ກອງປະຊຸມຄົບຄະນະ ຂອງສູນກາງພັກກອມມູນິດຈີນ ຮັບຮອງເອົາ ເອກະສານສຳຄັນ ຫລາຍດ້ານ

30/10/2026 16:21
Email Print 100
ຂປລ ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແນະນໍາ ແລະ ບັນຍາຍເນື້ອໃນ ຈິດໃຈ ຂອງ ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະ ກຳມະ ການ ສູນກາງພັກ ກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນ ເມື່ອບໍ່ ດົນມານີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແນະນໍາ ແລະ ບັນຍາຍເນື້ອໃນ ຈິດໃຈ ຂອງກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະ ກຳມະ ການ ສູນກາງພັກ ກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້. ທ່ານ ຖາງຟາງຢູ້ ຫົວໜ້າຫ້ອງການຄົ້ນຄວ້າ ນະໂຍບາຍສູນກາງພັກ ແນະນໍາວ່າ: ຜົນສໍາເລັດ ສໍາຄັນ ທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບ ບາງບັນຫາສຳຄັນ ໃນການຍຶດໝັ້ນ ຊຸກຍູ້ການບໍລິຫານພັກ ຢ່າງເຂັ້ມງວດ ຮອບດ້ານໃຫ້ສືບຕໍ່ ຍາວ ນານ”. ພັກກອມມູນິດຈີນ ມີອຸດົມການ ເພື່ອພາລະກິດຍິ່ງໃຫຍ່ ຂອງຊົນຊາດຈີນ ເຊິ່ງການກໍ່ສ້າງພັກກ່ຽວພັນເຖິງອະນາຄົດ ແລະ ຊາຕາກໍາຂອງພັກ, ພ້ອມທັງ ກ່ຽວພັນເຖິງພາລະກິດຂອງພັກ-ລັດ ຈະເຕີບໃຫຍ່ ຫລື ຊຸດໂຊມ, ຈະປະສົບຜົນສໍາເລັດ ຫລື ຈະຫລົ້ມເຫລວ. ໃນຈຸດເວລາສໍາຄັນທີ່ພັກກອມມູນິດຈີນ ສ້າງຕັ້ງຂຶ້ນຄົບຮອບ 105 ປີ ແລະ ເປັນປີເລີ່ມປະຕິບັດ ແຜນພັດທະນາ ເສດຖະກິດ ສັງ ຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ, ກອງປະຊຸມຄັ້ງນີ້ ໄດ້ມີການຈັດວາງທາງຍຸດທະສາດ ກ່ຽວກັບການຄຸ້ມຄອງ ບໍລິຫານພັກ, ການສ້າງຄວາມຈະເລີນ ແລະ ເຂັ້ມແຂງຂອງພັກ ເຊິ່ງມີຄວາມ ໝາຍ ສໍາຄັນຍິ່ງ ແລະ ມີຄວາມຈໍາເປັນທີ່ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top