ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

28/03/2025 20:38
Email Print 579
ຂປລ ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວໃນວັນທີ 5 ເມສາ 2025  ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ທັງເປັນ​ຫົວໜ້າ​ກອງ​ເລຂາຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫລງຂ່າວໃນວັນທີ 28 ມີນາ 2025 ວ່າ:  ແຕ່ລະປີທົ່ວໂລກມີຜູ້ເສຍຊີວິດ ຈາກອຸບັດເຫດທາງຫລວງ 1,2 ລ້ານຄົນ, ບາດເຈັບ 50 ລ້ານຄົນ ແລະ ມູນຄ່າເສຍຫາຍ ຫລາຍກວ່າ 500 ຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ຕົວເລກຜູ້ເສຍຊີວິດແມ່ນສະເລ່ຍ 1.000 ຄົນ ຕໍ່ປີ, ສົ່ງຜົນເສຍຫາຍທາງດ້ານເສດຖະກິດ-ສັງຄົມ ຕົກເປັນເງິນ 175 ລ້ານໂດລາສະຫະລັດຕໍ່ປີ. ໃນນີ້, ຍັງບໍ່ທັນລວມການເສຍຫາຍ ດ້ານຊັບສິນ, ຜູ້ບາດເຈັບ ແລະ ຜູ້ພິການ ເຊິ່ງຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້.  ສາເຫດທີ່ພາໃຫ້ເກີດອຸບັດເຫດ ແມ່ນຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງ-ແຊງບໍ່ຮັບປະກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິ ບັດກົດຈະລາຈອນ.

ດັ່ງນັ້ນ, ລັດຖະບານ ໄດ້ວາງຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ແຕ່ປີ 2021-2030 ປະກອບດ້ວຍ 5 ເສົາຄ້ຳ ຄື: ເສົາຄ້ຳທີ 1 ໂຄງລ່າງຄົມະນາຄົມ-ຂົນສົ່ງ ຫລື ເສັ້ນທາງ ຖະໜົນທີ່ປອດໄພ; ເສົາຄ້ຳທີ 2 ພາຫະນະປອດໄພ; ເສົາຄ້ຳທີ 3 ຄົນໃຊ້ລົດໃຊ້ຖະໜົນປອດໄພ; ເສົາຄ້ຳທີ 4 ການຄຸ້ມຄອງຄວາມປອດໄພ ແລະ ເສົາຄ້ຳທີ 5 ການຊ່ວຍເຫລືອ ຫລັງເກີດອຸ​ເຫດເຫດ. ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ແມ່ນໜຶ່ງໃນກິດຈະກຳສຳຄັນ ພາຍໃຕ້ເສົາຄ້ຳ ທີ 4 ການຄຸ້ມຄອງຄວາມປອດໄພ ເປັນການປູກຈິດສຳນຶກ ໂຄສະນາ ເຜີຍແຜ່ທີ່ສຳຄັນ ແລະ ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕ້ອງຈັດ ອາທິດທີ 1 ຂອງເດືອນ 4 ເມສາ ທຸກໆປີ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ກົມຕຳຫລວດຈະລາຈອນ ກຽມພ້ອມ ສະກັດກັ້ນອຸບັດເຫດ ໄລຍະສະຫລອງປີໃໝ່ລາວວັດທະນະທຳ-ສັງຄົມ

      ກົມຕຳຫລວດຈະລາຈອນ ກຽມພ້ອມ ສະກັດກັ້ນອຸບັດເຫດ ໄລຍະສະຫລອງປີໃໝ່ລາວ

      3/31/2025 2:09:19 PM

      ຂປລ. ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ກະກຽມພ້ອມສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2568 ປີມະໂລງ ໃນລະຫວ່າງວັນທີ 11-17 ເມສາ 2025

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

ads
ads

Top