ຂປລ. ໃນໂອກາດບຸນອອກພັນ ສາ ປະຈຳປີ 2026 ນີ້, ຕະຫລາດ ສົດໂນນຄໍ້ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ໄດ້ກະກຽມ ຄວາມພ້ອມຮອບດ້ານໃນການສະ ໜອງສິນຄ້າປະເພດຕ່າງໆ ເພື່ອ ຮອງຮັບຄວາມຕ້ອງການຂອງປະ ຊາຊົນໃນໄລຍະບຸນປະເພນີອອກ ພັນສາ, ພ້ອມທັງວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະ ພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງ ຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ. ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າ ຈັດສັນຕະຫລາດສົດໂນນຄໍ້ ໃຫ້ ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫລາດໄດ້ ກະກຽມສິນຄ້າເຄື່ອງອຸປະໂພກບໍລິໂພກຫລາຍປະເພດ ໃຫ້ມີປະລິ ມານພຽງພໍຮອງຮັບຄວາມຕ້ອງ ການຂອງປະຊາຊົນທີ່ຈະຈັບຈ່າຍຊື້- ຂາຍສິນຄ້າ ເພື່ອກະກຽມອາຫານ ການກິນ ແລະ ຮ່ວມກິດຈະກຳບຸນ ປະເພນີຕາມຮີດຄອງປະເພນີລາວ. ພ້ອມນີ້, ຕະຫລາດຍັງໄດ້ວາງມາດ ຕະການຄຸ້ມຄອງລາຄາສິນຄ້າຢ່າງ ເຂັ້ມງວດ ໂດຍຫ້າມຜູ້ຄ້າຂາຍສວຍ ໂອກາດຂຶ້ນລາຄາ ຫລື ກັກຕຸນ ຂປລ. ອົງການປະກັນສັງຄົມ ແຫ່ງຊາດ ຈັດກອງປະຊຸມວິຊາການ ວຽກງານປົກປ້ອງສັງຄົມໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງ ຄວາມປອດໄພທາງສັງຄົມ ແລະ ຫລຸດຜ່ອນຄວາມເຫລື້ອມລໍ້າຢ່າງ ຍືນຍົງ. ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະ ກັນສັງຄົມແຫ່ງຊາດ ໄດ້ກ່າວວ່າ: ວຽກງານປົກປ້ອງສັງຄົມ (Social Protection) ຖືເປັນເສົາຄ້ຳອັນ ສຳຄັນ ແລະ ເປັນຄວາມຈຳເປັນ ພື້ນຖານໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ຊຶ່ງມີບົດ ບາດສຳຄັນໃນການຫລຸດຜ່ອນ ຄວາມທຸກຍາກ, ສະໜອງສິດຜົນ ປະໂຫຍດຂັ້ນພື້ນຖານ, ສ້າງຄວາມ ສາມັກຄີປອງດອງ, ຄວາມຍຸຕິທຳ ທາງສັງຄົມ, ພ້ອມທັງຮັບປະກັນ ການພັດທະນາແບບຍືນຍົງຕາມ ຫລັກການ “ບໍ່ປະຖິ້ມຜູ້ໃດໄວ້ຂ້າງ ຫລັງ”. ໄລຍະຜ່ານມາ, ລະບົບປົກ ປ້ອງສັງຄົມຂອງ ສປປ ລາວ ໄດ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສາມາດປົກຄຸມພະນັກງານIv'okpq d]a f4t,q o8u 8h voIa [m6 f[ik-y o xt9e]k; xtmkoltrkcsj '-kf c]t vtfu fIv'xtmkoxtgmf Ij ;,.lj [kf3vdkf[5 ovvdra olkmuj ot7voxkdg37'dkow22h krt]a ''ko]q ,,vo-6 o;y ork;g;u lh k'vk-u [ c]t pq d]tfa [-u ;y fdkogxa o16j .sh xt-k-q o ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 27.10.2026 ປີທີ 25 ສະບັບທີ 6.550ັັີີັີ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ 7totrtlq 'dv'xt-5 ,38t,q or5 fmtlklt|k|kowsj Ij ;,.lj [kf.o,N vvdra olkxt;= itok ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຂວາ ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ( ຜູ້ທີ 7 ນັບຈາກຊ້າຍຫາຂວາ ) ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ lxx ]k; dP,7;k,rh v,g0Q kIj ;, 'korn fl;o3]dv5 fvomkou ]k-tvkok9a dwm sk]n -5 dp6 h 0tspkp8k|j k' 7;k,xvfwrmk'la '7q , ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຢູ່ວັດຫລວງປາກເຊ ຂປລ.ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດກຳມະ ການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະ ດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນແຂວງຈໍາປາສັກ ພ້ອມ ດ້ວຍການນໍາແຂວງ, ການນໍາພະ vq 'dkodkcf'csj '-kf]k; -j ;pgs]n v xt-k-q oz6h xtlq [wr16j c0;'lts;a ootg0f c]t lk]t;a o 8ts]kflq f3oo7= dP,rh v,Iv[fh ko lt|v'ly o7h k.ow]pt[5 ovvdra olk xt9exu 2026 h ຂປລ. ໃນວັນທີ 26 ຕຸລາ 2026 ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນ ສາປະວໍຣະນາ ຊາວພຸດທະສາສະ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ ຮ່ວມໃສ່ບາດກັບມວນຊົນຢູ່ວັດສີສະເກດ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະ ຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກ ງານການທູດຕັ້ງຢູ່ນະຄອນຫລວງ ຂປລ. ໃນອາທິດຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະ ການສູນກາງພັກ, ປະທານອົງການ ນິກະຊົນລາວບັນດາເຜົ່າໄດ້ພ້ອມ ພຽງກັນໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນຢູ່ຕາມວັດວາ ອາຮາມຕ່າງໆໃນຂອບເຂດທົ່ວ ປະເທດ ຕາມຮີດຄອງປະເພນີທີ່ໄດ້ ສືບທອດກັນມາແຕ່ບູຮານ ຈົນຮອດ ປັດຈຸບັນ. ສະເພາະຢູ່ນະຄອນຫລວງ ວຽງຈັນ ຊາວພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະ ທານແດ່ພະສົງສາມະເນນ ຢູ່ຕາມ ວັດແຫ່ງຕ່າງໆຢ່າງຄຶກຄື້ນຕາມ ຮີດຄອງປະເພນີ. ໃນນັ້ນ, ຢູ່ວັດສີ ສະເກດບັນດາການນໍາພັກ, ລັດນຳ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະ ທານສູນກາງແນວລາວສ້າງຊາດ,
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 27/10/2026 xtgmf]k; ຮອງນາຍົກລັດຖະມົນຕີ ...ົັົີ ຄະນະພະສົງ ...ົ ປະທານສະພາແຫ່ງຊາດ...່ ສປປ ລາວ ກຽມຄວາມພ້ອມ...້ ອົງການກາແດງແຫ່ງຊາດລາວ...ົ່ ແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມ ໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ. ໃນພິທີ ເຂົ້າຮ່ວມເປັນປະທານ ຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດ ທະສາສະໜາສຳພັນລາວ ແຂວງ ຈຳປາສັກ ພ້ອມດ້ວຍພະເຖລານຸເຖ ລະ ເຂົ້າຮ່ວມ. ການທຳບຸນໃສ່ບາດຄັ້ງນີ້, ເປັນ ການສືບທອດຮີດຄອງປະເພນີບຸນ ອອກພັນສາປະວໍຣະນາ ກໍຄືວັດ ທະນະທຳອັນດີງາມຂອງຊາດທີ່ ຄົນລາວຊາວພຸດສືບທອດຈັດຕັ້ງ ປະຕິບັດມາແຕ່ບູຮານນະການໃຫ້ ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະ ຫລອດໄປ ໂດຍໄດ້ມີການໃສ່ບາດ, ຖວາຍທານ ແລະ ຢາດນໍ້າ ເພື່ອອຸ ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ ບາດຖວາຍສັງຂະທານແກ່ພະສົງ ຕາມຮີດຄອງປະເພນີ. ກ່ອນຈະ ໃສ່ບາດກໍໄດ້ມີພິທີທາງສາສະໜາ ຕ່າງໆນຳໂດຍພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານອົງ ການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະ ທານຄະນະປະຈໍາສະມາຄົມພຸດທະ ສາສະໜາ ແຂວງກວາງຕຸ້ງ, ປະ ທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ ກໍຕັ້ງກອງປະຊຸມພຸດສາສະໜາໜານ ໄຫ່, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ພ້ອມດ້ວຍຄະນະພະສົງຈາກ 29 ປະເທດ ເຂົ້າຮ່ວມໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ໂຕະມົນພຸດທະສາສະໜາໜານໄຫ່ ທິດສ່ວນບຸນກຸສົນໃຫ້ແກ່ບັນພະບູລຸດ ຜູ້ທີ່ລ່ວງລັບໄປແລ້ວ ແລະ ເປັນສີລິ ມຸງຄຸນໃຫ້ແກ່ຕົນເອງ-ຄອບຄົວໃຫ້ຢູ່ ເຢັນເປັນສຸກ, ທັງເປັນການເຜີຍແຜ່ ວັດທະນະທຳອັນດີງາມຂອງຊາດ ອີກດ້ວຍ. ຕອນທ້າຍພິທີ, ພະອາຈານມະ ຫາ ສຸວັນ ຈັນທະຣາຊ ປະທານ ອົງການພຸດທະສາສະໜາສຳພັນ ລາວແຂວງ ກໍໄດ້ເທສະໜາໃຫ້ ອອກຕົນຍາດໂຍມໃຫ້ຍຶດໝັ້ນໃນ ການທຳຄວາມດີ, ມີຄວາມສາມັກ ຄີເປັນປຶກແຜ່ນ, ພ້ອມກັນຮັກສາ ສິນ, ຮັກສາກາຍວາຈາ ແລະ ເຮືອນ ຊານບ້ານຊ່ອງຂອງຕົນໃຫ້ມີຄວາມ ສະອາດສວຍງາມ ໂດຍສະເພາະ ແມ່ນໃຫ້ເອົາໃຈໃສ່ຮັກສາອະນາໃນ ໄລຍະບຸນອອກພັນສາ ແລະ ຊ່ວງ ເຮືອປະເພນີປະຈໍາ 2026 ຢູ່ນະ ຄອນປາກເຊ. ນອກນີ້, ກໍໃຫ້ປະພຶດ ປະຕິບັດຕົນໃຫ້ສອດຄ່ອງຕາມທຳ ນອງຄອງທຳ ແລະ ລະບຽບກົດ ໝາຍບ້ານເມືອງ. ຂ່າວ-ພາບ: ທູນທອງໃຈ ຄັ້ງທີ 11 ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026. ວັນບຸນອອກພັນສາ ຫລື ວັນ ມະຫາປະວໍຣະນາ ເປັນວັນທີ່ສໍາຄັນ ທາງພຸດທະສາສະໜາເປັນວັນສິ້ນ ສຸດຂອງການຈໍາພັນສາ ຄົບ 3 ເດືອນຂອງພະສົງສາມະເນນ ໂດຍ ສະເພາະພະພິກຂຸສົງ, ພາຍຫລັງ ອອກພັນສາແລ້ວພະສົງສາມາດ ອອກໄປເທດສະນາສັ່ງສອນຍາດ ໂຍມ, ພໍ່ແມ່ ແລະ ຄູບາອາຈານ ໄດ້ ຕາມປົກກະຕິ. ໃນຕອນແລງຂອງວັນດຽວກັນ, ຍັງຈະມີການວຽນທຽນອ້ອມພຸດທະ ສີມາ ຫລື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະ ໄຕຣ ແລະ ເພື່ອເປັນບຸນເປັນກຸສົນ ແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງ ຈະມີການໄຫລເຮືອໄຟ ຫລື ໂຄມໄຟ ຕາມນ້ຳສາຍຕ່າງໆ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຂປລ. ເມື່ອບໍ່ດົນມານີ້, ກະ ຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມ ພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະ ກໍາພືດສວນໂລກອຸດອນທານີ, ຄະ ນະຕິດຕາມປະກອບມີ: ຫົວໜ້າ ບາງກອກ ລາຊະອານາຈັກໄທ. ໃນໂອກາດນີ້,ທ່ານທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ ໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີລະ ຫວ່າງ ສປປ ລາວ ແລະ ບຣາຊິນ ໃນໄລຍະຜ່ານມາ ຊຶ່ງການນໍາຂັ້ນ ສູງຂອງທັງສອງປະເທດກໍໄດ້ມີ ການພົບປະກັນໃນໂອກາດເດີນທາງ ໄປເຂົ້າຮ່ວມກອງປະຊຸມສາກົນ ຕ່າງໆ ແລະ ກໍມີການແລກປ່ຽນບັນ ດາສານອວຍພອນ, ສານຊົມເຊີຍ ເຊິ່ງກັນ ແລະ ກັນໃນໂອກາດສໍາ ຄັນຕ່າງໆ. ພ້ອມກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າທ່ານເອກອັກຄະລັດຖະ ທູດຈະສືບຕໍ່ຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນ ໂດຍສະເພາະແມ່ນການ ແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ລວມເຖິງການພົວພັນຮ່ວມມືໃນ ຂົງເຂດເສດຖະກິດ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ຂົງ ເຂດອື່ນໆທີ່ທັງສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອານເດຣດ ກາແດງແຫ່ງຊາດລາວ ໄດ້ນໍາພາ ຄະນະລົງມອບເຄື່ອງຊ່ວຍເຫລືອ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກ ຍາກທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງ ໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມ ສະອາດ ແລະ ບ້ານຫ້ວຍແຮ່ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານ ຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍ ທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ເມືອງລະຄອນ ເພັງ ແຂວງສາລະວັນ ໂດຍໄດ້ລົງ ພື້ນທີ່ແຈກຢາຍເຄື່ອງ ຈຳນວນ 10 ລາຍການ ເຊັ່ນ: ໝີ່, ປ໋ອງປາ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາ ໄມ, ແຟັບ ແລະ ອື່ນໆ ເພື່ອແບ່ງເບົາ ຄວາມຫຍຸ້ງຍາກ ແລະ ຊ່ວຍເຫລືອ ໂອເດັນເບຣອິດສ ກຣາບາໂຢ ກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນ, ພ້ອມທັງໄດ້ສະແດງ ຄວາມໝາຍໝັ້ນວ່າຈະປະຕິບັດ ໜ້າທີ່ການທູດຄັ້ງນີ້ຂອງຕົນຢ່າງ ສຸດຄວາມສາມາດ ເພື່ອປະກອບ ສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການ ພົວພັນ ແລະ ຮ່ວມມືລະຫວ່າງ ສອງປະເທດໃຫ້ຈະເລີນງອກງາມ ຍິ່ງໆຂຶ້ນ. ສປປ ລາວ ແລະ ສະຫະພັນ ສາທາລະນະລັດ ບຣາຊິນ ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນໃນ ວັນທີ 12 ມິຖຸນາ 1995 (ຄົບຮອບ 31 ປີ). ບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມມູນຄ່າທັງໝົດ 327 ລ້ານກວ່າກີບ. ການລົງມອບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້, ເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍຢ່າງເລິກ ເຊິ່ງຂອງພັກ-ລັດ ກໍຄື ອົງການ ກາແດງແຫ່ງຊາດລາວ ຊຶ່ງຍາມ ໃດກໍຢູ່ຄຽງຂ້າງ ແລະ ເປັນທີ່ເພິ່ງ ຂອງປະຊາຊົນໃນຍາມພົບຄວາມ ຫຍຸ້ງຍາກ ແລະ ໄພພິບັດຕ່າງໆ ເພື່ອ ຊ່ວຍໃຫ້ຟື້ນຟູຊີວິດການເປັນຢູ່ ແລະ ສ້າງກຳລັງໃຈໃຫ້ປະຊາຊົນໃນການ ດຳລົງຊີວິດໃຫ້ດີຂຶ້ນເລື້ອຍໆ. ໂອກາດນີ້, ທ່ານປະທານອົງ ການກາແດງແຫ່ງຊາດລາວ ຍັງໄດ້ ມີຄຳເຫັນໂອ້ລົມປະຊາຊົນໃຫ້ພ້ອມ ກັນດຸໝັ່ນທຳມາຫາກິນເພີ່ມພູນຜະ ລິດຜົນໃນລະດູແລ້ງທີ່ຈະມາເຖິງນີ້ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ເພິ່ງຕົນເອງ ແລະ ກຸ້ມຕົນ ເອງໃຫ້ຄອບຄົວມີຢູ່ມີກິນຫລຸດພົ້ນ ຄວາມທຸກຍາກທັງເປັນການປະ ກອບສ່ວນໃນການພັດທະນາບ້ານ, ຕາແສງ, ເມືອງ, ແຂວງ ກໍຄື ພັດ ທະນາປະເທດຊາດ. ຂໍ້ມູນ-ພາບ: ອົງການກາແດງແຫ່ງ ຊາດລາວ ຫ້ອງການກະຊວງ, ຫົວໜ້າກົມ ແຜນການ ແລະ ການຮ່ວມມື ພ້ອມ ຄະນະ, ມີຜູ້ຕາງໜ້າຈາກກະຊວງ ການເງິນ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຊຶ່ງໃນງານດັ່ງກ່າວ ຈະຈັດຂຶ້ນໃນ ຕົ້ນເດືອນພະຈິກ 2026 ທີ່ແຂວງ ອຸດອນທານີ ລາຊະອານາຈັກໄທ. ສໍາລັບຮູບແບບການຈັດງານ (Theme Concept) ທີ່ປະເທດ ເຈົ້າພາບກໍານົດໃຫ້ບັນດາປະເທດ ແມ່ນ “ຄວາມຫລາກຫລາຍຂອງ ຊີວິດ: ການເຊື່ອມຕໍ່ຜູ້ຄົນ, ສາຍນໍ້າ ແລະ ພືດ ເພື່ອການດໍາລົງຊີວິດແບບ ຍືນຍົງ”. ສປປ ລາວ ແມ່ນໜຶ່ງໃນ ປະເທດທີ່ຖືກເຊື້ອເຊີນເຂົ້າຮ່ວມ ຈັດວາງສະແດງໃນສ່ວນສວນນາ ນາຊາດກາງແຈ້ງໃນເນື້ອທີ່ 743 ຕາແມັດ ແລະ ສວນໃນຮົ່ມ ເນື້ອທີ່ 48 ຕາແມັດ ໂດຍຄະນະຮັບຜິດຊອບ ຊີ້ນໍາລະດັບຊາດ ໄດ້ເປັນເອກະພາບ ນໍາສະເໜີຮູບແບບການຈັດສວນພຶກ ສາສາດປະສົມປະສານກັບການຈໍາ ລອງທໍາມະຊາດ, ເອກະລັກທາງ ວັດທະນະທໍາ, ຮີດຄອງປະເພນີ ຂອງລາວ ແລະ ສັນຍະລັກມິງເມືອງ ຂອງລາວ ໄດ້ແກ່: ຈໍາລອງແບບພະ ທາດຫລວງ ທີ່ເປັນທີ່ເອກອ້າງເຖິງ ສາສະໜາຕິດພັນກັບຄວາມເຊື່ອຖື ຂອງຄົນລາວ ທີ່ນັບຖືສາສະໜາ ພຸດ ແລະ ທັງເປັນສັນຍະລັກຂອງ ປະເທດລາວ; ມີການຈໍາລອງແບບ ຂອງມໍລະດົກໂລກທົ່ງໄຫຫີນ ຊຽງ ຂວາງ, ມໍລະດົກໂລກຮ່ວມຊາຍ ແດນອຸທິຍານແຫ່ງຊາດຟອງຍາແກບາງ ແລະ ອຸທິຍານແຫ່ງຊາດ ຫີນໜາມໜໍ່. ນອກຈາກນັ້ນ, ຍັງ ສ້າງແບບຈໍາລອງແຄນລາວ; ຫໍ ກວນຊົນເຜົ່າກະຕູ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ເພື່ອ ຈັດວາງສະແດງບັນດາຮູບພາບ ຕ່າງໆ ເຊັ່ນ: ຮູບພາບມໍລະດົກໂລກ ວັດພູຈໍາປາສັກ, ເມືອງຫລວງພະ ບາງ ມໍລະດົກໂລກ ແລະ ຮູບພາບ ເອກະລັກ ແລະ ວິຖີຊີິວິດຂອງບັນດາ ຊົນເຜົ່າລາວ. ສິ່ງທີ່ໂດດເດັ່ນຂອງ ສວນ ສປປ ລາວ ແມ່ນຈະມີຄວາມ ປະສົມປະສານທາງດ້ານຄວາມ ຫລາກຫລາຍຂອງຊີວະນານາພັນ ຕົ້ນຈໍາປາ ທີ່ເປັນດອກໄມ້ປະຈໍາ ຊາດ, ຕົ້ນໄມ້ທີ່ເປັນເອກະລັກຂອງ ລາວ ແລະ ປະດັບປະດາດ້ວຍດອກ ໄມ້ນານາພັນຢ່າງສວຍງາມສະແດງ ເຖິງປະເທດລາວມີຄວາມອຸດົມສົມ ບູນທາງດ້ານທຳມະຊາດ ແລະ ເປັນ ທີ່ໜ້າມາທ່ຽວຊົມຂອງແຂກຄົນແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ຮູ້ຈັກ ກັບປະເທດລາວ ຜ່ານເຄືອຂ່າຍຂອງ ສະມາຄົມພືດສວນໂລກAIPHທີ່ທຸກ ຄົນທົ່ວໂລກ 140 ປະເທດໄດ້ຮັບຮູ້ ຂໍ້ມູນຂ່າວສານ ດັ່ງກ່າວ. ມາຮອດປັດຈຸບັນ, ການກະ ກຽມຄວາມພ້ອມຂອງຄະນະຮັບ ຜິດຊອບເຫັນວ່າມີຄວາມຄືບໜ້າ ເປັນທີ່ໜ້າພໍໃຈຫລາຍຈາກການ ປະເມີນບັນດາໜ້າວຽກທີ່ປະຕິບັດ ໄດ້ສົມທຽບໃສ່ແຜນຕາມແບບທີ່ ໄດ້ເອກະພາບກັນປະເມີນໄດ້ຫລາຍ ກວ່າ 95% ແລະ ບັນດາໜ້າວຽກ ທີ່ຍັງເຫລືອແມ່ນວຽກເກັບລາຍລະ ອຽດ, ຕົບແຕ່ງຮູບພາບຕ່າງໆ ແລະ ນໍາເອົາຜະລິດຕະພັນວາງສະແດງ ເຂົ້າໃສ່ສະຖານທີ່ຕົວຈິງ . ໂອກາດນີ້, ທ່ານລັດຖະມົນຕີ ຍັງ ໄດ້ເນັ້ນຕື່ມໃຫ້ຄະນະຮັບຜິດຊອບ ສືບຕໍ່ປະຕິບັດບັນດາໜ້າວຽກທີ່ ຍັງບໍ່ທັນສໍາເລັດໃຫ້ສໍາເລັດຕາມ ແຜນທີ່ໄດ້ເອກະພາບກັນ ແລະ ເພີ່ມ ແບບຈໍາລອງປະຕູໄຊ ເຂົ້າຕື່ມ ເພື່ອ ໃຫ້ຄົບຖ້ວມລວມທັງໃຫ້ນໍາເອົາ ຂໍ້ມູນຄວາມອຸດົມສົມບູນທາງດ້ານ ຊີວະນາໆພັນຂອງ ສປປ ລາວ ມາ ເຜີຍແຜ່ໃນງານໃຫ້ໄດ້ຫລາຍທີ່ສຸດ ແລະ ໃຫ້ມີຄວາມຫລາກຫລາຍ ທັງເປັນແບບຮູບພາບ ແລະ ວິດີໂອ ເພື່ອເປັນການໂຄສະນາໃຫ້ຜູ້ມາ ຮ່ວມງານຮັບຮູ້ກ່ຽວກັບ ສປປ ລາວ ໃຫ້ຫລາຍຂຶ້ນ. ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ
27/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂດຍ: ມາລີດດາີ ໂດຍ: ສຸວັນໂນ ທະລັງສີຸັັີ lqj 'glu ,dko7h kvksko{ly o7h kdtly degdq ks]u g-nj v,3p'z6h zt]y fgdq ks]u g0Q kl6j 8ts]kf]k; 9exkla d gvq k.9.lj xt8y [a frk]t[q f[kf grn j vcdh w0-u ;y fdkogxa o16 j 0v'xt-k-q o *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ 0= h ]y g]u j ,fh kodko[= ]y sko3]d0v'9u o rkps]a ' 1 xu ma fltot c]t dkoxtdv[lj ;o0v' lxx ]k; ບົດສະເໜີົີ ໂດຍ ສະຖາບັນການຕ່າງປະເທດ (IFA), ັ່ ກະຊວງການຕ່າງປະເທດ, ສປປ ລາວ່ ເປັນຫຍັງ GGI ຈຶ່ງມີຄວາມັັຶ່ີ ສຳຄັນຕໍ່ ສປປ ລາວັ ນໍ່ GGI ມີຄວາມສອດຄ່ອງກັບ ຫລາຍຫລັກການໃນແນວຄິດນະ ໂຍບາຍການຕ່າງປະເທດທີ່ຍາວ ນານຂອງລາວ ເຊັ່ນ: ຄວາມສະເໝີ ພາບດ້ານອະທິປະໄຕ, ການເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ, ລະບົບຫລາຍຝ່າຍ, ການຮ່ວມມື ຢ່າງສັນຕິແລະການເອົາໃຈໃສ່ຕໍ່ຜົນ ປະໂຫຍດດ້ານການພັດທະນາຂອງ ບັນດາປະເທດກຳລັງພັດທະນາ. ສປປ ລາວ ໄດ້ສະແດງການສະໜັບ ສະໜູນຕໍ່ຂໍ້ລິເລີ່ມສໍາຄັນລະດັບໂລກ ຂອງຈີນ, ໂດຍເຫັນໄດ້ຜ່ານການ ຢ້ຽມຢາມ ສປ ຈີນ ຂອງປະທານ ປະເທດ ທ່ານ ທອງລຸນ ສີສຸລິດ ໃນປີ 2025 ຊຶ່ງເພິ່ນໄດ້ລະບຸວ່າ ຝ່າຍລາວ “ສະໜັບສະໜູນຢ່າງ ເຕັມສ່ວນ” ຕໍ່ GGI ແລະ ສະແດງ ຄວາມພ້ອມທີ່ຈະເພີ່ມທະວີການປະ ສານງານ ແລະ ການຮ່ວມມືກັບຈີນ ໃນວຽກງານສາກົນ. ການມີສ່ວນ ຮ່ວມດັ່ງກ່າວ ບໍ່ໄດ້ຈຳກັດຢູ່ພຽງ ແຕ່ການພົວພັນສອງຝ່າຍເທົ່ານັ້ນ. ໃນຖານະທີ່ເປັນປະເທດກໍາລັງກ້າວ ສູ່ປະເທດກຳລັງພັດທະນາ, ທັດ ສະນະຂອງລາວແມ່ນໃຫ້ຄວາມສຳ ຄັນເປັນພິເສດຕໍ່ລະບົບສາກົນທີ່ ເປີດໂອກາດໃຫ້ປະເທດຂະໜາດ ນ້ອຍ ສາມາດມີສ່ວນຮ່ວມໄດ້ຢ່າງ ມີປະສິດທິຜົນ, ໃຫ້ຄວາມສຳຄັນ ອັນເໝາະສົມຕໍ່ບຸລິມະສິດດ້ານການ ພັດທະນາ, ພ້ອມທັງສົ່ງເສີມການ ປຶກສາຫາລື ແລະ ແບບກວມລວມ. ທັດສະນະນີ້ ຍັງສະແດງໃຫ້ເຫັນ ເຖິງຜົນປະໂຫຍດລວມຂອງບັນດາ ປະເທດກຳລັງພັດທະນາ ໃນການ ຮັບປະກັນວ່າ ສະຖາບັນສາກົນຈະ ຄຳນຶງເຖິງສະພາບເງື່ອນໄຂຕົວຈິງ ແລະ ຄວາມຕ້ອງການດ້ານການພັດ ທະນາທີ່ຫລາກຫລາຍຂອງແຕ່ລະ ປະເທດ. ການມີສ່ວນຮ່ວມຢ່າງຕັ້ງ ໜ້າໃນສະຖາບັນພະຫຸພາຄີແລະກົນ ໄກການຮ່ວມມືສາມາດເປີດໂອກາດ ໃຫ້ປະເທດຂະໜາດນ້ອຍນຳເອົາ ບົດຮຽນ ແລະ ບຸລິມະສິດຂອງຕົນ ເຂົ້າສູ່ເວທີການປຶກສາຫາລືຫລາຍ ຝ່າຍທີ່ກວ້າງຂວາງກວ່າເກົ່າ. 1). ການເຊື່ອມໂຍງ GGI ກັບື່ ອັ ບ ການພັດທະນາ:ັ ການເຊື່ອມໂຍງ ລະຫວ່າງ GGI ແລະ ການພັດທະ ນາ ແມ່ນເຫັນໄດ້ຢ່າງຈະແຈ້ງ ຜ່ານ ການສ້າງ “ຄູ່ຮ່ວມຊາຕາກໍາ ລາວ- ຈີນ” ທີ່ເຂັ້ມແຂງໜຽວແໜ້ນໃນທຸກ ສະພາບການຂອງຍຸກໃໝ່ ແລະ ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI). ຂອບການຮ່ວມມືເຫລົ່າ ນີ້ ໄດ້ສະໜອງເວທີທີ່ເປັນຮູບປະ ທໍາສຳລັບການເຊື່ອມໂຍງ-ເຊື່ອມ ຈອດ, ການຄ້າ, ການລົງທຶນ, ການ ພັດທະນາຊົນນະບົດແລະການແລກ ປ່ຽນໄປມາລະຫວ່າງປະຊາຊົນ. ຕົວຢ່າງທີ່ພົ້ນເດັ່ນແມ່ນເສັ້ນທາງ ລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ ເຫັນວ່າ ພື້ນຖານໂຄງລ່າງພາຍໃນ ປະເທດສາມາດກາຍເປັນສ່ວນໜຶ່ງ ຂອງເຄືອຂ່າຍເສດຖະກິດພາກພື້ນ ທີ່ກວ້າງໃຫຍ່ກວ່າໄດ້ແນວໃດ. ຄວາມສຳຄັນຂອງການຮ່ວມມື ດັ່ງກ່າວ, ບໍ່ໄດ້ຈຳກັດຢູ່ພຽງແຕ່ ດ້ານພື້ນຖານໂຄງລ່າງ. ການເຊື່ອມ ຈອດທີ່ດີຂຶ້ນສາມາດສ້າງກາລະໂອ ກາດໃຫ້ແກ່ການຄ້າ, ການທ່ອງ ທ່ຽວ, ລະບົບຂົນສົ່ງ ແລະ ການລົງ ທຶນ, ໃນຂະນະທີ່ການປະກອບສ່ວນ ໄລຍະຍາວແມ່ນຂຶ້ນກັບວ່າ ກາລະ ໂອກາດເຫລົ່ານີ້ຈະສາມາດປ່ຽນ ເປັນການພັດທະນາທີ່ຍືນຍົງ ແລະ ກວມລວມໄດ້ ຫລື ບໍ. ສິ່ງນີ້ໄດ້ສະ ແດງອອກວ່າ ໄດ້ຖືເອົາປະຊາຊົນ ເປັນໃຈກາງຂອງຫລັກການ GGI ໂດຍການຮ່ວມມືສາກົນຈະມີຄວາມ ໝາຍຍິ່ງຂຶ້ນ ກໍຕໍ່ເມື່ອມັນສ້າງຜົນ ປະໂຫຍດທີ່ແທ້ຈິງໃຫ້ແກ່ຊຸມຊົນ ແລະ ສະໜັບສະໜູນບຸລິມະສິດການ ພັດທະນາແຫ່ງຊາດ. ບຸລິມະສິດ ເຫລົ່ານີ້ ລວມມີການເຊື່ອມຈອດ, ການພັດທະນາຊັບພະຍາກອນມະ ນຸດ, ການຫັນເປັນດີຈິຕອນ, ຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ການຫລຸດຜ່ອນຄວາມທຸກຍາກ. ການເຊື່ອມໂຍງບຸລິມະສິດເຫລົ່ານີ້ ເຂົ້າກັບການຮ່ວມມືພາກພື້ນ ແລະ ສາກົນ ຖືເປັນຊ່ອງທາງຕົວຈິງໃນ ການຂັບເຄື່ອນເປົ້າໝາຍການພັດ ທະນາ ພ້ອມທັງປະກອບສ່ວນເຂົ້າ ໃນການປຶກສາຫາລືທີ່ກວ້າງຂວາງ ກ່ຽວກັບການຮ່ວມມືສາກົນຈະສາ ມາດຕອບສະໜອງຄວາມຕ້ອງ ການຂອງບັນດາປະເທດກຳລັງພັດ ທະນາໄດ້ດີຂຶ້ນແນວໃດ. 2). ລັດທິຫລາຍຝ່າຍ ແລະ ັິ່ ການປະກອບສ່ວນຂອງລາວ: ່ສປປ ລາວ ຍຶດໝັ້ນລັດທິຫລາຍຝ່າຍ ໂດຍ ເຄົາລົບກົດບັດສະຫະປະຊາຊາດ, ຫລັກການຄວາມສະເໝີພາບໃນ ດ້ານອະທິປະໄຕຂອງບັນດາລັດ ແລະການແກ້ໄຂຂໍ້ຂັດແຍ່ງດ້ວຍສັນ ຕິວິທີ. ທ່າມກາງການແຂ່ງຂັນຂອງ ປະເທດມະຫາອຳນາດທີ່ນັບມື້ນັບ ຂຸ້ນຂ້ຽວ, ການຮ່ວມມືຜ່ານກົນໄກ ຫລາຍຝ່າຍແລະການບໍລິຫານໂລກ ມີຄວາມສຳຄັນຕໍ່ການຮັກສາລະ ບຽບສາກົນທີ່ອີງໃສ່ກົດເກນແລະ ຮັບປະກັນໃຫ້ທຸກປະເທດມີສ່ວນ ຮ່ວມຢ່າງເທົ່າທຽມ ແລະ ເປັນທຳ. ສຳລັບປະເທດນ້ອຍ ແລະ ປະ ເທດກຳລັງພັດທະນາ, ລັດທິຫລາຍ ຝ່າຍເປັນກົນໄກສຳຄັນໃນການເພີ່ມ ບົດບາດໃນເວທີສາກົນ, ສະແດງ ທັດສະນະ ແລະ ມີສ່ວນຮ່ວມໃນ ການກຳນົດວາລະສາກົນ, ພ້ອມທັງ ຫລຸດຜ່ອນຄວາມສ່ຽງຈາກການ ໃຊ້ອຳນາດຝ່າຍດຽວ ແລະ ສົ່ງເສີມ ການພົວພັນລະຫວ່າງປະເທດທີ່ ໂປ່ງໃສ, ຄາດຄະເນໄດ້ ແລະ ມີຜົນ ປະໂຫຍດຮ່ວມກັນ. ໃນສະພາບການດັ່ງກ່າວ, ຂໍ້ລິ ເລີ່ມການບໍລິຫານໂລກ (Global Governance Initiative: GGI) ເປັນຂອບການປຶກສາຫາລື ແລະ ຮ່ວມມືທີ່ເນັ້ນໃສ່ການເຄົາລົບຫລັກ ການສາກົນ, ການເສີມສ້າງບົດ ບາດຂອງສະຖາບັນຫລາຍຝ່າຍ ແລະ ການເພີ່ມບົດບາດຂອງປະ ເທດກຳລັງພັດທະນາ. ສຳລັບ ສປປ ລາວ, ການຕິດຕາມ ແລະ ເຂົ້າຮ່ວມ ແລກປ່ຽນກ່ຽວກັບຂໍ້ລິເລີ່ມນີ້ ເປັນ ໂອກາດໃນການສຶກສາແນວຄິດ, ແລກປ່ຽນທັດສະນະ ແລະ ຊອກຫາ ຂອບເຂດການຮ່ວມມືທີ່ສອດຄ່ອງ ກັບຜົນປະໂຫຍດແຫ່ງຊາດ, ພ້ອມ ທັງປະສານງານກັບຈີນແລະຄູ່ຮ່ວມ ມືອື່ນໆ ເພື່ອສົ່ງເສີມຄວາມເຂົ້າ ໃຈ ແລະ ຜົນປະໂຫຍດຮ່ວມກັນ. ຂປລ.ໃນໄລຍະປີຜ່ານມາ ສະພາ ປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິ ບັດ ພາລະບົດບາດຂອງຕົນຢ່າງຕັ້ງ ໜ້າ ໂດຍສະເພາະສຸມໃສ່ການຍົກ ສູງຄຸນນະພາບວຽກງານນິຕິບັນ ຍັດ, ການພິຈາລະນາຕົກລົງບັນຫາ ສຳຄັນຂອງຊາດ, ການຕິດຕາມ ກວດກາການປະຕິບັດກົດໝາຍແລະ ການແກ້ໄຂຄຳສະເໜີຂອງປະຊາ ຊົນ ອັນເປັນການປະກອບສ່ວນຊຸກ ຍູ້ການພັດທະນາເສດຖະກິດ-ສັງ ຄົມ ແລະ ແກ້ໄຂຄວາມທຸກຍາກ ມຸ່ງສູ່ການຍົກສູງຊີວິດການເປັນຢູ່ ຂອງປະຊາຊົນແຂວງຈໍາປາສັກ ຫລຸດພົ້ນອອກຄວາມທຸກຍາກເທື່ອ ລະກ້າວ. ທ່ານ ອາລຸນໄຊ ສູນນະລາດ ປະທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອອກຕັ້ງທີ 15,ປະທານສະພາປະຊາຊົນແຂວງ ຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວາລະເຂົ້າຮ່ວມກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ວ່າ: ໃນໂອກາດ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໃນ ນາມຕົວແທນ ຂອງປະຊາຊົນລາວ ບັນດາເຜົ່າ ທົ່ວແຂວງຈຳປາສັກ, ຂ້າພະເຈົ້າເຫັນວ່າ ກອງປະຊຸມ ສະ ໄໝສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ເປັນກອງປະ ຊຸມໜຶ່ງທີ່ມີຄວາມສຳຄັນຫລາຍ ເນື່ອງຈາກວ່າ ມີການພິຈາລະນາ ຕົກລົງບັນຫາສຳຄັນ ໂດຍສະເພາະ ແມ່ນບັນຫາບຸກຄະລາກອນ ໃນຕຳ ແໜ່ງທີ່ສຳຄັນ ຊຶ່ງກໍໄດ້ພ້ອມກັນຄົ້ນ ຄວ້າພິຈາລະນາ ຢ່າງມີຄວາມເປັນ ເອກະພາບສູງ. ນອກຈາກນັ້ນ, ກໍຍັງມີບັນຫາສຳຄັນ ໃນການພິຈາ ລະນາກ່ຽວກັບເສດຖະກິດສັງຄົມ, ກົດໝາຍ ບໍ່ວ່າການສ້າງໃໝ່ ຫລື ການປັບປຸງ ແລະ ກໍໄດ້ຟັງຄຳຄິດ ຄຳເຫັນຈາກຕົວແທນຂອງປະຊາ ຊົນແຕ່ລະເຂດເລືອກຕັ້ງ ຊຶ່ງຂ້າພະ ເຈົ້າກໍໄດ້ຕິດຕາມຢ່າງໃກ້ຊິດ ລ້ວນ ແລ້ວແຕ່ແມ່ນມີຄວາມສຳຄັນຕໍ່ສິດ ຜົນປະໂຫຍດທັງໝົດຂອງປະຊາ ຊົນລາວບັນດາເຜົ່າ. ເມື່ອຫວນຄືນຜົນງານໃນໄລຍະ ຜ່ານມາເຫັນວ່າບົດບາດຂອງສະພາ ແຫ່ງຊາດ ໃນຖານະອົງການຕາງ ໜ້າຂອງປະຊາຊົນນັບມື້ນັບສູງເດັ່ນ ຂຶ້ນ ໂດຍສະເພາະພາຍຫລັງສຳ ເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ໄດ້ຍົກ ສູງບົດບາດການນຳພາຂອງພັກ ໃນອົງການນິຕິບັນຍັດໃຫ້ສູງຂຶ້ນສິ່ງ ນີ້ຢັ້ງຢືນວ່າ ພັກໃຫ້ຄວາມສຳຄັນຕໍ່ ປະຊາຊົນ, ດັ່ງຄຳເວົ້າຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ເວົ້າຕະຫລອດວ່າ: ຖືປະຊາຊົນເປັນ ກົກຖືຊົນນະບົດເປັນເປົ້າໝາຍ. ສຳ ລັບຜົນງານທີ່ພົ້ນເດັ່ນແມ່ນການ ພິຈາລະນາຕົກລົງປັບປຸງ ຫລື ສ້າງ ກົດໝາຍນິຕິກຳນີ້ ພວກເຮົາໄດ້ເອົາ ໃຈໃສ່ໂດຍສະເພາະການທາບທາມ ຄຳຄິດຄຳເຫັນຂອງປະຊາຊົນ ໃນ ການປັບປຸງບັນດານິຕິກຳ ຫລື ວ່າ ລຸ່ມກົດໝາຍ ເປັນການດັດປັບສາຍ ພົວພັນໃນສັງຄົມ ເພື່ອເຮັດໃຫ້ການ ນຳພາຂອງພັກ, ການຄຸ້ມຄອງ ຂອງລັດ ກາຍເປັນລັດຂອງປະຊາ ຊົນຢ່າງແທ້ຈິງ, ເປັນລັດທີ່ມີການ ຄຸ້ມຄອງຄວາມສັກສິດ ແລະ ມີປະ ສິດທິພາບ ໂດຍສະເພາະໃນເງື່ອນ ໄຂທີ່ມີການບໍລິການດ້ານຕາແສງ ຍິ່ງຈະເຮັດໃຫ້ການບໍລິຫານຂອງ ລັດ ຍັບໃກ້ເຂົ້າປະຊາຊົນ, ເຖິງວ່າ ການບໍລິການອາດຈະມີຄວາມສະ ດວກຄວາມຫຍຸ້ງຍາກ, ແຕ່ຂ້າພະ ເຈົ້າໝັ້ນໃຈວ່າຜ່ານການປະຕິບັດຢູ່ ແຂວງຈຳປາສັກນີ້ກໍນັບມື້ນັບດີຂຶ້ນ. ສ່ວນວຽກງານການພິຈາລະ ນາຕົກລົງບັນຫາສຳຄັນ ກໍເປັນອີກ ໜຶ່ງພາລະບົດບາດຫລັກຂອງສະ ພາແຫ່ງຊາດ ໂດຍສະເພາະການພິ ຈາລະນາເລືອກຕັ້ງບຸກຄະລາກອນ ໃນຕຳແໜ່ງສຳຄັນ ເຊັ່ນ: ປະທານ ສະພາແຫ່ງຊາດ ແລະ ນາຍົກລັດ ຖະມົນຕີ ເພື່ອເປັນກົນໄກສຳຄັນ ໃນການຂັບເຄື່ອນນະໂຍບາຍ ແລະ ມະຕິຕ່າງໆໃຫ້ບັນລຸຕາມເປົ້າໝາຍ. ສະນັ້ນ, ຢູ່ທ້ອງຖິ່ນກໍຈຳເປັນຕ້ອງ ເອົາໃຈໃສ່ວຽກງານດັ່ງກ່າວເຊັ່ນ ດຽວກັນ ເພື່ອໃຫ້ການນຳພາ ແລະ ການບໍລິຫານມີຄວາມຕໍ່ເນ່ືອງ. ສຳລັບວຽກງານການຕິດຕາມ ກວດກາການເຄົາລົບແລະປະຕິບັດ ກົດໝາຍ ລວມໄປເຖິງຄຳສະເໜີ ຂອງປະຊາຊົນ ຊຶ່ງເປັນບັນຫາທີ່ ເປັນຈຸດໃຈກາງທີ່ສຳຄັນ ແລະ ເປັນ ບັນຫາທີ່ປະຊາຊົນຕິດຕາມ ໂດຍ ສະເພາະແມ່ນຄຳສະເໜີຂອງປະຊາ ຊົນສະເໜີມາແລ້ວຮອດໃສ, ແກ້ໄຂ ແນວໃດ, ອະທິບາຍແນວໃດ ພວກ ເຮົາຕ້ອງໄດ້ຟັງຄຳເຫັນປະຊາຊົນ, ປຶກສາປະຊາຊົນ ແລະ ແກ້ໄຂບັນ ຫາສິດຜົນປະໂຫຍດໃຫ້ປະຊາຊົນ. ແນວໃດກໍດີ, ສໍາລັບການລົງພົບປະ ຊາຊົນ ໃນແຕ່ລະເຂດສິ່ງທີ່ເຂົາເຈົ້າ ສະເໜີຫລາຍ ແມ່ນການຊຸກຍູ້ໃຫ້ ພັກ-ລັດຈັດຕັ້ງປະຕິບັດກົດໝາຍໃຫ້ ກົດໝາຍມີຄວາມສັກສິດ ເພື່ອເຮັດ ໃຫ້ລັດເປັນລັດຂອງປະຊາຊົນ ແລະ ບໍລິການຮັບໃຊ້ປະຊາຊົນໝົດຈິດ ໝົດໃຈແລະມີປະສິດທິພາບ.ອີກບັນ ຫາໜຶ່ງທີ່ປະຊາຊົນສະເໜີຫລາຍ ແມ່ນການພັດທະນາພື້ນຖານໂຄງ ລ່າງ ໂດຍສະເພາະວ່າ ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆ ທີ່ເປັນປັດໄຈສຳຄັນຕໍ່ການ ໄປມາຫາສູ່ກັນ, ການຄ້າຂາຍ ແລະ ການລົງທຶນ. ເຖິງວ່າພາກລັດຈະໄດ້ ເອົາໃຈໃສ່ພັດທະນາແລ້ວກໍຕາມ, ແຕ່ຍັງຈຳເປັນຕ້ອງສືບຕໍ່ຍົກສູງ ຄຸນນະພາບ ແລະ ຂະຫຍາຍການ ພັດທະນາໃຫ້ກວ້າງຂວາງຂຶ້ນ ເພື່ອ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດ ດຳລົງຊີວິດ, ຜະລິດ, ຄ້າຂາຍ ແລະ ເຂົ້າເຖິງການບໍລິການຕ່າງໆໃຫ້ ສະດວກຂຶ້ນ. ຂປລ. ກະຊວງກະສິກຳ, ອາ ຫານ ແລະ ກິດຈະການຊົນນະບົດ (MAFRA) ແຫ່ງສ ເກົາຫລີແລະ ອົງການ KOTRA ທີ່ສົ່ງເສີມການ ຄ້າ ແລະ ການລົງທຶນເກົາຫລີ ຈັດ ງານສົ່ງເສີມການຄ້າອາຫານ ແລະ ສິນຄ້າກະສິກຳເກົາຫລີ (Laos K-Agri Food Trade Mission 2026) ໃນລະຫວ່າງວັນທີ 2224 ຕຸລາ 2026 ຢູ່ນະຄອນຫລວງ ວຽງຈັນ ຊຶ່ງເປັນເວທີສຳຄັນໃນ ການເຊື່ອມໂຍງຜູ້ຜະລິດ-ຜູ້ສະໜອງ ເກົາຫລີ ກັບ ຜູ້ນຳເຂົ້າ, ຜູ້ຈັດຈຳ ໜ່າຍ ແລະ ຜູ້ບໍລິໂພກໃນລາວ. ໃນງານດັ່ງກ່າວ, ປະກອບມີກິດ ຈະກຳເຈລະຈາທຸລະກິດແບບຕົວຕໍ່ ຕົວ ຫລື B2B ຢູ່ໂຮງແຮມ ຮໍລິເດ ອິນ ວຽງຈັນ ໄດ້ເຊື່ອມໂຍງຜູ້ສະ ໜອງເກົາຫລີ ເຂົ້າກັບຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍຂອງລາວ 13 ບໍລິສັດ, ມີການພົບປະເຈລະຈາທຸ ລະກິດລວມ 20 ປະຊຸມ ໂດຍເນັ້ນ ໃສ່ໂອກາດການນຳເຂົ້າ, ການກະ ຈາຍສິນຄ້າ ແລະ ຄວາມຮ່ວມມື ໄລຍະຍາວ. ສ່ວນກິດຈະກຳປະຊາ ສຳພັນສູ່ສາທາລະນະ ໃນງານ “Korea Lifestyle Festival 2026” ຢູ່ສູນການຄ້າ ພາກຊັນ (Parkson Mall) ໄດ້ນຳເອົາຜະ ລິດຕະພັນຫລາຍກວ່າ 115 ລາຍ ການ ຈາກ 35 ບໍລິສັດເກົາຫລີ ມາ ວາງແດງ ໃຫ້ຜູ້ປະກອບການ ແລະ ຜູ້ບໍລິໂພກໃນລາວໄດ້ເລືອກຊົມ. ບໍ ລິ ເ ວ ນ K - P r o d u c t Showcase Zone ໄດ້ວາງ ແດງສິນຄ້າ, ໃຫ້ຂໍ້ມູນ ແລະ ເປີດ ໃຫ້ຊີມຟຣີ ເພື່ອໃຫ້ຜູ້ເຂົ້າຊົມໄດ້ ສຳພັດຄຸນນະພາບ ແລະ ແລກປ່ຽນ ຄຳຄິດເຫັນກ່ຽວກັບລົດຊາດ ເເລະ ຄວາມມັກຂອງຄົນທ້ອງຖິ່ນ. ນອກ ຈາກນີ້, ຍັງມີບໍລິສັດຊັ້ນນຳ ເຊັ່ນ: AF Solut ion Co. , Ltd. , SGS Factory Corp., Park Haeyoung Rural Jandae Agricultural Co., Ltd ແລະ 6 ຜູ້ນໍາເຂົ້າຂອງລາວ ໄດ້ນໍາເອົາ ຜະລິດຕະພັນ ມາເປີດຕົວ ເຊັ່ນ: ໝີ່ ເຄິ່ງສຳເລັດຮູບ, ຕັອກໂບກີ, ຜະ ລິດຕະພັນຈາກໂສມ, ອາຫານເສີມ ແລະ ເຄື່ອງດື່ມ. ພ້ອມນີ້, ຍັງມີ ໂຊນອາຫານເກົາຫລີ (K-Food Zone) ທີ່ປະກອບດ້ວຍຫ້ອງຂາຍ ອາຫານ 29 ຫ້ອງ, ນຳສະເໜີທັງ ອາຫານເກົາຫລີ ແລະ ອາຫານ ລາວ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວ ທີ່ຢາກລອງຊິມລົດຊາດທີ່ຫລາກ ຫລາຍ. ນອກຈາກນີ້, ຍັງມີການ ສາຍວິດີໂອນຳສະເໜີບໍລິສັດ, ການ ສະແດງປຸງແຕ່ງອາຫານເເບບປະ ສົມປະສານ ລາວ-ເກົາຫລີ, ການ ປະກວດເຕັ້ນ K-pop ແລະ ການ ສະແດງທາງວັດທະນະທຳ ຊຶ່ງໄດ້ ສ້າງບັນຍາກາດທີ່ໜ້າສົນໃຈ ເພື່ອ ສົ່ງເສີມຜະລິດຕະພັນເກົາຫລີ ແລະ ເສີມສ້າງການແລກປ່ຽນທາງວັດ ທະນະທຳໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານ ປັກ ຈຸນກິວ (Mr. Park Jungwe), ຜູ້ອຳນວຍການໃຫຍ່ KOTRA ວຽງຈັນ ໄດ້ກ່າວວ່າ: ການຮວມເອົາການເຈລະຈາທຸລະ ກິດ ເຂົ້າກັບການສ້າງການມີສ່ວນ ຮ່ວມຂອງຜູ້ບໍລິໂພກ ຊ່ວຍໃຫ້ບໍລິ ສັດເກົາຫລີ ເຂົ້າໃຈຄວາມຕ້ອງ ການຂອງຕະຫລາດທ້ອງຖິ່ນຢ່າງ ເລິກເຊິ່ງ, ຊ່ວຍຄົ້ນຫາພັນທະມິດ ການຈັດຈຳໜ່າຍທີ່ເໝາະສົມ ແລະ ວາງກົນລະຍຸດການເຂົ້າສູ່ຕະຫລາດ ຢ່າງມີປະສິດທິພາບ.
RkJQdWJsaXNoZXIy MTc3MTYxMQ==