ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ

15/07/2026 08:25
Email Print 1744
ຂປລ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ເປີດຂຶ້ນຢ່າງເປັນທາງການໃນວັນ ທີ 14 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ .

     ຂປລ. ໂດຍການເປັນປະ ທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະເລຂາທິການສູນການພັກ, ກຳມະການສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມຜູ້ຕາງໜ້າສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ເປັນຄັ້ງປະຫວັດສາດ ຈະໄດ້ພ້ອມກັນສະຫລຸບຕີລາຄາຄືນການຈັດຕ້ັງປະຕິບັດວຽກງານສ່ືມວນຊົນ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດມະຕິຂອງກົມການ ເມືອງສູນກາງພັກ ກ່ຽວກັບການເພີ່ມທະວີບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເເລະ ວິທີການເເກ້ໄຂ ພ້ອມທັງວາງທິດທາງແຜນການພັດທະນາວຽກງານສ່ືມວນຊົນ ໃນໄລຍະໃໝ່ໃຫ້ທັນກັບສະພາບການເງ່ືອນໄຂການພັດທະນາເສດຖະກິດ-ສັງຄົມ ໃນເເຕ່ລະໄລຍະ ເເລະ ອື່ນໆ.

    ໃນໄລຍະຜ່ານມາ ກໍຄື ປັດຈຸບັນພັກ ເເລະ ລັດຖະບານຍາມໃດກໍຖືສໍາຄັນ ເເລະ ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍ່ຕໍ່ວຽກງານສື່ມວນຊົນ, ວຽກງານໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ເເລະ ຈັດຕັ້ງປະຊາຊົນເປັນວິທີຍຸດທະສາດສໍາຄັນຂອງການປະຕິວັດເວລາໃດ ກໍຖືເອົາສື່ມວນຊົນເປັນສະໜາມ ຮົບດ້ານການເມືອງແນວຄິດ ເປັນພາຫະນະທີ່ເເຫລມຄົມ ເພື່ອສື່ສານຄວາມຖືກຕ້ອງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເເລະ ເເຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ, ຕ້ານກົນອຸບາຍການຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ ເພື່ອຫວັງມ້າງເພທໍາລາຍລະບອບໃໝ່ຢ່າງທັນການ.ພາຍຫລັງ ສະຫາຍ ພົນເອກ ວິໄລຫລ້າຄຳຟອງ ຂຶ້ນກ້າວເປີດ ກອງປະຊຸມຢ່າງເປັນທາງການແລ້ວ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮອດປີ 2030. ຫລັງຈາກນັ້ນ ສະຫາຍ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ຂຶ້ນຜ່ານມະຕິກົມການເມືອງ ສູນກາງພັກກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່.

     ພ້ອມນີ້ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ເປັນຕົ້ນ ສື່ມວນຊົນແມ່ນຜູ້ທີ່ປາກອອກແສງ, ຜູ້ທີ່ເເທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ; ການພັດທະນາພື້ນຖານໂຄງລ່າງໂທລະຄົມ ແລະ ປັນຍາປະດິດ ໃຫ້ເຂັ້ມແຂງເພື່ອຮອງຮັບວຽກສື່ມວນຊົນໃນໄລຍະໃໝ່, ຍົກລະດັບການວິເຄາະວິຈານຂ່າວ ໃຫ້ມີຄຸນນະພາບ, ບົດບາດຂອງສື່ທ້ອງຖິ່ນໃນການສົ່ງເສີມການທ່ອງທ່ຽວຢູ່ເມືອງມໍລະດົກໂລກ, ຫົວຂໍ້ພັດທະນາບຸກຄະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ; ສື່ມວນຊົນເປັນກະບອກສຽງໃນການສຶກສາອົບຮົມຊາວໜຸ່ມ- ໄວໜຸ່ມ ໃນເງື່ອນໄຂໃໝ່, ບົດບາດຂອງສື່ມວນຊົນປ້ອງກັນຄວາມສະຫງົບໃນການສຶກສາອົບຮົມການ ເມືອງເເນວຄິດໃນທົ່ວສັງຄົມ, ສ່ືຊົນປ້ອງກັນຄວາມສະຫງົບໃນການຕອບໂຕ້ຂ່າວບິດເບືອນໃຫ້ມີຄວາມວ່ອງໄວ ແລະ ທັນກັບສະພາບການ, ການຮ່ວມມືພາກລັດ-ພາກ ເອກະຊົນເພື່ອພັດທະນາແພລັດຟອມ ແລະ ທຸລະກິດສື່ດີຈິຕອນໃໝ່ໄປສູ່ຄຸນນະພາບໃໝ່, ບົດບາດຂອງ ວິທະຍຸທ້ອງຖິ່ນໃນການສຶກສາອົບ ຮົມເເນວທາງນະໂຍບາຍຂອງພັກ ຢູ່ເເຂວງຈໍາປາສັກ; ການປົກປ້ອງ ຜົນປະໂຫຍດຂອງສື່ມວນຊົນໃນຍຸກ 4.0; ການນໍາໃຊ້ພາຫະນະສື່ມວນ ຊົນໃນການປຸກລະດົມທົ່ວປວງຊົນ ລາວທັງຊາດເຂົ້າຮ່ວມການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ. ພ້ອມກັນນີ້, ກອງປະຊຸມຍັງຈະໄດ້ຮັບກຽດຟັງການໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເພື່ອເປັນທິດທາງໃນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ.

ຂ່າວ: ທະນູທອງ; ພາບ: ຂັນໄຊ+ອ່າຍຄຳ

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top