ຂປລ
ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.
ທ່ານ ນະຣຸດ ບົວຂະຈອນ ຜູ້ຈັດການທົ່ວໄປບໍລິສັດມອນຊູນວິນພາວເວີ ຈຳກັດ ໄດ້ໃຫ້ສຳພາດໃນວັນທີ 20 ຕຸລາ 2026 ຜ່ານມາວ່າ: ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ ນັບແຕ່ເລີ່ມກໍ່ສ້າງຈົນຮອດຜະລິດກະແສໄຟຟ້າສົ່ງອອກໄປ ສສ ຫວຽດນາມ, ໂຄງການໄດ້ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບເປັນຫຼັກ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການສ້າງອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ ໂດຍໄດ້ໃຫ້ງົບປະມານພັດທະນາຊຸມຊົນ (ເມືອງດາກຈຶງ ແລະ ເມືອງຊານໄຊ) 1,1 ລ້ານໂດລາສະຫະລັດຕໍ່ປີ, ລວມຕະຫຼອດ 25 ປີ ປະມານ 27,5 ລ້ານໂດລາສະຫະລັດ. ໃນນັ້ນ, ໄດ້ສຸມໃສ່ພັດທະນາດ້ານກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເປັນຕົ້ນດ້ານກະສິກຳ ໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກກາເຟແທນການຖາງປ່າເຮັດໄຮ່ແບບເລື່ອນລອຍ ໂດຍໄດ້ສະໜອງເບ້ຍກາເຟ, ອຸປະກອນ, ເຕັກນິກການປູກ, ການບົວລະບັດ, ການເກັບກ່ຽວ, ການແປຮູບ, ລວມທັງການເກັບຊື້ໃນລາຄາທີ່ເໝາະສົມ, ລວມເຖິງການເຊື່ອມໂຍງຕະຫຼາດ ເພື່ອຊ່ວຍໃຫ້ປະຊາຊົນສາມາດພັດທະນາຜະລິດຕະພັນ ແລະ ສ້າງລາຍຮັບເພີ່ມຂຶ້ນ. ດ້ານການສຶກສາ ແລະ ສາທາລະນະສຸກ ໄດ້ສ້າງວັດ, ໂຮງຮຽນ, ສົ່ງນັກຮຽນໄປຮຽນຕໍ່ຢູ່ຕ່າງແຂວງ ແລະ ປະເທດໄທ ເພື່ອກັບມາພັດທະນາຊຸມຊົນຂອງຕົນເອງ, ສ້າງສຸກສາລາ, ຕູ້ຢາປະຈຳບ້ານ, ສ້າງລະບົບນ້ຳສະອາດ (ນ້ຳລິນ) ແລະ ຫ້ອງນ້ຳ. ພ້ອມນີ້, ຍັງໄດ້ສະໜັບສະໜູນອາຫານທ່ຽງໃຫ້ນ້ອງນັກຮຽນ ແລະ ອື່ນໆ, ທັງໄດ້ປັບປຸງຖະໜົນຫົນທາງເຂົ້າເຖິງຊຸມຊົນ ແລະ ສົ່ງເສີມການທ່ອງທ່ຽວແບບອະນຸລັກຕື່ມອີກ. ພ້ອມນັ້ນ, ໂຄງການຍັງໄດ້ຈ້າງງານພະນັກງານໃນທ້ອງຖິ່ນຫຼາຍກວ່າ 140 ຄົນ. ການດຳເນີນງານດັ່ງກ່າວ, ມີເປົ້າໝາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບສາມາດເຂົ້າເຖິງໂອກາດດ້ານອາຊີບ, ພັດທະນາທັກສະ, ມີລາຍຮັບທີ່ໝັ້ນຄົງ ແລະ ຍົກລະດັບຊີວິດການເປັນຢູ່ຢ່າງຍືນຍົງ ຄວບຄູ່ກັບການພັດທະນາພະລັງງານສະອາດ ແລະ ການອະນຸລັກຊັບພະຍາກອນທຳມະຊາດ.
ປະຊາຊົນທີ່ໄດ້ຮັບຜົນກະທົບຫຼາຍທ່ານທີ່ໄດ້ເຂົ້າເຮັດວຽກ ແລະ ຮ່ວມກິດຈະກຳຮ່ວມກັບໂຄງການ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ອາຊີບແຕ່ກ່ອນຄອບຄົວອາໄສການເຮັດໄຮ່, ເຮັດນາເປັນຫຼັກ, ລາຍຮັບບໍ່ແນ່ນອນ. ຫຼັງຈາກມີໂຄງການນີ້ເຂົ້າມາ ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງໃນຫຼາຍດ້ານ ແລະ ດີຂຶ້ນກວ່າເກົ່າຫຼາຍ ຊຶ່ງໂຄງການໄດ້ຊຸກຍູ້ສົ່ງເສີມໃນຫຼາຍດ້ານ ໂດຍສະເພາະດ້ານກະສິກຳ ໂຄງການໄດ້ສະໜອງເບ້ຍກາເຟ, ພ້ອມທັງແນະນຳວິທີການປູກ, ບົວລະບັດ, ການເກັບກ່ຽວ ແລະ ການແປຮູບໃຫ້ໄດ້ຄຸນນະພາບ. ພ້ອມນີ້ ໂຄງການຍັງໄດ້ປັບປຸງຖະໜົນຫົນທາງເຂົ້າຫາບ້ານ ເຮັດໃຫ້ການເດີນທາງໄປມາມີຄວາມສະດວກສະບາຍຂຶ້ນກວ່າເກົ່າ. ການໄດ້ເຮັດວຽກກັບໂຄງການເຮັດໃຫ້ມີລາຍຮັບປະຈຳ ແລະ ໄດ້ຮຽນຮູ້ທັກສະໃໝ່ໆ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ ເລີ່ມລົງມືກໍ່ສ້າງໃນເດືອນເມສາ 2023, ຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງດາກຈຶງ ແຂວງເຊກອງ ກັບເມືອງຊານໄຊ ແຂວງອັດຕະປື, ມີເສົາກັງຫັນລົມທັງໝົດ 133 ຕົ້ນ, ມີກຳລັງການຜະລິດ 600 ເມກາວັດ. ໃນນີ້, ຕັ້ງຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົ້ນ, ມີໄລຍະສັນຍາ 25 ປີ ລວມມູນຄ່າການກໍ່ສ້າງທັງໝົດ 900 ລ້ານໂດລາສະຫະລັດ ໂດຍໄດ້ຮັບການສະໜອງທຶນຈາກທະນາຄານພັດທະນາອາຊີ (ADB), ທະນາຄານຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມງານອື່ນໆ. ປັດຈຸບັນໄດ້ມີການຊື້-ຂາຍໄຟຟ້າຮ່ວມກັບການໄຟຟ້າແຫ່ງ ສສ ຫວຽດນາມ ແລ້ວ, ພ້ອມນີ້ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການ “Sekong Wind Farm” ຂະໜາດ 1.000 ເມກາວັດ ຢູ່ໃນເຂດດຽວກັນ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນປີ 2028.
ຂ່າວ-ພາບ: ທະນູທອງ
KPL