ຂປລ
ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.
ຂປລ. ໂດຍການຮ່ວມນໍາພາຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີຄະນະນໍາແຂວງ, ນະຄອນ, ຕາແສງ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການ ສຶກສາທິການ ແລະ ກິລານະຄອນ, ຂະແໜງການກ່ຽວຂ້ອງ, ຄູ- ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ການຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະດູຝົນທີ່ຜ່ານມາ ຊຶ່ງສົ່ງຜົນກະທົບຕ່ໍຫລາຍບ້ານໃນນະຄອນປາກເຊ ໂດຍສະເພາະໂຮງຮຽນປະຖົມບ້ານແກ ໄດ້ຮັບຜົນເສຍຫາຍຫລາຍສົມຄວນເປັນຕ້ົນປ້ຶມຄູ່ມືຄູ, ກະດານດໍາ, ຕູ້ໃສ່ເອກະສານ, ອາຄານຮຽນ 2 ຫລັງຖືກຜົນກະທົບນໍ້າຖ້ວມ ລວມມູນຄ່າເສຍຫາຍ 15.000.000 ກີບ, ຫລັງຈາກນໍ້າບົກແຫ້ງ ທາງໂຮງຮຽນ ກໍຄື ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮ່ວມກັນເຮັດອະນາໄມລ້າງຫ້ອງການ, ຫ້ອງຮຽນ, ໂຕະ-ຕັ່ງ ແລະ ເຄື່ອງໃຊ້ຕ່າງໆໃຫ້ມີຄວາມສະອາດຈົບງາມ ເພື່ອເປີດສົກຮຽນໃໝ່ໄດ້ທັນຕາມກຳນົດເວລາ. ໂອກາດນີ້, ທ່ານ ນາງ ປານີ ຢາທ່ໍຕູ້ ກໍໄດ້ມີຄຳເຫັນໂອ້ລົມໂດຍສະແດງຄວາມຢື້ຢາມຖາມຂ່າວຄູອາຈານ ແລະ ລູກຫລານນັກຮຽນທຸກຄົນດ້ວຍຄວາມເປັນຫ່ວງເປັນໃຍ. ດ່ັງນ້ັນ, ຈ່ຶງໄດ້ຊອກເງ່ືອນໄຂ ແລະ ຫາໂອກາດລົງມາຢ້ຽມຢາມຖາມຂ່າວ ເພື່ອມອບການຊ່ວຍເຫລືອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຄູອາຈານ ແລະ ລູກຫລານນັກຮຽນໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາການສຶກສາໄດ້ຢ່າງຕ່ເນ່ືອງ. ພ້ອມກັນນ້ີ, ທ່ານກໍໄດ້ນໍາພາປຸກລະດົມບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດມອບເງິນອຸປະຖຳເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມສົມບູນບ້ານແກນະຄອນປາກເຊ ແຂວງຈຳປາສັກ ມູນຄ່າ 365 ລ້ານກີບ. ນອກຈາກນ້ີ, ການນຳແຂວງຈໍາປາສັກ ຍັງມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນດັ່ງກ່າວ ລວມມູນຄ່າ 25.796.000 ກີບ ຕື່ມອີກ.
ໃນໂອກາດນ້ີ, ທ່ານ ນາງ ບຸນສວນ ຈໍາປາພວງເພັດ ຜູ້ອໍານວຍການໂຮງຮຽນປະຖົມບ້ານແກ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະນໍາແຂວງ, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ທີ່ໄດ້ມາຢ້ຽມຢາມຖາມຂ່າວ ແລະ ຊ່ວຍເຫລືອຊຸກຍູ້ພັດທະນາໂຮງຮຽນບ້ານແກ ໃນຄັ້ງນີ້, ພ້ອມຢືນຢັນວ່າຈະນໍາໃຊ້ທຶນຊ່ວຍເຫລືອ ດ່ັງກ່າວໃຫ້ເກີດປະໂຫຍດສູງສຸດຕໍ່ການບູລະນະພັດທະນາໂຮງຮຽນໃຫ້ມີໃບໜ້າໃໝ່.
ຂ່າວ-ພາບ: ເກດສະໜາ
KPL