ນັກທຸລະກິດລາວ ຈົກເງິນລົງທຶນ 50 ລ້ານໂດລາ ສ້າງຫໍພິພິທະພັນສີລະປະລາວແຫ່ງໃໝ່

13/01/2025 10:05
Email Print 2065
ຂປລ ນັກທຸລະກິດລາວຜູ້ຂຶ້ນຊື່ຊຸບຊີວິດໄມ້ເສດເຫລືອ ແລະ ໄມ້ຕາຍແລ້ວໃນກາງປ່າດົງ, ທົ່ງໄຮ່ນາຮ້ົວສວນຈາກທໍາມະຊາດໃຫ້ຟື້ນຊີບຄືນໃໝ່ຈົນກາຍເປັນຂຸມຊັບອັນລໍ້າຄ່າ ຢືນຢູ່ແຖວໜ້າຂອງປະເທດສະມາຊິກອາຊຽນກໍວ່າໄດ້.

   *ນັກທຸລະກິດລາວຜູ້ຂຶ້ນຊື່ຊຸບຊີວິດໄມ້ເສດເຫລືອ ແລະ ໄມ້ຕາຍແລ້ວໃນກາງປ່າດົງ, ທົ່ງໄຮ່ນາຮ້ົວສວນຈາກທໍາມະຊາດໃຫ້ຟື້ນຊີບຄືນໃໝ່ຈົນກາຍເປັນຂຸມຊັບອັນລໍ້າຄ່າ ຢືນຢູ່ແຖວໜ້າຂອງປະເທດສະມາຊິກອາຊຽນກໍວ່າໄດ້ນັ້ນຄື: ຫໍພິພິທະພັນສິລະປະລາວ, ນັກທຸລະກິດລາວ ທ່ານນີ້ບໍ່ແມ່ນຄົນອື່ນຄົນໄກ, ຫລາຍ ທ່ານອາດຮູ້ແລ້ວ ແລະ ບາງທ່ານອາດຍັງບໍ່ຮູ້, ທ່ານ ພິຊິດ ໄຊຍະທິດ, ຜູ້ກໍ່ຕັ້ງ ແລະ ປະທານຫໍພິພິທະພັນສິລະປະລາວບອກວ່າຕົນເອງຈົກເງິນລົງທຶນກວ່າ 50 ລ້ານໂດລາ ສ້າງຫໍພິພິທະພັນສິລະປະລາວແຫ່ງໃໝ່ທີ່ໃຫຍ່ທີ່ສຸດໃນໂລກ ຫວັງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳແຫ່ງໃໝ່ຂອງປະເທດດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາ. ຫລ້າສຸດ, ພິທີເປີດນຳໃຊ້ຫໍພິພິທະພັນສິລະປະລາວ ມີຂຶ້ນໃນວັນທີ 6 ມັງກອນ 2025, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະ ປະທານຫໍພິພິທະພັນສິລະປະລາວ, ບັນດາການນຳພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ພິພິທະພັນສິລະປະລາວດັ່ງກ່າວ ຕັ້ງຢູ່ໃນເນື້ອທີ່ກວ່າ 80 ເຮັກຕາ ບ້ານໂນນສະອາດ, ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງປະກອບມີອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍພິພິທະພັນ, ອາຄານຕ້ອນຮັບ, ອາຄານວາງສະແດງງານສິລະປະ-ວັດທະນະທໍາຕາມເທດສະການຕ່າງໆ, ຫ້ອງໂຖງພັກຜ່ອນຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ແກະສະຫລັກ ແລະ ຮູບແຕ້ມ, ຮ້ານຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ລີສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາລອງ ແລະ ອື່ນໆ.

    ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີກ່າວວ່າ: ການເປີດພິພິທະພັນສິລະປະລາວຄັ້ງນີ້ ບໍ່ເປັນພຽງການເປີດສະຖານທີ່ທ່ອງທ່ຽວແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມບົດບາດຄວາມສຳຄັນຂອງປະເທດທາງ ດ້ານເສດຖະກິດ-ສັງຄົມ ແລະ ເປີດປະຕູສູ່ອະນາຄົດທ່ີສົດໃສຂອງສິລະປະວັດທະນະທຳລາວ, ພິພິທະພັນແຫ່ງນີ້ ຈະເປັນສູນກາງເສດຖະກິດໃນຮູບແບບການທ່ອງທ່ຽວທາງວັດທະນະທຳ ເຊິ່ງຈະຊ່ວຍສ້າງວຽກເຮັດງານທຳສ້າງລາຍໄດ້ໃຫ້ກັບປະຊາຊົນໃນທ້ອງຖິ່ນ ແລະ ກະຕຸ້ນໃຫ້ມີການລົງທຶນໃໝ່ໃນພາກບໍລິການ ແລະ ການທ່ອງທ່ຽວ, ທ່ານນາຍົກກ່າວຕື່ມວ່າ: “ພິພິທະພັນແຫ່ງນີ້ເປັນສັນຍະລັກແຫ່ງຄວາມຫວັງຄວາມມີສີໄມ້ລາຍມື ແລະ ຄວາມຮູ້ຄວາມສາມາດຂອງຄົນລາວ ເຊິ່ງເປັນສິ່ງຢັ້ງຢືນວ່າສິລະປະລາວສາມາດປະກົດຕົວ ແລະ ຄົງຕົວໃນເວທີໂລກໄດ້ຢ່າງພາກພູມໃຈ”. ທ່ານ ພິຊິດ ໄຊຍະທິດ ກ່າວວ່າ ໄມ້ທ່ອນ ຫລື ເຫງົ້າໄມ້ທີ່ນໍາມາໃຊ້ໃນການແກະສະຫລັກທ່ີນຳມາສະແດງນັ້ນແມ່ນເຮັດຂຶ້ນ ພາຍໃຕ້ແຜນຍຸດທະສາດການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວຂອງພັກ ແລະ ລັດຖະບານ.

    ປະທານຫໍພິພິທະພັນສິລະປະລາວກ່າວວ່າ: “ຂ້າພະເຈົ້າຂໍຢັ້ງຢືນ ວ່າໄມ້ທ່ອນ ຫລື ເຫງົ້າໄມ້ທີ່ນໍາມາໃຊ້ໃນການແກະສະຫລັກຂອງພວກເຮົານັ້ນ ລ້ວນແລ້ວແຕ່ແມ່ນໄມ້ນອນຂອນຕາຍ, ເປັນເສດໄມ້ຈາກພື້ນທີ່ນໍ້າຖ້ວມທີ່ຕົກຄ້າງໃນໂຄງການສ້າງເຂື່ອນໄຟຟ້າຕ່າງໆ ຫລື ເຫງົ້າໄມ້ທີ່ເກັບມາຈາກທ່ົງໄຮ່ທົ່ງນາຂອງປະຊາຊົນ ໂດຍໄມ້ເຫລົ່ານີ້ຄັ້ງໜຶ່ງຖືວ່າເປັນໄມ້ເສດເຫລືອ ຫລື ໄມ້ທີ່ບໍ່ມີຄຸນຄ່າສູງພໍປານໃດ. ແຕ່ເມື່ອຖືກນໍາມາປະດິດສ້າງຫັນປ່ຽນໃຫ້ກາຍເປັນຜົນງານ ສິລະປະກຳທີ່ງົດງາມແລ້ວມັນໄດ້ກາຍເປັນຊັບສິນອັນລໍ້າຄ່າ”. ທ່ານ ພິຊິດ ກ່າວຕື່ມອີກວ່າ: ຂ້າພະເຈົ້າເຊື່ອວ່າ: ຫໍພິພິທະພັນສິລະປະລາວແຫ່ງນີ້ຈະກາຍເປັນແຫລ່ງເສີມສ້າງວັດທະນະທຳທີ່ສໍາຄັນ ເຊິ່ງຈະຊ່ວຍອະນຸລັກ ແລະ ສົ່ງເສີມມໍລະດົກດ້ານສິລະປະຂອງລາວ ພ້ອມທັງເປີດໂອກາດໃຫ້ນັກສິລະປະກອນໃນທ້ອງຖິ່ນ ໄດ້ມີໂອກາດສະແດງຜົນງານຂອງເຂົາເຈົ້າ.

     ຫໍພິພິທະພັນນີ້ ຈະກາຍເປັນແມ່ເຫລັກດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາໃຫ້ຫລາຍພາກສ່ວນ ເຊັ່ນ: ການບໍລິການ, ການຄ້າຂາຍຍ່ອຍ, ງານສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ, ສໍາລັບພິພິທະພັນເອງກໍ່ຈະສ້າງວຽກເຮັດງານທໍາແບບໂດຍກົງໄດ້ 300 ຫາ 400 ຄົນ, ຫໍພິພິທະພັນແຫ່ງນີ້ ຈະກາຍເປັນສູນກາງເຕົ້າໂຮມຄວາມສາມັກຄີ, ເປັນສະຖານທີ່ໜຶ່ງໃຫ້ຜູ້ຄົນຈາກທຸກແຫ່ງຫົນມາພົບປະສົນທະນາ, ແລກປ່ຽນ ບົດຮຽນປະສົບການ, ຄວາມຮູ້ທາງປະຫວັດສາດ ແລະ ວັດທະນະທຳ ພ້ອມທັງເປັນຈະເປັນແຫລ່ງຮຽນຮູ້ທີ່ສໍາຄັນ, ສາມາດຈັດກິດຈະກຳຫລາຍຮູບແບບເປັນຕົ້ນແມ່ນ: ການຝຶກອົບຮົມ, ສຳມະນາ, ເທສະການ ວາງສະແດງສິລະປະກຳໃຫ້ແກ່ໄວໜຸ່ມ-ເຍົາວະຊົນ, ເປັນແຮງບັນດານໃຈໃຫ້ແກ່ເຂົາເຈົ້າໃນການພັດທະນາຕົນເອງອີກດ້ວຍ, ສິລະປະກຳໂດຍສະເພາະການແກະສະຫລັກໄມ້ແມ່ນຮາກຖານສໍາຄັນໜຶ່ງຂອງວັດທະນະທໍາລາວເຮົາ. ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມງົດງາມ, ຝີມືອັນປະນີດລະອຽດອ່ອນ, ຄວາມສະຫລັບສັບຊ້ອນທາງວິຈິດສິນທີ່ແຝງໄປດ້ວຍຄວາມໝາຍອັນເລິກເຊິ່ງ, ໄດ້ບັນຍາຍເຖິງວິຖີຊີວິດ, ຄວາມສັດທາ, ຄວາມຝັນ, ຄວາມມຸ່ງມາດປາຖະໜາຂອງຊາວລາວ ແລະ ຄວາມງົດງາມດັ່ງກ່າວນັ້ນໄດ້ຖືກຖ່າຍທອດໃຫ້ເປັນຜົນງານທີ່ສາມາດສຳຜັດ ແລະ ຈັບຕ້ອງໄດ້ ນະທີ່ຫໍພິພິທະພັນແຫ່ງນີ້,“ພາສາພາບ” ທີ່ຖ່າຍທອດຄວາມຝັນ, ຄວາມມຸ່ງຫວັງ ແລະ ການປະດິດສ້າງໃໝ່ຂອງຍຸກສະໄໝຍັງສະທ້ອນໃຫ້ເຫັນຄວາມຊຳນິຊຳນານ ແລະ ຄວາມພະຍາຍາມປະດິດສ້າງສິ່ງທີ່ມີຄຸນຄ່າໃຫ້ແກ່ສັງຄົມ ແລະ ສືບຕໍ່ເປັນມໍລະດົກຕົກທອດໃຫ້ແກ່ລູກຫລານຮຸ່ນຫລັງອີກດ້ວຍ.

    ຫໍພິພິທະພັນແຫ່ງສິລະປະອັນລືຊື່ແຫ່ງນີ້, ໂດຍພິຊິດເປັນຜູ້ຊຸບຊີ ວິດຂອງຮາກໄມ້ ຕໍໄມ້ທີ່ຜູ້ຄົນສ່ວນໃຫຍ່ບໍ່ເຫັນຄ່າໃຫ້ກາຍມາເປັນງານສິລະປະແກະສະຫລັກຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະ ປັດຈຸບັນມີວັດຖຸພັນຕ່າງໆ 30.000 ກ່ວາສິ້ນສ່ວນທີ່ວາງສະແດງຢູ່ໃນພິພິທະພັນດັ່ງກ່າວ ກາຍເປັນແລນມາກແຫ່ງໃໝ່ຂອງເມືອງລາວ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top