ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

26/03/2025 18:24
Email Print 312
ຂປລ ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ
ນະຄອນຫລວງວຽງຈັນ  ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.




ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ແມ່ນຈະສ້າງສະໜາມກິລາ ແບບມີສ່ວນຮ່ວມແຫ່ງທຳອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກິລາ ໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກໍາ ທີ່ຫລາກຫລາຍປະເພດກິລາ
, ເປັນສະຖານທີ່ຝຶກແອບ-ຝຶກຊ້ອມ-ແຂ່ງຂັນໃຫ້ນັກກິລາຄົນພິການ ແລະ ບໍ່ພິການ ໃນລະດັບພາກພື້ນ ແລະ ພາຍໃນປະເທດ, ທັງເປັນສະຖານທີ່ເຕົ້າໂຮມມວນຊົນ​ ໃນນະຄອນຫລວງວຽງຈັນ ກໍຄື ຊາວລາວທົ່ວປະເທດ ມີສະໜາມກິລາອອກກຳລັງກາຍຫລິ້ນກິລາ, ເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ດີ ໃນນະຄອນຫລວງວຽງຈັນ, ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະ ການສ້າງວຽກເຮັດງານທໍາໃຫ້ຄົນພິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ກໍຄື ການພັດທະນາວຽກງານກິລາ-ກາຍຍະກໍາ ທີ່ເປັນລະບົບຄົບຊຸດ.




ໂຄງການດັ່ງກ່າວ ມີມູນຄ່າ
4,1 ກວ່າ​ຕື້ເຢັນ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງ ການເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງ ເດືອນຕຸລາ 2026 (22 ເດືອນ) ໂດຍແມ່ນບໍລິສັດທີ່ປຶກສາ AZUSA SEKKEI CO., LTD ແລະ ບໍລິສັດກໍ່ສ້າງ HAZAMA ANDO-TOA ROAD JV ເປັນຜູ້ຮັບເໝົາປັບປຸງ.

KPL

ຂ່າວອື່ນໆ

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

ads
ads

Top