ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

26/03/2025 18:55
Email Print 436
ຂປລ ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ




ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ
24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ, ຮອງ ປະທານກຳມາທິການ, ປະທານສະພາ ປະຊາຊົນຂັ້ນແຂວງ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ  ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ການຈັດ​ສໍາ​ມະ​ນາ​ຄັ້ງ​ນີ້, ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ; ການກໍານົດນະໂຍບາຍ ແລະ ການລົງທຶນເຂົ້້າໃນວຽກງານປົກປ້ອງສັງຄົມ; ບົດຮຽນຂອງສາກົນກ່ຽວກັບລະບົບການປະກັນສັງຄົມ, ການປະກັນສຸຂະພາບ, ສິ່ງທ້າຍທາຍ, ອຸປະສັກ ໃນການເຂົ້າເຖິງ ລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານ ນອກລະບົບໃນຂັ້ນຮາກຖານ; ບົດບາດຂອງລັດຖະສະພາສາກົນ ຕໍ່ວຽກງານປົກປ້ອງສັງຄົມ, ບົດບາດຂອງສະມາ ຊິກລັດຖະສະພາ ແລະ ລັດຖະສະພາໃນການຕິດຕາມກວດກາ ວຽກງານປົກປ້ອງສັງຄົມ ແລະ ບົດບາດຂອງສະພາແຫ່ງຊາດ ຕໍ່ວຽກງານ ການປົກປ້ອງສັງຄົມ.




ທ່ານ ຄຳໃບ ດຳລັດ ​ໄດ້​ໃຫ້​ຮູ້ວ່າ: ການສຳມະນາຄັ້ງນີ້, ເພື່ອເຜີຍແຜ່
, ສ້າງຄວາມເຂົ້າໃຈຕໍ່ກັບນະໂຍບາຍ ແລະ ການລົງທຶນເຂົ້າໃນລະບົບປົກປ້ອງສັງຄົມ ພາຍໃຕ້ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 ແລະ ຈະໄດ້ພ້ອມກັນປຶກສາຫາລື, ກໍານົດບຸລິມະສິດເບື້ອງຕົ້ນຕໍ່ ການສ້າງຍຸດທະສາດ ປົກປ້ອງສັງຄົມແຫ່ງຊາດໃນໄລຍະຕໍ່ໜ້າ (2026-2030). ພ້ອມກັນນີ້, ຈະໄດ້ຮັບຟັງການໃຫ້ບົດ ຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕໍ່ກັບວຽກງານການປົກປ້ອງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປກໍານົດ ທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ, ພ້ອມທັງມີການຕິດ ຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສຳເລັດດີຂຶ້ນ ເພື່ອປະກອບສ່ວນຕໍ່ການບັນລຸ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ຮັບປະກັນໃຫ້ກອງທຶນປົກປ້ອງສັງຄົມ ມີຄວາມຍືນຍົງດ້ານງົບປະມານ, ປະຊາຊົນບັນດາເຜົ່າໄດ້ຮັບ ການປົກປ້ອງແບບທົ່ວເຖິງ ແລະ ເຂົ້າເຖິງຊຸດອຸດໜູນປົກປ້ອງສັງຄົມອັນຈຳເປັນພື້ນຖານ ຢ່າງມີປະສິດຕິພາບ.

​ໂອກາດ​ນີ້, ຜູ້​ເຂົ້າ​ຮ່ວມໄດ້ຮັບຟັງສະພາບລວມ ຂອງລະບົບປົກປ້ອງສັງຄົມ ແລະ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ, ຜົນໄດ້ຮັບ ແລະ ສິ່ງທ້າທ້າຍ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງຕໍ່ວຽກງານປົກປ້ອງສັງຄົມ; ລະບົບປະກັນສັງຄົມ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ລະບົບປະກັນສັງຄົມໃນສະພາບການດ້ານເສດຖະກິດ-ສັງຄົມປັດຈຸບັນ; ຜົນໄດ້ຮັບ ແລະ ຂໍ້ແນະນຳຈາກການຄຳນວນຄະນິດສາດປະກັນສັງຄົມ ແລະ ການປັບປຸງນິຕິກຳ, ມາດຕະຖານ ແລະ ການປະຕິບັດທີ່ດີຈາກສາກົນ; ບົດບາດຂອງລັດຖະສະພາກໍາປູເຈຍ ຕໍ່ການຕັດສິນໃຈດ້ານນະໂຍບາຍປົກປ້ອງສັງຄົມ, ທົບທວນງົບປະມານ ແລະ ຄວາມຮັບຜິດຊອບ; ລະບົບປະກັນສຸຂະພາບ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ສິ່ງທ້າທາຍ ແລະ ອຸປະສັກ ໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມ ຂອງແຮງງານນອກລະບົບໃນຂັ້ນຮາກຖານ; ການສ້າງຄວາມເຂັ້ມແຂງ ໃຫ້ລະບົບປະກັນສຸຂະພາບ: ຜົນໄດ້ຮັບ ແລະ ຂໍ້ສະເໜີແນະນຳຈາກ ການຄຳນວນຄະນິດສາດ ກອງທຶນປະກັນສຸ ຂະພາບ, ການທົບທວນການຄຸ້ມຄອງບໍລິຫານ ແລະ ບົດຮຽນຈາກພາກພື້ນ; ໂຄງການອາຫານທ່ຽງ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ໂຄງການອຸດໜູນຜູ້ພິການ: ສຽງຈາກຜູ້ໄດ້ຮັບຜົນປະໂຫຍດ, ຜົນໄດ້ຮັບ ແລະ ທິດທາງໃນຕໍ່ໜ້າ; ລະບົບປົກປ້ອງສັງຄົມ ຂອງປະເທດຫວຽດນາມ: ສະພາບປັດຈຸບັນ, ສິ່ງທ້າທາຍ ແລະ ການປະຕິຮູບນະໂຍບາຍ; ສະພາບລວມຂອງນະໂຍບາຍປົກປ້ອງສັງຄົມ ແລະ ການລົງທຶນເຂົ້າໃນ ວຽກງານປົກປ້ອງສັງຄົມ: ບົດຮຽນຈາກລັດຖະສະພາສາກົນ; ບົດບາດຂອງສະພາແຫ່ງຊາດລາວ ຕໍ່ວຽກງານການປົກປ້ອງສັງຄົມ.

ຈາກ​ນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ຊັກຖາມຕໍ່ບັນຫາຕ່າງໆ ທີ່ວິທະຍາກອນ ແລະ ຊ່ຽວຊານໄດ້ນຳສະເໜີ ເພື່ອໃຫ້ມີຄວາມເຂົ້າໃຈ ຢ່າງກວ້າງຂວາງ, ເລິກເຊິ່ງ.

ຂ່າວ: ອາລິນ ສຸພິມມະປະດິດ

KPL

ຂ່າວອື່ນໆ

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

ads
ads

Top