ອູແກຣນ ຍິນດີປຶກສາຫາລືກັບ ລັດເຊຍ ກ່ຽວກັບ ບັນຫາດິນແດນ-ຫົວຂໍ້ອ່ອນໄຫວອື່ນໆ

30/10/2026 16:21
Email Print 102
ຂປລ ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ຍິນດີທີ່ຈະສົນທະນາ ທາງໂທລະສັບກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ ເພື່ອປຶກສາຫາລື ກ່ຽວກັບ ຫົວຂໍ້ຫລັກທີ່ສັບສົນ ແລະ ອ່ອນໄຫວທີ່ສຸດ ເປັນຕົ້ນແມ່ນ ບັນຫາດິນແດນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ຕຸລານີ້ ທ່ານ ອັນເດຣີ ສິບິກາ ລັດຖະມົນຕີ ກະຊວງການຕ່າງປະເທດ ອູແກຣນ ໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ຍິນດີທີ່ຈະສົນທະນາ ທາງໂທລະສັບກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ ເພື່ອປຶກສາຫາລື ກ່ຽວກັບ ຫົວຂໍ້ຫລັກທີ່ສັບສົນ ແລະ ອ່ອນໄຫວທີ່ສຸດ ເປັນຕົ້ນແມ່ນ ບັນຫາດິນ ແດນ. ທ່ານ ສິບິກາ ເຫັນວ່າ: ການພົບປະ ລະຫວ່າງ ປະມຸກລັດ ອູແກຣນ ແລະ ລັດເຊຍ ຈະຊຸກຍູ້ການເຈລະຈາ ສັນຕິພາບ ໃຫ້ໄດ້ຮັບຄວາມຄືບໜ້າ ຢ່າງເປັນຮູບປະທໍາ. ພ້ອມດຽວກັນນີ້, ອູແກຣນ ໄດ້ປະຕິເສດຢ່າງຈະແຈ້ງ ຕໍ່ຄວາມເປັນໄປໄດ້ ໃນການຈັດການພົບ ປະດັ່ງກ່າວຢູ່ນະຄອນຫລວງມົດສກູຂອງລັດເຊຍ ຫລື ປະເທດເບລາຣູຊີ.​/.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top