ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີຫວຽດນາມ

11/03/2025 15:13
Email Print 879
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ.




ຂປລ. ເມື່ອບໍ່ດົນມານີ້
, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ  ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ.




ໂອກາດນີ້
, ສະຫາຍ ຟ້າມມິງຈິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ດີຄາລາສູງຕໍ່ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງສະເໜີໃຫ້ສອງກອງທັບ ຫວຽດນາມ-ລາວ ເພີ່ມທະວີການພົວພັນເຊິ່ງກັນ ແລະ ກັນ, ເປັນເສນາທິການໃຫ້ການ ນໍາຂັ້ນສູງຂອງສອງປະເທດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາຂອງ 3 ພັກ ແລະ ນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນໂຮ່ຈີ່ມິງ ໃນເດືອນກຸມພາທີ່ຜ່ານມາ, ຮັດແໜ້ນນ້ຳໃຈສາມັກຄີແບບພິເສດ ລະຫວ່າງ 3 ປະເທດ ແລະ ປະຕິບັດກົນໄກຮ່ວມມືທີ່ມີຢູ່ແລ້ວ. ໃນນັ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ພົບປະແລກປ່ຽນລະຫວ່າງກອງທັບສອງຝ່າຍ; ຕັ້ງໜ້າຜັນຂະຫຍາຍວຽກງານບໍາລຸງກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄວາມປອດໄພ ທາງເຄືອຂ່າຍອິນເຕີເນັດ, ພະລາທິການເຕັກນິກ; ຍູ້ແຮງການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ ໃຫ້ມີສັນຕິ ພາບ, ສະຖຽນລະພາບ, ພັດທະນາ ໃນນັ້ນ ມີການກໍ່ສ້າງກຸ່ມບ້ານ; ສູ້ຮົບ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ຢ່າງທັນການ; ເຂົ້າຮ່ວມການພັດທະນາເສດຖະກິດ, ກໍ່ສ້າງຮູບແບບເສດຖະກິດປ້ອງກັນຊາດ; ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍຄວາມສຳຄັນຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ແລະ ສອງກອງທັບຫວຽດນາມ-ລາວ ໃຫ້ຂຽວສົດງົດງາມຕະຫລອດໄປ.




ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງ ລາຍງານຜົນການພົບປະສອງຝ່າຍ ລະຫວ່າງກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ສຸມໃສ່ຊຸກຍູ້ການ ພົວພັນຮ່ວມມື ແລະ ຜັນຂະຫຍາຍບັນດາເນື້ອໃນ ການຮ່ວມມືຢ່າງມີປະສິດທິຜົນ ຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງ 2 ປະເທດ, ພິເສດແມ່ນສັນຍາຂັ້ນສູງຫວຽດນາມ-ລາວ ໃນ ປີ 2024 ແລະ ການພົບປະລະຫວ່າງການນຳ 3 ຝ່າຍ ຫວຽດນາມ-ລາວ-ກຳປູເຈຍ; ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ບັນດາບັນຫາຍຸດທະສາດ ຜ່ານການພົບປະຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາຍແດນ ລະຫວ່າງສອງປະ ເທດໃນນັ້ນມີການກໍ່ສ້າງກຸ່ມບ້ານ, ເອົາໃຈໃສ່ເຖິງການຮ່ວມມືດ້ານ ການບຳລຸງສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນປະເທດ, ພັດທະນາເສດຖະກິດ ແລະ ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫລາຍຝ່າຍ.

ຂໍ້ມູນ-ພາບ: ໜັງສືພິມກອງທັບ

KPL

ຂ່າວອື່ນໆ

ads
ads

Top