ຂປລ
ລາຄາແກັສທຳມະຊາດ ຂອງເອີຣົບ ໄດ້ສືບຕໍ່ເພີ່ມສູງຂຶ້ນ. ລາຄາແກັສທຳມະຊາດ ທີ່ຈະສົ່ງມອບ ໃນເດືອນພະຈິກ ໃນຕະຫລາດໂອນສິດ ໂຮນລັງ ຫລື TTF ທີ່ເປັນລາຄາ ອ້າງອີງ ຂອງເອີຣົບ ໄດ້ເພີ່ມຂຶ້ນ ໂດຍລື່ນກາຍ 100 ເອີໂຣ ຕໍ່ເມກາວັດຊົ່ວໂມງ ເປັນຄັ້ງທຳອິດ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລາຄາແກັສທຳມະຊາດ ຂອງເອີຣົບ ໄດ້ສືບຕໍ່ເພີ່ມສູງຂຶ້ນ. ລາຄາແກັສທຳມະຊາດ ທີ່ຈະສົ່ງມອບ ໃນເດືອນພະຈິກ ໃນຕະຫລາດໂອນສິດ ໂຮນລັງ ຫລື TTF ທີ່ເປັນລາຄາ ອ້າງອີງ ຂອງເອີຣົບ ໄດ້ເພີ່ມຂຶ້ນ ໂດຍລື່ນກາຍ 100 ເອີໂຣ ຕໍ່ເມກາວັດຊົ່ວໂມງ ເປັນຄັ້ງທຳອິດ ນັບແຕ່ ເດືອນທັນວາປີ 2022 ເປັນຕົ້ນມາ ແລະ ມາຮອດ ເດືອນນີ້, ລາຄາອ້າງອີງ ຂອງແກັສທຳມະຊາດເອີຣົບ ໄດ້ເພີ່ມຂຶ້ນ ປະມານ 40%. ນັກວິເຄາະຕະຫລາດເຫັນວ່າ: ຄັງສຳຮອງແກັສທຳມະຊາດຂອງເອີຣົບ ໃນປັດຈຸບັນ ຢູ່ໃນລະດັບອ່າວຕ່ຳ, ຫລາຍປັດໄຈອາດ ຈະເຮັດໃຫ້ລາຄາແກັສທຳມະຊາດ ເພີ່ມສູງຂຶ້ນຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL