ຖ້ຳນາງຟ້າ ມາທ່ຽວແລ້ວຕ້ອງຕາຕິດໃຈ ດຶງດູດໃຫ້ມາຢ້ຽມຊ້ຳ

20/11/2024 10:26
Email Print 3244
ຂປລ *ສຽງໂຫ່ຮ້ອງແຊວຢ່າງຕື່ນ ເຕັ້ນດັງເປັນໄລຍະໆມາຈາກຟາກ ໜຶ່ງຂອງນໍ້າຊອງຢູ່ບໍລິເວນຕີນພູຫີນປູນ ເບິ່ງ ຄ້າຍກັບວ່າສໍານຽງສຽງເວົ້າ ບໍ່ແມ່ນພາສາລາວ, ແຕ່ບາງຄັ້ງສາຍລົມໄດ້ອຸ້ມເອົາສຽງສົນທະນາ ແລະ ເນື້ອຫາ ບາງວັກ ບາງຕອນ ຂອງຄໍາເວົ້າຮູ້ ສຶກໄດ້ຍິນພຽງ “ໂກໆ, ເຢສໆ, ໂນໆ“ ເຊິ່ງໝາຍເຖິງອາດເປັນນັກທ່ອງທ່ຽວ ທີ່ຊາວບ້ານມັກເອີ້ນວ່າ ຝຣັ່ງດັງໂມນັ້ນເອງ.




*ສຽງໂຫ່ຮ້ອງແຊວຢ່າງຕື່ນ ເຕັ້ນດັງເປັນໄລຍະໆມາຈາກຟາກ ໜຶ່ງຂອງນໍ້າຊອງຢູ່ບໍລິເວນຕີນພູຫີນປູນ ເບິ່ງຄ້າຍກັບວ່າສໍານຽງສຽງເວົ້າ ບໍ່ແມ່ນພາສາລາວ, ແຕ່ບາງຄັ້ງສາຍລົມໄດ້ອຸ້ມເອົາສຽງສົນທະນາ ແລະ ເນື້ອຫາບາງວັກ ບາງຕອນ ຂອງຄໍາເວົ້າຮູ້ ສຶກໄດ້ຍິນພຽງ “ໂກໆ, ເຢສໆ, ໂນໆ“ ເຊິ່ງໝາຍເຖິງອາດເປັນນັກທ່ອງ ທ່ຽວທີ່ຊາວບ້ານມັກເອີ້ນວ່າ ຝຣັ່ງດັງໂມນັ້ນເອງ.

ທຸກໆປີ ເມື່ອກ້າວເຂົ້າສູ່ປາຍ ຝົນຕົ້ນໜາວທຸກຢ່າງກໍເປັນເວລາ ສຸກງອມບໍ່ວ່າຈະເປັນການເກັບ ກ່ຽວຜົນຜະລິດເຂົ້ານາປີ, ກຽມປູກພືດລະດູແລ້ງ, ກຽມງານດອງ ແລະ ເທສະການອື່ນໆກໍເກີດເປັນຂະບວນຟົດຟື້ນມ່ວນຊື່ນຢ່າງກວ້າງຂວາງ ແຕ່ອັນ ພິເສດທີ່ຜູ້ຂຽນຢາກຍິບຍົກຂຶ້ນມາເວົ້າ ມື້ນີ້ຄືເປັນໄລຍະກ້າວເຂົ້າສູ່ລະດູທ່ອງທ່ຽວ ນັ້ນເອງໃນພາສາອັງກິດເອີ້ນວ່າ “ໄຮຊີຊື່ນ“.ຜູ້ຂຽນຫາກໍໄປທ່ອງທ່ຽວເມືອງວັງວຽງ ອາທິດຜ່ານມາ ໝາດໆເຫັນວ່ານັກທ່ອງທ່ຽວ ໄດ້ຫລັງເຂົ້າມາເມືອງວັງວຽງ ຢ່າງ ຫລວງຫລາຍ.

 ໃນຂະນະທີ່ຜູ້ຂຽນພວມກ້າວ ຍ່າງຂ້າມຂົວເຫລັກສີຟ້ານັ້ນໄດ້ ແນມ ເຫັນນັກທ່ອງທ່ຽວກໍາລັງຂີ່ສະ ລິ້ງເຫາະເຫີນເດີນອາກາດຈາກ ຕົ້ນໄມ້ໜຶ່ງໄປຫາອີກຕົ້ນໄມ້ໜຶ່ງ ທີ່ສູງໂດຍຂ້າມສາຍນໍ້າຊອງທີ່ ໄສໄຫລເຢັນເປັນຕາອອນຊອນ ເອີ້ນວ່າ: ກິດ ຈະກໍາການຂີ່ສະລິ້ງ ຫລື ໂຫນເຊືອກ. ນີ້ແມ່ນໜຶ່ງໃນ ຫລາຍໆກິດຈະກໍາຄວາມທ້າທາຍ ຂອງແຫລ່ງທ່ອງທ່ຽວ “ຂົວສີ ຟ້າ-ຖໍ້ານາງຟ້າ ທີ່ຖ້ໍານອນ ເມືອງ ວັງວຽງ” ສະຖານທີ່ແຫ່ງນີ້ ສາ ມາດຕອບໂຈດສໍາລັບນັກທ່ອງທ່ຽວໄດ້ຫລາຍປະເພດທັງສໍາລັບ ຜູ້ມັກທໍາມະຊາດທີ່ອ້ອມຮອບໄປ ດ້ວຍພູຜາປ່າໄມ້, ແມ່ນໍ້າລໍາເຊ, ຖໍ້າ ແລະ ພູຜານ້ອຍໃຫຍ່ ແລະ ເໝາະສໍາລັບ ຜູ້ທີ່ມັກກິດຈະກໍາ ຄວາມທ້າທາຍທ່າມກາງທໍາມະ ຊາດ. ນອກຈາກກິດຈະກໍາທີ່ກ່າວ ມາຂ້າງເທິງແລ້ວ, ຍັງມີລາຍການຂີ່ເຮືອກາຍັກ, ການຍ່າງເຂົ້າຊົມປູຊະນີຍະສະຖານ ຫີນຍ້ອຍຮູບຊົງຕ່າງໆ ຢູ່ໃນຖໍ້ານາງຟ້າ ເຊິ່ງຖໍ້າແຫ່ງນີ້ ມີຄວາມພິເສດຄື ຍາມຮ້ອນເຖິງວ່າອາກາດຈະຮ້ອນ ປານໃດກໍຕາມແຕ່ເມື່ອຍ່າງເຂົ້າ ໄປໃນຖໍ້ານາງຟ້າແລ້ວຈະຮູ້ສຶກ ເຢັນສະບາຍບວກກັບຄວາມສວຍງາມ ຂອງບັນດາຫີນງອກຫີນຍ້ອຍ ທີ່ເຫລື້ອມລະຍິບລະຍັບເໝືອນດັ່ງ ແສງແວວວາວຂອງເມັດເພັດເມັດພອຍ ທັງເປັນຮູບຊົງຕ່າງໆ ເຫັນແລ້ວໜ້າງຶດງໍ້ ແລະ ຮູ້ສຶກສະຫງົບ, ສ່ວນຍາມໜາວ ເຖິງວ່າອາກາດທາງນອກ ຈະເຢັນ ແລະ ໜາວສໍ່າໃດກໍຕາມແຕ່ ເມື່ອເຂົ້າ ໄປທາງໃນຖໍ້ານາງຟ້າແລ້ວປາ ກົດວ່າ ອາກາດອົບອຸ່ນພໍດີຢູ່.





ສິ່ງທີ່ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວຕ້ອງກັບມາຢ້ຽມຢາມຊໍ້າອີກຄັ້ງ ກໍຄື ການບໍລິການທີ່ດີ, ມີເຄື່ອງດື່ມປະເພດກາເຟ, ນໍ້າໝາກໄມ້ປັ່ນຫອມຫວານເຢັນໄວ້ບໍລິການ ທີ່ສໍາຄັນແມ່ນອາຫານທີ່ສົດ, ສະອາດ, ແຊບ ຖືກປາກທັງຄົນລາວ ແລະ ຄົນຕ່າງປະເທດ ຈຶ່ງບໍ່ແປກໃຈ ທີ່ໃນເຂດຮ້ານເຄື່ອງດື່ມ ແລະ ຮ້ານອາຫານ ຈຶ່ງມີນັກທ່ອງທ່ຽວ ເຕັມເກືອບທຸກໂຕະ. ພ້ອມນີ້ ໃນບໍລິເວນເຂດທ່ອງທ່ຽວແຫ່ງນີ້ ຍັງ ເນລະມິດໃຫ້ເປັນສວນຍ່າງຫລິ້ນ ສໍາລັບຊົມທິວທັດທໍາມະຊາດ ສ່ວນຖໍ້ານອນ ກໍມີຈຸດພິເສດຄື ນັກທ່ອງທ່ຽວຕ້ອງນອນຮາບພຽງ ກັບກົງເບັງ ແລ້ວລອຍໄປຕາມນໍ້າ ເຂົ້າໄປໃນຖໍ້າດັ່ງກ່າວ ທີ່​ມີ​ຄວາມ​ຍາວ 200 ​ແມັດ ຫລັງ​ຈາກ​ນັ້ນ ຍ່າງ​ຕໍ່ອີກ 300 ​ແມັດ ​ໂດຍ​ໃຊ້​ໄຟ​ສາຍ​ເຍືອງ​ທາງ​ເພາະ​ພາຍ​ໃນຖໍ້າ ບໍ່​​ໄດ້ຕິດຕັ້ງລະບົບໄຟຕາມ ຈຸດປະສົງເປົ້າໝາຍຂອງນັກພັດທະນາ ແຫລ່ງທ່ອງທ່ຽວແຫ່ງນີ້ ທີ່ຕ້ອງການເນັ້ນໃຫ້ເປັນເຂດທ່ອງທ່ຽວສິ່ງແວດລ້ອມສີຂຽວ ຈຶ່ງບໍ່ຕິດຕັ້ງ ຫລື ປະກອບອຸປະກອນຕ່າງໆ ທີ່ ຈະກະທົບຕໍ່ຄວາມງາມຄວາມ ເປັນທໍາມະຊາດຂອງມັນເອງ, ດັ່ງນັ້ນຖໍ້າ ນອນ ຈຶ່ງ​ເໝາະກັບນັກ​ທ່ອງ​ທ່ຽວທີ່​ມັກ​ພະ​ຈົນ​ໄພເຮັດໃຫ້ ໄດ້ສໍາພັດອີກຄວາມຮູ້ສຶກໜຶ່ງທີ່ ທັງມ່ວນ, ເຢັນ ແລະ ຕື່ນເຕັ້ນ.

​ທ່ານ ບຸນພັນ ວົງສໍາພັນ ປະທານບໍລິສັດທ່ອງທ່ຽວວັນເດີຟູນ ລາວ ຈໍາກັດຜູ້ດຽວ, ຜູ້ພັດທະນາ ສະຖານທ່ອງທ່ຽວຖໍ້ານອນ ແລະ ຖໍ້ານາງຟ້າ ເມືອງວັງວຽງໃຫ້​ຮູ້​ວ່າ: “ຖໍ້ານອນ ແລະ ຖໍ້ານາງຟ້າ ເປັນຈຸດທີ່ມີຄວາມເໝາະສົມ ໂດຍສະເພາໃນ ຍາມກາງຄືນອາກາດ ຈະເຢັນດີ. ສະຖານ​ທີ​່ທ່ອງ​ທ່ຽວ ຖໍ້ານາງ​ຟ້າກິດຈະ​ກໍາ​ຫລັກ​ແມ່ນ​ການ​ຂີ່​ສະ​ລິງ ມີ 8 ​ເສັ້ນ, ມີ​ຂົວ 13 ຈຸດ ລວມຄວາມຍາວ 1.450 ​ເມັດ ສາມາດ​ຂຶ້ນ​ຈຸດ​ດຽວ​ແລ້ວ ​ຂີ່​ວຽນ ມາ​ລົງ​ບ່ອນ​ດຽວ​ໄດ້​ໃຊ້​ເວລາ 40 ນາທີ ​​ແຕ່​ຮັບປະກັນ​ຄວາມ​ປອດ​ໄພ​ ເນື່ອງຈາກ​ລະບົບຄວາມ​ປອດ​ໄພ​ແມ່ນ​ໃຊ້ 2 ​ເສັ້ນ, ມີ​ພະນັກງານ​ປະ​ຈໍາ​ແຕ່ລະ​ຈຸດ, ​ແຕ່​ລະ​ມື້​ຈະມີ​ ການກວດກາ​ວັດຖຸ​ອຸປະກອນ ຕ່າງໆ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ຊົມ​ໃຊ້, ອັນ​ທີ 2 ​ແມ່ນ​ການ​ຂີ່​ເຮືອກາ​ຍັກ ຕາມ​ແມ່​ນໍ້າ​ຊອງ ​ໃນ​ຈຸດ​ຕ່າງໆ,  ອັນ​ທີ 3​ ແມ່ນ ຮ້ານ​ອາຫານທີ່ສາ ມາດຮອງ​ຮັບນັກ​ທ່ອງ​ທ່ຽວ ​ໄດ້​ເຖິງ1.000 ກວ່າ​ຄົນ, ອັນ​ທີ 4 ມີ​ສະ​ລອຍ​ນໍ້າ​ເດັກ ເຊິ່ງເປັນເຂດ​ພັກຜ່ອນສໍາລັບຄອບຄົວ, ອັນ​ທີ 5 ​ແມ່ນ​ຖໍ້າ​ນາງ​ຟ້າ. ເວົ້າສະເພາະ ຖໍ້ານາງຟ້າຈະມີທາງເຂົ້າ ແລະ ມີທາງອອກ ຊຶ່ງທາງດ້ານໃນຂອຖໍ້ານາງຟ້າ ມີຫີນງອກ-ຫີນຍ້ອຍຮູບ ຊົງຄືແມ່ຍິງເໝືອນດັ່ງນາງຟ້າ, ຮູບຫີນຍ້ອຍຄືກັບໂຕເຕົ່າ, ໂຕຊ້າງ, ໂຕໝູ ແລະ ຫີນຍ້ອຍຮູບຊົງຕ່າງໆ ທີ່ມີຄວາມສວຍງາມທັງໝົດລ້ວນແຕ່ແມ່ນທຳມະຊາດສ້າງຂຶ້ນມາ ເຫັນແລ້ວເປັນຕາງຶດງໍ້ອັດ ສະຈັນ ແລະ ຖໍ້າດັ່ງກ່າວຍັງເປັນບ່ອນສັກ ກາລະບູຊາ ແລະ ມາຂໍພອນຕ່າງໆ ຂອງມວນຊົນທີ່ມີຄວາມເຊື່ອຖື ຕື່ມອີກ.





ສ່ວນຖໍ້ານອນ, ກໍມີຈຸດພິເສດ ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວເຊັ່ນດຽວກັນ ເພາະການຈະເຂົ້າໄປຊົມຄວາມງາມຂອງຖ້ຳ ນອນນັກທ່ອງທ່ຽວຕ້ອງນອນ ຮາບພຽງເທິງກົງເບັງລອຍຕາມ ນໍ້າ ເພື່ອເຂົ້າໄປສໍາພັດກັບຄວາມງາມພາຍໃນຖໍ້າ”. ​​ຍ້ອນການພັດ ທະນາທີ່ເນັ້ນໃຫ້ເປັນເຂດທ່ອງ ທ່ຽວສິ່ງແວດລ້ອມສີຂຽວ ທັງໄດ້ ຮັບຄວາມນິຍົມຊົມຊອບຈາກນັກ ທ່ອງທ່ຽວ ໃຫ້ກັບມາທ່ຽວຊໍ້າອີກຄັ້ງ, ຈຶ່ງເຮັດໃຫ້ແຫລ່ງທ່ອງທ່ຽວ ແຫ່ງນີ້ ສາມາດຄວ້າໄດ້ຫລາຍ ລາງວັນເປັນຕົ້ນ ໃນ​ປີ 2023 ຖໍ້າ ນາງ​ຟ້າ​ ກໍ່​ໄດ້​ຮັບລາງວັນອາຊຽນ ຫ້ອງ​ນໍ້າ​ສາທາລະນະຂອງ​ແຂວ​ງວຽງຈັນ, ປີ 2024 ​ໄດ້​ຮັບ​ລາງວັນ ​ເອັດ​ເອັມອີການທ່ອງທ່ຽວດີ​ເດັ່ນທີ່​ຈັດ​ຂຶ້ນຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ໂດຍ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ​ມີ 160 ບໍລິສັດ​ເຂົ້າ​ຮ່ວມ. ນອກຈາກນີ້, ກໍຍັງ ມີອີກ ຫລາກຫລາຍລາງວັນ ທີ່ຢັ້ງຢືນວ່າ “ຂົວສີຟ້າ-ຖໍ້ານາງຟ້າ ທີ່ຖ້ໍານອນ ເມືອງວັງວຽງ” ຄືສະຖານທີ່ທ່ອງທ່ຽວ ທີ່ຕ້ອງຊອກໂອກາດໄປສໍາພັດຈັກຄັ້ງ. ສໍາ​ລັບແຜນ ​ໃນ​ອະນາຄົດຜູ້ພັດທະນາໄດ້ແຈ້ງ ວ່າ: ຈະ​ສ້າງ​ສິ່ງ​ອໍານວຍ​ຄວາມ​ສະດວກ ​ໃຫ້​ຄົບ​ວົງ​ຈອນ​ຕ່າງໆ ​ເປັນ​ຕົ້ນ​ ການ​ສ້າງ​ຕະຫລາດ​ໂອ​ດັອບ ​ເພື່ອ​ຂາຍ​ເຄື່ອງ​ທີ່ລະ​ນຶກ ​ແລະ ຂາຍ​ຜັກ​ປອດ​ສານພິດ, ການ​ສ້າງ​ບ້ານ​ພັກ, ໂຮງ​ແຮມ ​ ​ແລະ ອື່ນໆ, ຄຽງຄູ່​ກັບ​ການ​ປົກ​ຮັກສາ​ສິ່ງ​ແວດ​ລ້ອມ ຕາມ​ຄໍາຂວັນທີ່ວ່າ: “ຄົນ​ລຸ້ນ​ໃໝ່​ໃສ່​ໃຈ​ສິ່ງ​ແວດ​ລ້ອມສິ່ງ​ແວດ​ລ້ອມ​ຄື​ລົມ​ຫາຍ​ໃຈ” ​​​​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ໃຫ້​ຫລາຍ​ຂຶ້ນ ສໍາລັບທ່ານໃນທີ່ ມາຢ້ຽມຍາມເມືອງວັງວຽງແລ້ວ ສົນໃຈບໍລິການທົວ ຂອງຖໍ້ານາງຟ້າ ກໍສາມາດຕິດຕໍ່ໄດ້ທີ່ເບີ 0205546 7775. ແຕ່ຖ້າທ່ານຢາກຈອງ ຮ້ານອາຫານກໍຕິດຕໍ່ທີ່ເບີ 020 22244775.


ໂດຍ: ມາລີດາ




KPL

ຂ່າວອື່ນໆ

ads
ads

Top