ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

26/03/2025 18:12
Email Print 282
ຂປລ ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.



ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ
, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ. ດັ່ງນັ້ນ, ວຽກງານອົບຮົມຫັດແອບ ຈຶ່ງກາຍເປັນວຽກໜຶ່ງທີ່ສໍາຄັນ ແລະ ແມ່ນຄວາມຮັບ ຜິດຊອບ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ນາຍ ແລະ ພົນທະຫານທຸກສະຫາຍ ຕ້ອງໄດ້ປະຕິບັດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງໜ້າອົບຮົມຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ເພື່ອຮັບໃຊ້ເຂົ້າໃນໜ້າທີ່ກຽມພ້ອມສູ້ຮົບ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.




ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ກຳມະການຄະນະພັກກອງພົນ
, ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການກອງພົນທີ 3 ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາຄະນະພັກ-ຄະນະບັນ ຊາກອງພົນ ໄດ້ສຸມໃສ່ນຳພາ-ຊີ້ນໍາຈັດຕັ້ງປະຕິບັດຢ່າງໃກ້ຊິດ, ຊີ້ນໍາຊຸກຍູ້ກົມກອງຍົກສູງການອົບຮົມ-ຫັດແອບ ວຽກງານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກເປັນປົກກະຕິ, ສຶກສາອົບຮົມປຸກລະດົມແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນອຸ່ນອຽນ ຕໍ່ໜ້າທີ່ວິຊາສະເພາະ, ມີຄວາມສາມັກຄີເປັນປຶກແຜ່ນ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ມີສະຕິຕໍ່ອົງການຈັດຕັ້ງ, ປະຕິບັດບັນດາ ຂໍ້ກຳນົດ ກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບວາງອອກ ເພື່ອປັບປຸງກໍາລັງໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂ່ງຂຶ້ນເປັນກ້າວໆ. ໃນໄລຍະ 1 ປີຜ່ານມາ ສາມາດອົບຮົມ-ຫັດແອບ ອົງການ 5 ຫ້ອງ ແລະ 22 ກົມກອງທີ່ຂຶ້ນກັບກອງພົນທະຫານຮາບທີ 3; ອົບຮົມ-ຫັດແອບທະຫານ  ໃໝ່ 3 ເດືອນ ຊຸດທີ 14 ຢູ່ກອງພັນ 417; ອົບຮົມຫັດແອບຊ້ອມຮົບຂັ້ນກອງຮ້ອຍ ບຸກຕີສັດຕູຈັ້ງທ່າ ພູມີປະເທດພູຜາປ່າດົງ ນໍາໃຊ້ກຳລັງໝວດຍິງລູກປືນແທ້; ອົບຮົມ-ຫັດແອບເຫລົ່າຮົບ ວິຊາສະເພາະຍິງລູກປືນແທ້ ຂອງປ້ອງກັນອາກາດ ແລະ ປືນໃຫຍ່ໜ້າດິນ; ອົບຮົມຫັດແອບວຽກງານກຽດຕິຍົດ ແລະ ເຈົ້າໜ້າທີ່ຄຸ້ມຄອງລະບຽບ ແບບແຜນຂອງກອງທັບ; ອົບຮົມ-ຫັດແອບວິຊາລະບຽບພື້ນຖານບຸກຄົນ, ຮູບແຖວ ແລະ ການເຄົາລົບລາຍງານໃຫ້ພະນັກງານ ອົງການ 5 ຫ້ອງ ແລະ ພະນັກງານ 5 ພະແນກ ການກອງພັນໃຫຍ່ 301 ​ແລະ 302; ອົບຮົມ-ຫັດແອບ ນັກຮຽນນາຍສິບ ຊຸດທີ 6 ສະເລ່ຍຜົນໄດ້ຮັບ ທັງໝົດ 85%.




ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ກ່າວອີກວ່າ: ສຳລັບທິດທາງແຜນການ ໃນຕໍ່ໜ້າຈະສືບຕໍ່ເພີ່ມທະວີການອົບຮົມ ຫັດແອບໃຫ້ບັນດາອົງການ
, ກົມກອງໃຫ້ເລິກເຊິງ ແລະ ກວ້າງຂວາງ, ສູ້ຊົນປັບປຸງ ດ້ານລະບຽບແບບແຜນ ໂດຍສະເພາະແມ່ນ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ອົບຮົມຫົມຫັດແອບ ດ້ານສິນລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານມີຄວາມສໍານິຊໍານານ ຢ່າງເປັນປົກກະຕິ ເພື່ອຕອບສະໜອງໄດ້ວຽກງານ ການກຽມພ້ອມສູ້ຮົບທຸກສະພາບການ, ເອົາໃຈໃສ່ປັບ ປຸງບັນດາຂໍ້ກຳນົດລະບຽບ ໃຫ້ພະນັກງານ-ນັກຮົບ ໃນທັນແຖວຂອງກອງທັບ ໃຫ້ມີຄວາມເປັນເອກະພາບ ແລະ ເຂັ້ມງວດ, ຊີ້ນໍາບັນດາອົງການ, ກົມກອງອົບຮົມ-ຫັດແອບວຽກງານ 5 ສິນລະປະຍຸດ ແລະ 6 ຍຸດທະວິທີ ໃຫ້ພະນັກງນ-ນັກຮົບ ໃນທົ່ວກົມກອງຮຽນຮູ້ໄດ້ເຖິງເນື້ອໃນ ຄວາມສໍາຄັນໃຫ້ມີຄວາມສໍານິສໍານານ ແລະ ຮູ້ໝູນໃຊ້ເຂົ້າໃນວຽກງານ ກຽມພ້ອມສູ້ຮົບຢ່າງມີພິກໄຫວຄ່ອງແຄ້ວ, ລົງໃກ້ຊິດຕິດແທດຊີ້ນໍາການອົບຮົມຫັດແອບ ວິຊາສະເພາະຂອງແຕ່ລະອົງການ, ກົມກອງເຫລົ່າຮົບວິຊາສະເພາະ ໃຫ້ເປັນປົກກະຕິ ຮັບປະກັນໄດ້ທາງດ້ານການກຽມພ້ອມສູ້ຮົບ ແລະ ສາມາດສູ້ຮົບຕົວຈິງ ໄດ້ຢ່າງມີພິກໄຫວຄ່ອງແຄ້ວ.

KPL

ຂ່າວອື່ນໆ

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

ads
ads

Top