ້ວັດສະດຸຈາກທຳມະຊາດ ແລະ ການອອກແບບໃຫ້ສາມາດຄວບຄຸມອຸນຫະພູມໄດ້ດີ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ສ້າງບັນຍາກາດໃຫ້ນັກທ່ອງທ່ຽວສາມາດພັກຜ່ອນກັບທຳມະຊາດໄດ້ດົນຂຶ້ນ. ພ້ອມນີ້, ຍັງເນັ້ນການຈັດການແບບອິນຊີ, ປູກພືດຜັກສວນຄົວໄວ້ບໍລິໂພກເອງ ໂດຍບໍ່ນຳໃຊ້ປຸ໋ຍເຄມີ, ຫລີກລ່ຽງກິດຈະກຳທີ່ອາດສົ່ງຜົນກະທົບຕໍ່ທຳມະຊາດ ແລະ ວາງລະບົບບຳບັດນ້ຳເສຍຈາກການອາບນ້ຳ ແລະ ການໃຊ້ງານ ບໍ່ໃຫ້ໄຫລລົງສູ່ແຫລ່ງນ້ຳທຳມະຊາດ. ການອອກແບບລະບົບດັ່ງກ່າວ ໄດ້ຮ່ວມມືກັບນັກອອກແບບຊາວຝຣັ່ງທີ່ມີປະສົບການ.

ແນວໃດກໍຕາມ, ສິ່ງສຳຄັນອີກດ້ານໜຶ່ງ ແມ່ນການສ້າງໂອກາດໃຫ້ຊຸມຊົນເຂົ້າມາມີສ່ວນຮ່ວມ. ປັດຈຸບັນ ມີ 16 ຄອບຄົວໃນຊຸມຊົນເຂົ້າມາຮ່ວມວຽກງານ ເຊັ່ນ: ການກະກຽມອາຫານ, ການບໍລິການ, ການນຳພາແຂກທ່ຽວ ແລະ ການອະນາໄມ ຊຶ່ງຮູບແບບນີ້ຊ່ວຍສ້າງລາຍຮັບໃຫ້ຄົນໃນຊຸມຊົນ ພ້ອມທັງສົ່ງເສີມບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ ໃຫ້ທຸກຄົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດ.

ທ່ານ ປໍ ຄ້າຍຄ່ຽມະນີ ກ່າວວ່າ: ໃນລະດູທ່ອງທ່ຽວ ຫລື High Season ສາມາດສ້າງລາຍຮັບເຖິງ 140 ລ້ານກີບຕໍ່ເດືອນ ແລະ ໂຮມສະເຕອີກແຫ່ງໜຶ່ງປະມານ 60 ລ້ານກີບຕໍ່ເດືອນ. ລາຍຮັບສ່ວນໜຶ່ງຍັງຖືກນຳໄປໃຊ້ໃນການຟື້ນຟູປ່າ ແລະ ເພີ່ມພື້ນທີ່ສີຂຽວຢູ່ເຂດແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ໂດຍຮ່ວມມືກັບຊຸມຊົນ ເຊັ່ນ: ການປູກຕົ້ນໄມ້ ແລະ ຕົ້ນໄມ້ປະດັບ.  ປັດຈຸບັນ “ສວນບໍລະເວນກາເດັນ” ມີທັງເກສເຮົາສ໌ສາມັກຄີ, ໂຮມສະເຕປາລາມີ ແລະ ຟາມຣີສອດແຄມຫ້ວຍນ້ຳເສັດ ຊຶ່ງຕັ້ງຢູ່ໃກ້ນ້ຳຕົກຕາດເລາະ ປະມານ 1 ກິໂລແມັດ, ສະຖານທີ່ແຫ່ງນີ້ເໝາະສຳລັບຜູ້ທີ່ຕ້ອງການພັກຜ່ອນກັບທຳມະຊາດ ແລະ ສຳຜັດວິຖີຊີວິດຊາວສວນ.

“ສວນບໍລະເວນກາເດັນ” ຈຶ່ງເປັນອີກໜຶ່ງຕົວຢ່າງຂອງການນຳການທ່ອງທ່ຽວມາເຊື່ອມໂຍງກັບການອະນຸລັກ ແລະ ການພັດທະນາຊຸມຊົນ. ບໍ່ແມ່ນພຽງການນຳທຶນ ຫລື ຊັບພະຍາກອນທຳມະຊາດມາໃຊ້ເພື່ອສ້າງລາຍຮັບ, ແຕ່ເປັນການສ້າງລະບົບທີ່ທຳມະຊາດ, ຊຸມຊົນ ແລະ ທຸລະກິດ ສາມາດເກື້ອກູນ ແລະ ເຕີບໃຫຍ່ໄປພ້ອມກັນ. “ສວນບໍລະເວນກາເດັນ” ຕັ້ງຢູ່ບ້ານແສນວັງໃຫຍ່, ເມືອງສາລະວັນ, ແຂວງສາລະວັນ ຫ່າງຈາກຕົວເມືອງສາລະວັນປະມານ 35 ກິໂລແມັດ.

ໂດຍ: ສ.ພະຈັນ

KPL

ຂ່າວອື່ນໆ

ads
ads

Top