ສປ ຈີນ ນຳໃຊ້ນະໂຍບາຍການຊື້ເຄື່ອງ ໂດຍເອົາອັນເກົ່າໄປຫັກລາຄາ ຊູກຍູ້ຍອດຂາຍເກີນ 2.000 ກວ່າຕື້ຢວນ

30/10/2026 16:21
Email Print 100
ຂປລ ນັບ​ແຕ່​ຕົ້ນ​ປີ​ນີ້ ​ເປັນ​ຕົ້ນ​ມາ, ສປ ຈີນ ນຳໃຊ້ນະ​ໂຍ​ບາຍ ​ເອົາ​ເຄື່ອງ​ ບໍ​ລິ​ໂພກ​ເກົ່າ​ ໄປ​ແລກ​ຊື້​ ເຄື່ອງ​ໃໝ່​ ໄດ້ສ້າງມູນ​ຄ່າ​ ການ​ຈຳ​ໜ່າຍ ຫລາຍກວ່າ 2.000 ຕື້ຢວນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງ​ຂ່າວ​ຈາກ​ ກະ​ຊວງ​ການ​ຄ້າ​ຈີນ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້ ​ເປັນ​ຕົ້ນ​ມາ, ສປ ຈີນ ນຳໃຊ້ນະ​ໂຍ​ບາຍ ​ເອົາ​ເຄື່ອງ​ ບໍ​ລິ​ໂພກ​ເກົ່າ​ ໄປ​ແລກ​ຊື້​ ເຄື່ອງ​ໃໝ່​ ໄດ້ສ້າງມູນ​ຄ່າ​ ການ​ຈຳ​ໜ່າຍ ຫລາຍກວ່າ 2.000 ຕື້ຢວນ ແລະ ໄດ້​ສ້າງ​ຜົ​ນ​ປະ​ໂຫຍດ​ ໃຫ້​ແກ່​ ປະ​ຊາ​ຊົນ​ຈີນ ຫລາຍກວ່າ 250 ລ້ານ​ເທື່ອ​ຄົນ ເຊິ່ງ​ໄດ້​ຊຸກ​ຍູ້​ ການ​ເຕີບ​ໂຕ​ ດ້ານ​ການ​ບໍ​ລິ​ໂພກ​, ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ໂພກ ແລະ ການ​ນຳ​ໃຊ້​ເຄື່ອງ​ບໍ​ລິ​ໂພກ ​ແບບ​ໝູນ​ວຽນ ​ຢ່າງ​ແຂງ​ແຮງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top