ການເຄື່ອນໄຫວວຽກງານສື່ມວນຊົນໄລຍະຜ່ານມາມີຫລາຍດ້ານ ມີຫລາຍດ້ານໄດ້ຮັບການພັດທະນາ

15/07/2026 08:38
Email Print 1870
ຂປລ ໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກອົງການສື່ມວນຊົນ ຢູ່ໃນບັນດາອົງການຈັດຕັ້ງຂອງພັກ, ລັດ, ການຈັດຕັ້ງມະຫາຊົນ ແລະ ສັງຄົມ ໄດ້ເຕີບໃຫຍ່ຂະຫຍາຍຕົວດ້ານປະລິມານ, ຄຸນນະພາບ, ຮູບແບບການນໍາສະເໜີ ໄດ້ຮັບການພັດທະນາຢ່າງຕ່ໍເນື່ອງໃນແຕ່ລະໄລຍະ.

      ຂປລ. ຊຶ່ງຜົນງານອັນພ້ົນເດ່ັນຂອງສ່ືມວນຊົນໄດ້ເປັນເຄື່ອງມືໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະຂອງການປະຕິວັດ.

     ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ  ລາຍງານໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດ 2026 ນີ້ວ່າ: ໃນໄລຍະຜ່ານມາວຽກງານສື່ມວນຊົນຂອງລັດ ແລະ ສ່ືມວນຊົນ ຢູ່ໃນບັນດາອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງມະຫາຊົນ ແລະ ສື່ມວນຊົນເອກກະຊົນ ໄດ້ດໍາເນີນໄປບົນຈິດໃຈຂອງມະຕິ 36/ກມສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່, ໄດ້ຫັນມະຕິດັ່ງກ່າວມາເປັນແຜນງານ, ແຜນການເຄື່ອນໄຫວລະອຽດສ້າງຄວາມສະດວກ ໃຫ້ແກ່ການນໍາພາ-ຄຸ້ມຄອງລະບົບສື່ມວນຊົນ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້, ລັດຖະບານ ຍັງໄດ້ມີກົດໝາຍວ່າດ້ວຍສື່ມວນຊົນ (2016), ໄດ້ປະຕິບັດກົດໝາຍທີ່ປິ່ນອ້ອມ ເປັນຕົ້ນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ, ກົດໝາຍດ້ານເຕັກໂນໂລຊີສື່ສານ, ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ແລະ ອື່ນໆ. ຜ່ານການປະຕິບັດພາລະບົດບາດຂອງຕົນສື່ມວນຊົນສາມາດ ເປັນກະບອກສຽງໃຫ້ແກ່ອົງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງນະໂຍບາຍ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກໃນແຕ່ລະຄັ້ງ, ແນວທາງນະໂຍບາຍ ແລະ ທິດສະດີປະຕິວັດລົງສູ່ມະຫາຊົນ ໄດ້ຢ່າງກວ້າງຂວາງ ແລະ ທັນເວລາ. ອັນພົ້ນເດັ່ນສື່ມວນຊົນລາວ ໄດ້ມີການປ່ຽນແປງຢ່າງຕັ້ງ ໜ້າ ຈາກຮູບແບບດັ້ງເດີມ (ໜັງສືພິມ, ວິທະຍຸ, ໂທລະພາບ) ໄປສູ່ ການຜະລິດເນື້ອຫາສື່ແບບປະສົມ ປະກອບດ້ວຍວິດີໂອສັ້ນ, ພາບນິ້ງບວກບັນຍາຍ, ການຖ່າຍທອດສົດຜ່ານເຟດບຸກ, ຕິກຕ໋ອກ, ຢູທູບ. ພ້ອມນີ້, ບັນດາສື່ມວນຊົນຫລັກ ເຊັ່ນ: ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດ, ໜັງສືພິມປະຊາຊົນ, ໜັງສືພິມພາສາຕ່າງປະເທດ ແລະ ສ່ືມວນຊົນອ້ອມຂ້າງກະຊວງ, ອົງການ, ທ້ອງຖິ່ນ ກໍໄດ້ສ້າງຕັ້ງແພລັດຟອມອອນລາຍຂອງຕົນເອງ ແລະ ຫັນເຂົ້າສູ່ການເຜີຍແຜ່ດີຈິຕອນເທື່ອລະກ້າວ.

     ສະຫາຍ ຄຳພັນ ເຜີຍຍະວົງ ໃຫ້ ຮູ້ອີກວ່າ: ພາຍຫລັງໂອນວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ກົງຈັກການຈັດຕັ້ງຂອງສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນໄດ້ຮັບການປັບປຸງໃຫ້ກະທັດຮັດຂຶ້ນຕື່ມ, ຫລຸດຜ່ອນຄວາມຊໍ້າຊ້ອນໃນການປະຕິບັດງານ, ສ້າງລະບົບການຄຸ້ມຄອງບໍລິຫານທີ່ມີວິທະຍາສາດ ແລະ ທັນສະໄໝ. ພ້ອມນັ້ນ, ຍັງໄດ້ສຸມໃສ່ຍົກລະດັບທັກສະທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ການຂຽນຂ່າວ, ວິເຄາະ ແລະ ການຄຸ້ມຄອງສື່ດີຈິຕອນ ໃຫ້ແກ່ຖັນແຖວນັກຂ່າວ, ບັນນາທິການ ແລະ ຜູ້ບໍລິຫານສື່ ຊຶ່ງໄດ້ເຮັດໃຫ້ສື່ມວນຊົນລາວ ມີກຳລັງແຮງງານທີ່ມີຄວາມຮູ້ຄວາມສາມາດ, ມີຈັນຍາບັນວິຊາຊີບ ແລະ ສາມາດນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດລາຍການທີ່ມີຄຸນນະພາບ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ. 

      ສຳລັບທິດທາງພັດທະນາສ່ືມວນຊົນລາວໄປສູ່ຄຸນນະພາບໃໝ ຈະປ່ຽນແປງຈິນຕະນາການໃໝ່ໃນການພັດທະນາວຽກງານສື່ມວນຊົນໃນຍຸກໃໝ່ດ້ວຍການເຊື່ອມຊຶມ ທັດສະນະຊີ້ນຳຂອງພັກໃຫ້ປະກົດເປັນຮູບປະທຳເທື່ອລະກ້າວ, ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ ດ້ວຍການຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນບັນດາອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ ຕິດພັນກັບຍຸກດີຈິຕອນ ແລະ ປັນຍາປະດິດດ້ວຍການປະຕິບັດເຂັ້ມງວດ ລະບອບຮໍ່າຮຽນທິດສະດີການເມືອງ ຕິດພັນກັບການສະໜອງຂໍ້ມູນຂ່າວສານ; ປັບປຸງຄວາມຮັບຮູ້ໃໝ່ຂອງພະນັກງານ-ນັກຂ່າວ, ບັນນາທິການຂ່າວ ແລະ ນັກເຕັກນິກ ໃນບັນດາອົງການສື່ມວນຊົນຢ່າງຕໍ່ເນື່ອງ, ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດຈັນຍາບັນວິຊາຊີບ ດ້ວຍການປັບປຸງກົນໄກການຄຸ້ມຄອງລະບົບການຂຶ້ນທະບຽນນັກຂ່າວ, ການເຄື່ອນໄຫວ ຂອງສໍານັກ ຂ່າວສານ ແລະ ການອະນຸຍາດຕ່າງໆ ໃຫ້ຮັດກຸມຕາມກົດໝາຍກໍານົດໄວ້; ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວ ຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມ ພາລະບົດບາດຢ່າງເປັນເຈົ້າການ. ພ້ອມນີ້, ຍັງຈະຜັນຂະຫຍາຍທິດ ທາງຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳໃຕ້ກົດໝາຍໃຫ້ປະກົດຜົນເປັນຈິງ, ສຸມໃສ່ປັບປຸງເນື້ອໃນການໂຄສະນາ, ຮູບການໂຄສະນາ ແລະ ວິທີການໂຄສະນາທີ່ສອດຄ່ອງກັບຍຸກສະໄໝໃໝ່, ພັດທະນາບຸກຄະລາກອນເຮັດວຽກງານສື່ມວນຊົນ ໃຫ້ຮັບປະກັນຄຸນນະພາບ, ພັດທະນາພື້ນຖານໂຄງການ, ວັດຖຸເຕັກນິກ ໃຫ້ຮັບປະກັນໃນເງື່ອນໄຂໃໝ່, ເພີ່ມທະວີຄວາມເປັນເຈົ້າການຮ່ວມມືກັບຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top