ລະບົບຊົນລະປະທານ ທົ່ວປະເທດ ເສຍຫາຍຈາກໄພນ້ຳຖ້ວມ 300 ໂຄງການ

31/10/2024 14:56
Email Print 1655
ຂປລ ຂປລ. ສະພາບນໍ້າຖ້ວມທີ່ເກີດຂຶ້ນໃນທົ່ວປະເທດ ນັບແຕ່ເດືອນກໍລະກົດ ຫາ ເດືອນກັນຍາ 2024 ເຮັດໃຫ້ລະບົບຊົນລະປະທານທີ່ນອນໃນ 12 ແຂວງ ໃນຂອບເຂດທົ່ວປະເທດ ເສຍຫາຍ 300 ໂຄງການ, ລວມມູນຄ່າ 592 ຕື້ກວ່າກີບ. ສ່ວນເນື້ອທີ່ ທີ່ນອນໃນຂອບເຂດໂຄງການ ຊົນລະປະທານຖືກຜົນກະທົບ ທັງໝົດ 14,826 ເຮັກຕາ, ໃນນັ້ນ ເນື້ອທີ່ເສຍຫາຍ ທັງໝົດ 7.838 ເຮັກຕາ, ກວມເອົາ 55 ເມືອງ.



ຂປລ. ສະພາບນໍ້າຖ້ວມທີ່ເກີດຂຶ້ນໃນທົ່ວປະເທດ ນັບແຕ່ເດືອນກໍລະກົດ ຫາ ເດືອນກັນຍາ
2024 ເຮັດໃຫ້ລະບົບຊົນລະປະທານທີ່ນອນໃນ 12 ແຂວງ ໃນຂອບເຂດທົ່ວປະເທດ ເສຍຫາຍ 300 ໂຄງການ, ລວມມູນຄ່າ 592 ຕື້ກວ່າກີບ. ສ່ວນເນື້ອທີ່ ທີ່ນອນໃນຂອບເຂດໂຄງການ ຊົນລະປະທານຖືກຜົນກະທົບ ທັງໝົດ 14,826 ເຮັກຕາ, ໃນນັ້ນ ເນື້ອທີ່ເສຍຫາຍ ທັງໝົດ 7.838 ເຮັກຕາ, ກວມເອົາ 55 ເມືອງ.




ທ່ານ ທອງເລີຍ ແສງອານົງ ຮອງຫົວໜ້າກົມຊົນລະປະທານ
, ກະຊວງກະສິກໍາ ແລະ ປ່າໄມ້ ​ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ລະບົບຊົນລະປະທານໃນ ຈໍານວນ 12 ແຂວງ ທີ່ໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມ, ຮ້າຍແຮງກວ່າໝູ່ແມ່ນຢູ່ 3 ແຂວງ ຄື: ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບ 2 ເມືອງ ມີ 15 ໂຄງການ, ເນື້ອທີ່ຖືກກະທົບ 1.676 ກວ່າເຮັກຕາ, ມູນຄ່າເສຍຫາຍເບື້ອງຕົ້ນ 96 ຕື້ກວ່າກີບ, ແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບ 4 ເມືອງ, ມີ 14 ໂຄງການ, ເນື້ອທີ່ຖືກກະທົບ 5.032 ເຮັກຕາ, ມູນຄ່າເສຍຫາຍເບື້ອງຕົ້ນ 17 ຕື້ກວ່າກີບ ແລະ ແຂວງຫົວພັນ ໄດ້ຮັບຜົນກະທົບ 2 ເມືອງ, ມີ 5 ໂຄງການ, ເນື້ອທີ່ຖືກກະທົບ 60 ເຮັກຕາ, ມູນຄ່າເສຍຫາຍເບື້ອງຕົ້ນ 5 ຕື້ກວ່າກີບ.




ສ່ວນຢູ່
9 ແຂວງ ທີ່ເຫລືອແມ່ນໄດ້ຮັບຜົນກະທົບປົກກະຕິ ຫລື ບໍ່ຮ້າຍແຮງ. ໃນນັ້ນ, ແຂວງຜົ້ງສາລີ ກະທົບ 2 ເມືອງ, ມີ 11 ໂຄງການ,  ບໍ່ແກ້ວ ກະທົບ 5 ເມືອງ, ມີ 10 ໂຄງການ,  ອຸດົມໄຊ ກະທົບ 3 ເມືອງ, ມີ 26 ໂຄງການ, ຫລວງພະບາງ ກະທົບ 5 ເມືອງ, ມີ 10 ໂຄງການ, ຊຽງຂວາງ ກະທົບ 3 ເມືອງ, ມີ 8 ໂຄງການ,  ໄຊຍະບູລີ ກະທົບ 3 ເມືອງ, ມີ 10 ໂຄງການ,  ບໍລິຄໍາໄຊ ກະທົບ 3 ເມືອງ, ມີ 22 ໂຄງການ, ຄໍາມ່ວນ ກະທົບ 9 ເມືອງ, ມີ 31 ໂຄງການ ແລະ ເຊກອງ ກະທົບ 2 ເມືອງ, ມີ 10 ໂຄງການ.




ທ່ານ ທອງເລີຍ ແສງອານົງ ໃຫ້ຮູ້ອີກວ່າ: ບັນດາລະບົບຊົນລະປະທານທີ່ເປ່ເພທັງໝົດ ຕ້ອງໄດ້ຮີບຮ້ອນສ້ອມແປງ ໂດຍສະເພາະໂຄງການທີ່ເປັນບຸລິມະສິດ ຮັບໃຊ້ການຜະລິດລະດູແລ້ງທີ່ຈະມາເຖິງນີ້ ເພື່ອເຮັດໃຫ້ປະຊາຊົນສາມາດທໍາການຜະລິດໄດ້ທັນກັບລະດູການ.

ຂໍ້ມູນ-ພາບ: ວສລ

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top