ຂປລ
ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-10 ກໍລະກົດ 2026 ຜ່ານມານີ້, ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານສຸມໃສ່ຫັນການຈັດເກັບລາຍຮັບ ໃຫ້ເປັນທັນສະໄໝ ແລະ ໃຫ້ມີຈຸດສຸມ, ມີຄຸນນະພາບສູງ ແລະ ໃຫ້ທົ່ວເຖິງ ຢູ່ບັນດາດ່ານສາກົນ, ບັນດາຫົວໜ່ວຍທຸລະກິດຕ່າງໆ.
ຂປລ. ໂດຍສະເພາະໂຄງການຂຸດຄົ້ນແຮ່ທາດ, ໂຄງການພະລັງງານ ເນື່ອງຈາກເປັນແຫລ່ງລາຍຮັບທີ່ສູງ ເພື່ອຈໍາກັດບໍ່ໃຫ້ລາຍຮັບມີການຮົ່ວໄຫລ ເພື່ອບໍ່ໃຫ້ຊັບສົມບັດຂອງຊາດຕົກເຮ່ຍເສຍຫາຍ.

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືຶອນຕົ້ນປີ ແລະ ທິດທາງແຜນການ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະ ກົດ 2026 ຜ່ານມານີ້ວ່າ: ຕໍ່ກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2026 ຂອງລັດຖະບານສະພາແຫ່ງຊາດ ສະເໜີໃຫ້ສືບຕໍ່ຈັດຕັ້ງປະຕິບັດບາງມາດຕະການ ເປັນຕົ້ນ ຄົ້ນຄວ້າກົນໄກການແບ່ງຂັ້ນຄຸ້ມຄອງໃຫ້ຊັດເຈນ ໃນການຈັດເກັບລາຍຮັບຈາກອາກອນທີ່ດິນ; ກວດກາຄືນ ແລະ ເອົາໃຈໃສ່ໃນການປະຕິບັດກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເພື່ອໃຫ້ສາ ມາດເປັນປະເທດກຸ້ມຕົນເອງ ແລະ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຫລາຍຂຶ້ນ, ທ້ອງຖິ່ນມີບົດບາດໃນການພັດທະນາຕົນເອງໄດ້ ໃນການລະດົມທຶນເພື່ອກໍ່ສ້າງເສັ້ນທາງດ້ວຍຕົນເອງ; ກວດກາ ແລະ ພິຈາລະນາຄືນກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການເກັບລາຍຮັບ-ລາຍຈ່າຍ ແລະ ການດຸ່ນດ່ຽງ ການນໍາໃຊ້ເງິນເກີນແຜນໃຫ້ທ້ອງຖິ່ນເພາະມີບາງແຂວງສາມາດປະຕິບັດລາຍຮັບງົບປະມານເກີນແຜນຢ່າງຫລວງຫລາຍ ສະເໜີໃຫ້ລັດຖະບານ ມີນິຕິກໍາເພື່ອກໍານົດນະໂຍບາຍການນໍາໃຊ້ເງິນດັ່ງກ່າວ ໃຫ້ທ້ອງຖິ່ນໃນສັດສ່ວນ 70/30 ຫລື 80/20 ເພື່ອໃຫ້ແຂວງນໍາເຂົ້າໃນການພັດທະນາທ້ອງຖິ່ນ ເປັນຕົ້ນການກໍ່ສ້າງ ແລະ ບູລະນະເສັ້ນທາງຂອງທ້ອງຖິ່ນ.
ພ້ອມທັງສະເໜີໃຫ້ເລັ່ງແກ້ໄຂໄພເງິນເຟີ້, ອັດຕາແລກປ່ຽນ ແລະ ບັນຫາເງິນກີບອ່ອນຄ່າ ຊຶ່ງສົ່ງຜົນກະທົບຕໍ່ການຜະລິດພາຍໃນ, ສະເໜີລັດຖະບານ ມີມາດຕະການຄຸ້ມຄອງ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ; ການຈັດສັນງົບປະມານບ້ວງກອງທຶນ ທາງທີ່ລັດຖະບານມອບໃຫ້ທ້ອງຖິ່ນຄຸ້ມຄອງ, ຜູ້ແທນເຫັນວ່າ ໃນປີ 2027 ທີ່ຈະເອົາໜີ້ສິນບ້ວງກອງທຶນໃຫ້ເຂົ້າໃນແຜນປົກກະຕິ ຊຶ່ງຈະເຮັດໃຫ້ແຜນໜີ້ສິນຂອງແຂວງເພີ່ມຂຶ້ນ. ຕໍ່ກັບວຽກງານການເຊື່ອມໂຍງ-ເຊື່ອມຈອດ, ສະເໜີລັດຖະບານ ພິຈາລະນາຈັດສັນງົບປະມານ ເພື່ອສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫລວງແຫ່ງຊາດ ທີ່ເປ່ເພຢ່າງໜັກ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສິນຄ້າ; ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເດັດຂາດ ຕໍ່ພາຫະນະທີ່ບັນທຸກເກີນນໍ້າໜັກ ຊຶ່ງປັນສາເຫດຫລັກເຮັດໃຫ້ພື້ນຖານໂຄງລ່າງທາງເປ່ເພ; ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາ ຫະກຳເພື່ອທົດແທນການນໍາເຂົ້າ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫລາກຫລາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫລຸດຜ່ອນການສ່ົງອອກເປັນວັດຖຸດິບ ແລະ ນໍາໃຊ້ມາດຕະການທີ່ບໍ່ແມ່ນພາສີ-ອາກອນ ຕໍ່ການນຳເຂົ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດສາມາດ ແຂ່ງຂັນກັບສາກົນໄດ້.
ພ້ອມນີ້, ສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ບໍ່ທັນບັນລຸ ໃຫ້ສຳເລັດ ໃນ 6 ເດືອນທ້າຍ ປີ 2026 ເປັນຕົ້ນ ການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານແຫ່ງລັດ. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ເຖິງວ່າການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້, ແຕ່ການສົ່ງອອກດັ່ງກ່າວ ແມ່ນວັດຖຸດິບເປັນສ່ວນໃຫຍ່ ຍັງບໍ່ທັນມີການປຸງແຕ່ງກອງປະຊຸມສະເໜີ ລັດຖະບານນຳໄປຄົ້ນຄວ້າສ້າງຕັ້ງໂຮງງານປຸງແຕ່ງ; ຂະແໜງແຮ່ທາດ ການອະນຸມັດໂຄງການຊອກຄ້ົນ, ສຳຫລວດ ແລະ ຂຸດຄ້ົນແຮ່ທາດຜ່ານມາ ເຫັນວ່າມີຈຳນວນຫລາຍກວ່າ 1.000 ໂຄງການທີ່ອະນຸມັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ການເກັບລາຍຮັບເຂົ້າງົບປະມານຍັງປະຕິບັດໄດ້ບໍ່ສົມຄູ່, ການສ່ົງອອກສ່ວນໃຫຍ່ເປັນແຮ່ດິບ ຫລື ແຮ່ເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງວ່າງການແຈ້ງປະເພດແຮ່ ແລະ ປະລິ ມານແຮ່ບໍ່ກົງກັບຕົວຈິງ, ການປະຕິບັດມາດຕະການຕໍ່ໂຄງການທີ່ບໍ່ຜ່ານເກນການປະເມີນປະເພດ C ຫລື C+ ຍັງບໍ່ທັນເຂັ້ມງວດ, ກອງປະຊຸມສະເໜີລັດຖະບານ ປະຕິບັດຕໍ່ໂຄງການທີ່ບໍ່ປະຕິບັດຕາມກົດໝາຍກໍຄວນຍົກເລີກ ຫລື ໂຈະ; ຂະແໜງໂຍທາທິການ ແລະ ຂົນສົ່ງການເຊື່ອມໂຍງ-ເຊື່ອມຈອດ ເຖິງວ່າມີການກໍ່ສ້າງ-ສ້ອມແປງທາງ ຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖ່ິນ, ແຕ່ງົບປະມານສຳລັບການບຳລຸງຮັກສາຍັງບໍ່ທັນພຽງພໍ, ການຄົມມະນາຄົມຂົນສົ່ງຍັງມີຄວາມຫຍຸ້ງຍາກໃນລະດູຝົນ, ການບັນທຸກນ້ຳໜັກເກີນມາດຕະຖານສ້າງຄວາມເປ່ເພເສຍຫາຍໃຫ້ແກ່ເສັ້ນທາງ, ຍັງບໍ່ທັນມີມາດຕະການເຂັ້ມງວດຕໍ່ການລະເມີດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຍັງບັງຄັບໃຊ້ກົດໝາຍບໍ່ເຕັມສ່ວນ.
KPL