ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026

20/11/2026 10:06
ຂປລ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນ້ຳຊາ ປະຈຳປີ 2026 ເພື່ອພົບປະສັງສັນ ແລະ ແລກປ່ຽນວັດທະນະທຳ ຮ່ວມກັບບັນດາທູຕານຸທູດເພດຍິງຂອງສຳນັກງານຜູ້ຕາງໜ້າຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 18 ພະຈິກ 2026 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC)

ໂດຍການເປັນປະທານຂອງ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ມີບັນດາພັນລະຍາຂອງຄະນະນຳກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະກົມ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງລາວ, ບັນດາສະຫະພັນແມ່ຍິງກະຊວງ-ອົງການອ້ອມຂ້າງສູນກາງ, ບັນດາທູຕານຸທູດເພດຍິງ ປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ວາດສະໜາ ພົມວິຫານ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຈັດງານລ້ຽງນ້ຳຊາ ປະຈຳປີ 2026 ຊຶ່ງບໍ່ພຽງແຕ່ເປັນເວທີແຫ່ງການພົບປະໂອ້ລົມ ເພື່ອສ້າງຄວາມຮູ້ຈັກລຶ້ງເຄີຍ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນດີລະຫວ່າງພັນລະຍາການນຳຂອງກະຊວງການຕ່າງປະເທດ, ນັກການທູດຍິງ, ພັນລະຍາຂອງນັກການທູດຂອງ ສປປ ລາວ ແລະ ບັນດາເອກອັກຄະລັດຖະທູດຍິງ, ທູຕານຸທູດຍິງ ແລະ ພັນລະຍາຂອງທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການເປີດໂອກາດອັນດີໃນການເຜີຍແຜ່ວັດທະນະທຳອັນດີງາມທີ່ເປັນເອກະລັກປະຈຳຊາດຂອງແຕ່ລະປະເທດ ຜ່ານການວາງສະແດງອາຫານພື້ນເມືອງ ແລະ ເຄື່ອງຫັດຖະກຳອັນປານີດ ລວມເຖິງການສະແດງສິລະປະວັດທະນະທຳຕ່າງໆ ທີ່ສະທ້ອນໃຫ້ເຫັນເຖິງສີສັນ, ມູນເຊື້ອອັນດີງາມ ແລະ ຄວາມອຸດົມສົມບູນຂອງແຕ່ລະປະເທດ. ງານລ້ຽງນ້ຳຊາປີນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປປ ລາວ ກໍຄື ບັນດາປະເທດອາຊຽນ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 15-17 ພະຈິກ 2026 ທີ່ຟີລິບປິນ ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ.

ໃນງານດັ່ງກ່າວ, ນອກຈາກການວາງສະແດງຜະລິດຕະພັນ, ເຄື່ອງຫັດຖະກຳ ແລະ ອາຫານລາວທີ່ຫຼາກຫຼາຍຂອງບັນດາໜ່ວຍສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈຳຊາດ ແລະ ອື່ນໆ ຂອງບັນດາສຳນັກງານຜູ້ຕາງໜ້າຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ. ພ້ອມນີ້, ຍັງມີການສະແດງສິລະປະວັດທະນະທຳຈາກບັນດາພັນລະຍາການນຳ, ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ, ລວມທັງພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ການສະແດງສິລະປະອັນເປັນເອກະລັກປະຈຳຊາດຂອງບັນດາສຳນັກງານຜູ້ຕາງໜ້າຕ່າງປະເທດ ປະຈຳ ສປປ ລາວ ຊຶ່ງໄດ້ສ້າງບັນຍາກາດແຫ່ງໄມຕີຈິດມິດຕະພາບອັນເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງນາໆປະເທດອີກດ້ວຍ.

KPL

ຂ່າວອື່ນໆ

    • ວາລະສານທິດສະດີການເມືອງ-ການປົກຄອງແມ່ນອາວຸດດ້ານແນວຄິດ-ທິດສະດີອັນແຫຼມຄົມຂອງພັກ"ວັດທະນະທຳ-ສັງຄົມ

      ວາລະສານທິດສະດີການເມືອງ-ການປົກຄອງແມ່ນອາວຸດດ້ານແນວຄິດ-ທິດສະດີອັນແຫຼມຄົມຂອງພັກ"

      11/20/2026 9:58:08 AM

      ວາລະສານທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ມຸ່ງໜ້າຫັນເປັນທັນສະໄໝສູ່ຍຸກດີຈິຕອນ

    • ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026

      11/17/2026 4:23:49 PM

      ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ພາຍໃຕ້ຫົວຂໍ້: "ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ"

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວວັດທະນະທຳ-ສັງຄົມ

      ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

      11/17/2026 6:15:35 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

ads
ads

Top