ຂປລ
ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປີດລົງດ້ວຍຜົນສຳ ເລັດ ໃນວັນທີ 10 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມ ີ ບັນດາການນໍາຂັ ້ນສູງ, ອະດີດການ ນໍາຂັ້ນສູງ ພັກ-ລັດ, ນາຍົກລັດຖະ ມົນຕີ, ຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ສະມາຊິກ ສະພາແຫ່ງຊາດ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊສົມພອນ
ພົມວິຫານ ໄດ້ກ່າວສູນທອນພົດປີດ
ກອງປະຊຸມວ່າ: ກອງປະຊຸມສະໄໝ
ວິສາມັນເທື່ອທີ 1 ຂອງສະພາແຫ່ງ
ຊາດ ຊຸດທີ X ໄດ້ພິຈາລະນາ, ຮັບ
ຮອງເອົາເນື້ອໃນສໍາຄັນຈຳນວນ
ໜຶ່ງ ເປັນຕົ້ນ ໄດ້ພິຈາລະນາ ແລະ
ຮັບຮອງເອົາບົດລາຍງານຂອງລັດ
ຖະບານ ກ່ຽວກັບການຈັດຕັ້ງປະ
ຕິບັດແຜນພັດທະນາເສດຖະກິດ
ສັງຄົມ, ແຜນງົບປະມານແຫ່ງລັດ,
ແຜນເງິນຕາ 6 ເດືອນຕົ້ນປີ 2026
ແລະ ທິດທາງແຜນການ 6 ເດືອນ
ທ້າຍປີ 2026; ໄດ້ຕີລາຄາສູງຕໍ ່
ຄວາມພະຍາຍາມຂອງລັດຖະບານ
ໃນການບໍລິຫານ, ບັນຊາໂດຍໄດ້
ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມ
ປະຊາຊົນລາວບັນດາເຜົ່າ ເຂົ້າໃນ
ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ
ງົບປະມານແຫ່ງລັດ ແລະ ແຜນ
ເງິນຕາ ໃນ 6 ເດືອນຕົ້ນປີ 2026
ຊຶ່ງສາມາດເຮັດໃຫ້ເສດຖະກິດຂະ
ຫຍາຍຕົວໃນລະດັບ 5%; ມີການ
ນໍາໃຊ້ເຄື່ອງມືທັນສະໄໝໃນການ
ເກັບລາຍຮັບໄດ້ຕາມແຜນ ແລະ
ຄາດຄະເນຈະລື່ນແຜນໃນທ້າຍປີ
2026; ອັດຕາເງິນເຟີ້ມີທ່າອ່ຽງ
ຫລຸດລົງ, ການແກ້ໄຂຄວາມທຸກ
ຍາກໄດ້ຮັບການເອົາໃຈໃສ່ປະກອບ
ສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດ
ການເປັນຢູ່ຂອງປະຊາຊົນບັນດາ
ເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອ
ລະກ້າວ. ກອງປະຊຸມສະເໜີໃຫ້ລັດ
ຖະບານ ເອົາໃຈໃສ່ຊຸກຍູ້ການປະຕິ
ບັດຕາມກົດໝາຍຢ່າງເຂັ ້ມງວດ
ແລະ ສຸມໃສ່ການເກັບລາຍຮັບ ດ້ວຍ
ການຫັນເປັນທັນສະໄໝທົ່ວປະ
ເທດ, ເຂົ້າສູ່ລະບົບເທື່ອລະກ້າວ,
ສາມາດເຊື່ອມຕໍ່ກັບທຸກຂະແໜງ
ການ, ໃຫ້ມີນະໂຍບາຍການດຶງດູດ
ການລົງທຶນທີ່ຊັດເຈນ, ສືບຕໍ່ເກັບ
ລາຍຮັບງົບປະມານຈາກການຂຸດ
ຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບ
ຖ້ວນຕາມກົດໝາຍ, ຫລຸດຜ່ອນ
ການຍົກເວັ້ນ ແລະ ຜ່ອນຜັນພາສີ
ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍ
ຮັບງົບປະມານ, ຊຸກຍູ້ສົ່ງເສີມ ແລະ
ອຳນວຍຄວາມສະດວກໃນການ
ເຂົ ້າຫາແຫລ່ງທຶນ ຂອງທຸລະກິດຂະ
ໜາດນ້ອຍ ແລະ ຂະໜາດກາງ, ມີ
ນະໂຍບາຍໃນການນໍາໃຊ້ລົດໄຟຟ້າ
ເພື່ອຫລຸດຜ່ອນລາຍຈ່າຍໃນການຊື້
ພະລັງງານເຊື້ອໄຟ, ສືບຕໍ່ດໍາເນີນ
ການປະຕິຮູບລັດວິສາຫະກິດ ໃຫ້
ມີຄວາມແຂງແຮງ, ມີຄຸນນະພາບ
ແລະ ມີປະສິດທິຜົນ. ພ້ອມນີ້, ກອງ
ປະຊຸມສະເໜີໃຫ້ລັດຖະບານ ເອົາໃຈ
ໃສ່ການສະໜອງແນວພັນ, ການ
ສົ່ງເສີມຜະລິດສິນຄ້າ ທີ່ເປັນທ່າ
ແຮງຂອງທ້ອງຖິ່ນ ໃຫ້ສອດຄ່ອງ
ກັບແນວທາງການສ້າງເສດຖະກິດ
ເອກະລາດເປັນເຈົ້າຕົນເອງ, ສົ່ງ
ເສີມພາກເອກະຊົນໃນການຜະລິດ
ຝຸ່ນ, ປຸຍ, ອາຫານສັດ ແລະ ມີມາດ
ຕະການຈຳກັດການນໍາເຂົ້າສິນຄ້າ
ທີ່ສາມາດຜະລິດໄດ້ພາຍໃນຢ່າງ
ເຂັ້ມງວດ, ປັບປຸງລະບົບຊົນລະ
ປະທານ ເພື່ອສາມາດຮັບໃຊ້ການ
ຜະລິດໃນລະດູແລ້ງ; ເພີ ່ມທະວີ
ຄວາມເຂັ້ມງວດໃນການຄຸ້ມຄອງ,
ປົກປັກຮັກສາ, ນໍາໃຊ້ປ່າໄມ້ ເພື່ອ
ໃຫ້ບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້
ໄດ້ 65% ໃນປີ 2030, ສຸມໃສ່ການ
ຂຶ້ນສໍາມະໂນຄົວທີ ່ດິນ ເພື່ອສ້າງ
ຖານລາຍຮັບໃໝ່, ມີມາດຕະການ
ສົ່ງເສີມການເກັບລາຍຮັບຈາກອາ
ກອນທີ່ດິນ ດ້ວຍລະບົບທັນສະໄໝ;
ມີມາດຕະການເດັດຂາດ ຕໍ່ການບຸກ
ລຸກທໍາລາຍປ່າໄມ້ 3 ປະເພດປ່າ
ແລະ ອຸທິຍານແຫ່ງຊາດ, ຕິດຕາມ
ກວດກາໂຄງການໃຫ້ເຊົ່າ ແລະ ສຳ
ປະທານທີ່ດິນຂອງລັດ, ມີການປະ
ເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ
ມີມາດຕະການຢ່າງເຂັ້ມງວດຕໍ ່ຜູ ້
ກະທຳຜິດ ແລະ ລະເມີດກົດໝາຍ.
ກອງປະຊຸມສະເໜີໃຫ້ລັດຖະບານ
ເອົາໃຈໃສ່ສ້ອມແປງເສັ້ນທາງທີ ່ເປ່
ເພ ໂດຍສະເພາະໃນເຂດຫ່າງໄກ
ສອກຫລີກ-ຊົນນະບົດ, ເສັ້ນທາງ
ລຽບ ແລະ ອອກສູ ່ບໍລິເວນຊາຍແດນ,
ທາງຫລວງແຫ່ງຊາດ, ໂຄງການ
ຟື້ນຟູໄພພິບັດສຸກເສີນ, ໂຄງການກໍ່
ສ້າງຕ້ານເຈື ່ອນ, ຄຸ້ມຄອງນໍ້າໜັກ
ລົດບັນທຸກສິນຄ້າຢ່າງເຂັ້ມງວດ,
ເດັດຂາດ, ມີມາດຕະການປັບໄໝ
ຕໍ່ຜູ້ປະກອບການທີ່ລະເມີດລະບຽບ
ກົດໝາຍ. ກອງປະຊຸມສະເໜີໃຫ້
ລັດຖະບານ ປະເມີນການຈັດຕັ້ງປະ
ຕິບັດຄໍາສັ່ງສະບັບເລກທີ 06/ນຍ,
ເລກທີ 46/ນຍ ແລະ ຄໍາສັ່ງສະບັບ
ເລກທີ 11/ກມສພ ຢ່າງເຂັ້ມງວດ,
ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ
ກວດກາປະເມີນຜົນໂຄງການລົງ
ທຶນທັງພາຍໃນ ແລະ ຕ່າງປະເທດ
ແລະ ມີມາດຕະການເຂັ້ມງວດ ຕໍ່ບັນ
ດາບໍລິສັດທີ່ບໍ່ປະຕິບັດຕາມສັນຍາ,
ລະບຽບກົດໝາຍ ແລະ ບໍ່ໄດ້ມາດ
ຕະຖານ, ໂຄງການມີຄວາມຄືບໜ້າ
ຊ້າ, ບໍ່ມີປະສິດທິຜົນ, ຢຸດຕິໂຄງການ
ປະເພດ C, C+ ແລະ ແຈ້ງໃຫ້ທ້ອງ
ຖິ່ນຮັບຊາບ ແລະ ມີຄວາມເປັນ
ເອກະພາບໃນການຈັດຕັ້ງປະຕິບັດ;
ສະເໜີໃຫ້ພິຈາລະນາຄືນການຂະ
ຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ,
ສົ່ງເສີມພະລັງງານທາງເລືອກ
ເປັນຕົ້ນ ພະລັງງານລົມ, ແສງຕາ
ເວັນ, ການສະໜອງໄຟຟ້າເພື່ອນໍາ
ໃຊ້ເຂົ້າໃນໂຄງການລົງທຶນ ເພື່ອສາ
ມາດຈັດຕັ ້ງປະຕິບັດໂຄງການໄດ້
ແລະ ສາມາດປະຕິບັດພັນທະທາງ
ດ້ານການເງິນໃຫ້ລັດຖະບານ; ກອງ
ປະຊຸມສະເໜີໃຫ້ລັດຖະບານ ເພີ່ມ
ທະວີການແກ້ໄຂບັນຫາຄູອາສາ
ສະໝັກ ແລະ ຂາດແຄນຄູ, ການກຳ
ນົດເວລາໃນການປັບປຸງຫລັກສູດ
6+3+3 ໃຫ້ສາມາດປະຕິບັດໃນ
ສົກຮຽນ 2028-2029; ປັບປຸງ
ຄຸນນະພາບການສຶກສາ, ມີການຈັດ
ສັນໂກຕາລັດຖະກອນໃຫ້ຂະແໜງ
ສຶກສາ ແລະ ສາທາລະນະສຸກໃຫ້
ຫລາຍຂຶ້ນ; ຕິດຕາມ, ຊຸກຍູ້ການຈັດ
ສັນງົບປະມານ ໃຫ້ແກ່ຂົງເຂດການ
ສຶກສາ, ສາທາລະນະສຸກ ໃຫ້ສົມ
ຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້
ຄວາມເອົາໃຈໃສ່; ສືບຕໍ່ພັດທະນາ
ສີມືແຮງງານດ້ານຕ່າງໆໃຫ້ມີຄຸນ
ນະພາບ, ຕອບສະໜອງໄດ້ຕະ
ຫລາດແຮງງານພາຍໃນ ແລະ ຕ່າງ
ປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດ
ນະໂຍບາຍ ຕອບແທນບຸນຄຸນຕໍ່ບຸກ
ຄົນ ແລະ ຄອບຄົວທີ່ມີຄຸນງາມ
ຄວາມດີຕໍ່ປະເທດຊາດ. ກອງປະ
ຊຸມພິຈາລະນາ ແລະ ຮັບຮອງເອົາ
ວາລະແຫ່ງຊາດ ວ່າດ້ວຍການພັດ
ທະນາຊົນນະບົດ ແລະ ແກ້ໄຂຄວາມ
ທຸກຍາກຂອງປະຊາຊົນ ຊຶ່ງເປັນ
ການຈັດຕັ້ງຜັນຂະຫຍາຍເນື້ອໃນ
ຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ
XII ຂອງພັກວາງອອກ. ກອງປະຊຸມ
ເຫັນດີໂດຍພື້ນຖານ ຕໍ່ການກໍານົດ
ໂຄງຮ່າງວາລະແຫ່ງຊາດສະບັບ
ນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ
2027-2030 ຊຶ່ງສອດຄ່ອງຕາມ
ແຜນພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ 5 ປີ ຄັ້ງທີ X, ເຫັນດີຕໍ່
ການກຳນົດທັດສະນະ, ຫລັກການ,
ຄາດໝາຍ, ທິດທາງ, ວຽກຈຸດສຸມ
ໃຫຍ່ ແລະ ມາດຕະການຈັດຕັ້ງປະ
ຕິບັດທີ່ລະອຽດສົມຄວນ.
ກອງປະຊຸມສະເໜີລັດຖະບານ
ເອົາໃຈໃສ່ຕື່ມບາງດ້ານ ເຊັ່ນ: ຄວນ
ມີງົບປະມານເປັນບ້ວງສະເພາະ,
ອາດຈະຄົ ້ນຄວ້າບ້ວງເງິນເກີນແຜນ
ຂອງແຕ່ລະແຂວງ ແລະ ການປະ
ກອບສ່ວນຂອງປະຊາຊົນ ແລະ ສັງ
ຄົມ, ມີນະໂຍບາຍດຶງດູດການລົງທຶນ
ໃນຂົງເຂດກະສິກຳ-ອຸດສາຫະກຳ
ປຸງແຕ່ງ ຢູ່ເຂດຊົນນະບົດຫ່າງໄກ
ສອກຫລີກ, ອໍານວຍຄວາມສະດວກ
ໃຫ້ປະຊາຊົນສາມາດເຂົ ້າເຖິງແຫລ່ງ
ທຶນ ແລະ ສິນເຊື່ອໄດ້ງ່າຍ, ສະດວກ,
ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່
ເໝາະສົມ, ມີການຈັດສັນເຂດການ
ຜະລິດ, ເອົາໃຈໃສ່ການອອກໃບຕາ
ດິນ, ມີການແນະນໍາທາງດ້ານເຕັກ
ນິກ, ວິຊາການເຂົ້າໃນວຽກງານ
ການປູກ-ການລ້ຽງ; ສ້າງໂຮງງານ
ປຸງແຕ່ງຕິດພັນກັບຕະຫລາດ; ສ້າງ
ແລະ ປັບປຸງສູນທົດລອງ, ສູນສົ່ງ
ເສີມກະສິກຳ; ສ້າງ ແລະ ສ້ອມແປງ
ເສັ້ນທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້
ໄດ້ຕະຫລອດປີ; ສະໜອງໄຟຟ້າ,
ນໍ້າສະອາດ, ລະບົບໂທລະຄົມ ແລະ
ການສື່ສານໃຫ້ທົ່ວເຖິງ; ປັບປຸງສະ
ຖານການສຶກສາ ແລະ ສະໜອງ
ອຸປະກອນການຮຽນ-ການສອນ, ມີ
ນະໂຍບາຍແກ່ນັກຮຽນທີ່ຮຽນດີ,
ຮຽນເກັ່ງ, ຜູ້ທຸກຍາກ ແລະ ດ້ອຍໂອ
ກາດ; ເອົາໃຈໃສ່ການປັບປຸງສຸກສາ
ລາໃຫ້ດີ, ໃຫ້ມີແພດຊ່ວຍການເກີດ
ລູກ ແລະ ສັກຢາວັກຊິນກັນພະຍາດ
ໃຫ້ທົ່ວເທິງ; ມີການສ້າງວຽກເຮັດ
ງານທຳຢູ່ຊົນນະບົດໃຫ້ແກ່ຊາວ
ໜຸ່ມ, ສ້າງສູນຝຶກອົບຮົມວິຊາອາ
ຊີບໃຫ້ແກ່ຊາວໜຸ່ມ, ປຸກລະດົມການ
ມີສ່ວນຮ່ວມຂອງລະບົບການເມືອງ
ຂັ້ນຮາກຖານເຂົ້າຮ່ວມການພັດ
ທະນາຊົນນະບົດ ແລະ ແກ້ໄຂຄວາມ
ທຸກຍາກຂອງປະຊາຊົນ ດ້ວຍການ
ຂົນຂວາຍ, ປຸກລະດົມຈິດໃຈຮັກ
ຊາດ, ຮັກບ້ານເກີດເມືອງນອນ,
ສ້າງຄວາມມຸ່ງໝັ້ນໃນການພັດທະ
ນາຂອງປະຊາຊົນ ເພື່ອສ້າງເສດ
ຖະກິດເອກະລາດເປັນເຈົ້າຕົນເອງ.
ເພື່ອບັນລຸເປົ້າໝາຍໃນການພັດ
ທະນາຊົນນະບົດ ແລະ ແກ້ໄຂຄວາມ
ທຸກຍາກຂອງປະຊາຊົນສະເໜີ ໃຫ້
ລັດຖະບານ ມີກົນໄກປະສານງານ
ກັບ 5 ພາກສ່ວນກ່ຽວຂ້ອງຢ່າງ
ກົມກຽວເຊັ ່ນ: ພາກລັດ, ພາກເອກະ
ຊົນຜູ ້ປະກອບການ, ພາກສ່ວນທະ
ນາຄານ, ພາກສ່ວນເຕັກໂນໂລຊີ
ວິຊາການ ແລະ ພາກທຸລະກິດ. ກອງ
ປະຊຸມໄດ້ພິຈາລະນາ, ຮັບຮອງເອົາ
ການສ້າງ ແລະ ປັບປຸງກົດໝາຍ
2 ສະບັບ ຄື: ກົດໝາຍວ່າດ້ວຍຄັງ
ເງິນແຫ່ງລັດ (ສະບັບສ້າງໃໝ່)
ແລະ ກົດໝາຍວ່າດ້ວຍງົບປະມານ
ແຫ່ງລັດ (ສະບັບປັບປຸງ) ເພື່ອໃຫ້
ສອດຄ່ອງກັບການຮັບຮອງເອົາ
ວາລະແຫ່ງຊາດ ວ່າດ້ວຍການພັດ
ທະນາຊົນນະບົດ ແລະ ແກ້ໄຂຄວາມ
ທຸກຍາກຂອງປະຊາຊົນ, ທັງເປັນ
ການປະກອບສ່ວນສໍາຄັນໃນການ
ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ
ກົດໝາຍ ໃຫ້ເປັນຮູບປະທຳ ແລະ
ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມນີ້,
ກອງປະຊຸມໄດ້ມີການປຶກສາຫາລື
ແລະ ຮັບຮອງເອົາບັນດາບັນຫາທີ່
ສໍາຄັນຂອງຊາດ ທີ່ກ່ຽວຂ້ອງກັບ
ວາລະແຫ່ງຊາດ ວ່າດ້ວຍການພັດ
ທະນາຊົນນະບົດ ແລະ ການແກ້ໄຂ
ຄວາມທຸກຍາກຂອງປະຊາຊົນ ແລະ
ກົດໝາຍ 2 ສະບັບ ໂດຍມີການຮັບ
ຮອງເອົາ 4 ມະຕິທີ່ກ່ຽວຂ້ອງດ້ວຍ
ຄະແນນສູງ ແຕ່ 90% ຂຶ້ນໄປ.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL