ຮ້ານພູມຊັບເນັ້ນອາຫານລາວດັ້ງເດີມຄຽງຄູ່ກັບຄວາມສົດໃໝ່

21/10/2024 14:57
Email Print 154
ຂປລ ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ,ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”, ເຂົ້າໜຽວ ກັບ ລາບ ໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນບັລາວນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຕິດພັນກັບຮີດ 12 ຄອງ 14 ຮີດຍີ່ຄອງຈຽງ.

    *ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ,ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”, ເຂົ້າໜຽວ ກັບ ລາບ ໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນບັລາວນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຕິດພັນກັບຮີດ 12 ຄອງ 14 ຮີດຍີ່ຄອງຈຽງ ຖ້າຢ້ອນເວລາຄືນຫລັງການປະພຶດປະຕິບັດ ບຸນປະເພນີ, ງານແຕ່ງດອງ ແລະ ງານຕ່າງໆບໍ່ເຄີຍປະຖິ້ມ ແລະ ມັກຈະພົບເຫັນອາຫານຍອດນິຍົມເອີ້ນວ່າ “ ເຂົ້າໜຽວກັບລາບຊີ້ນ”ຢູ່ເທີງໂຕະ, ພາເຂົ້າ ແລະ ການສັງສັນທີ່ເຕັມໄປດ້ວຍມິດຕະພາບໄມຕີຈິດ, ແລະ ຄວາມອົບອຸ່ນແບບເອກະລັກຂອງລາວເຮົາ.

      ຫລາຍຊຸມປີຜ່ານມາ,ລາບຊີ້ນບໍ່ວ່າຈະເປັນລາບປາ,ລາບຊີ້ນງົວ, ລາບເປັດ, ລາບໄກ່ງວງ, ລາບກຸ້ງ ແລະ ອື່ນໆບໍ່ແມ່ນໄດ້ຮັບຄວາມນິຍົມພຽງມື້ນີ້ມື້ວານ ແຕ່ຫາກໄດ້ຮັບຄວາມນິຍົມແຕ່ບູຮານນາການ ແລະ ສືບຕໍ່ເພີ່ມຂຶ້ນຢ່າງກວ້າງຂວາງຈາກແຂກພາຍໃນ ແລະ ຕ່າງປະເທດໃນພາກພື້ນອາຊຽນ-ສາກົນ ໂດຍທົ່ວໄປເພີ່ນມັກຈະບັນຈຸເຂົ້າໃນ ລາຍການອາຫານທີ່ແຊບຊ້ອຍ ແລະ ເປັນໃບໜ້າໃບຕາຂອງຊາດລາວໃນການກະກຽມພາເຂົ້າສາມັກຄີຕ້ອນຮັບກອງປະຊຸມລະດັບຊາດ, ກອງປະຊຸມສາກົນ ແລະ ງານເຊື່ອມສໍາພັນມິດຕະພາບນັ້ນເອງ.

       ຍ້ອນແນວນັ້ນບັນດາທຸລະກິດຮ້ານອາຫານຈິ່ງຄ່ອຍໆເຕີບໃຫຍ່ຂະຫຍາຍຕົວໄປຕາມຈັງຫວະເສດຖະກິດ ແລະ ຄວາມຕ້ອງການຂອງສັງຄົມຫລາຍຂຶ້ນຄືກັບເງົາຕາມໂຕເຮົາເອງ ເຊິ່ງແຕ່ລະຮ້ານກໍມີສູດເດັດໆສູດແຊບໆເປັນເອກະລັກຂອງໃຜມັນເພື່ອປັບໃຫ້ເຂົ້າກັບຍຸກກັບສະໄໝໃໝ່ ດັ່ງຕົວຢ່າງ ຮ້ານພູມຊັບຂຶ້ນຊື່: ຮ້ານອາຫານພື້ນເມືອງເປັນເອກະລັກລາວແທ້ໆທີ່ມີຊື່ສຽງໂດ່ງດັງ ແລະ ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆໃນລາວກໍວ່າໄດ້. ໂດຍສ່ວນໃຫຍ່ລາຍການອາຫານຂອງຮ້ານອາຫານພູມຊັບຈະເນັ້ນພວກກ້ອຍ-ລາບ, ຕົ້ມແກງ, ມົກອອ່ມພາຍໃຕ້ ປັດສະຍາຊີວິດ“ ຢາກຮັກສາອາຫານພື້ນບ້ານລາວແບບດັ້ງເດີມໄວ້, ຕ້ອງການໃຫ້ລູກຄ້າໄດ້ກິນອາຫານແຊບ, ມີຮອຍຍິ້ມເພີ່ງພໍໃຈ, ມີຄວາມອົບອຸ່ນດີ, ລາຄາບໍ່ແພງເຂົ້າເຖິງໄດ້ທຸກຊັ້ນຄົນ, ວັດຖຸດິບສົດຄຸນນະພາບມາກ່ອນ, ສະອາດປອດໄພ ແລະ ການບໍລິການໃນຮ້ານ-ສົ່ງນອກຮ້ານຕ້ອງດີ”


      ທ່ານ ນາງ ມະໂນລົມ ເຂັມສຸລິຍະຈັກ (Manolom Khemsouliyachak),ບໍ່ແມ່ນຄົນອື່ນຄົນ ໄກ ເພີ່ນເປັນລູກຮັກຫລານແພງ ຂອງນັກຮົບປະຕິວັດ ທັງເປັນເຈົ້າຂອງຮ້ານອາຫານພູມຊັບເລົ່າສູ່ຜູ້ຂຽນຟັງດ້ວຍຮອຍຍິ້ມເຕັມປ່ຽມທັດສະນະຕິ ແລະ ວິໄສທັດບວກວ່າ: ຮ້ານອາຫານພູມຊັບສ້າງຕັ້ງຂຶ້ນເກືອບ 5 ປີແລ້ວນັບແຕ່ປີ 2019, ຕອນນັ້ນຮ້ານຂອງພວກຍັງຕັ້ງຢູ່ໜ້າທາງ  ແລະ ຕໍ່ມາໄດ້ຍ້າຍເຂົ້າມາຮ່ອມເບື້ອງໃນບ້ານ(ບ້ານຮ່ອງໄກ່ແກ້ວ) ແຕ່ບັງເອີນພໍດີພະຍາດໂຄວິດ 19 ແພ່ລະບາດ ແລະ ກໍໄດ້ປິດ ,ແລ້ວມາເປີດທົດລອງຂາຍອອນລາຍໂດຍມີລົດຂົນສົ່ງໄປໃຫ້ລູກຄ້າ ແລະ ຈໍານວນໜຶ່ງມາເອົາເອງເຊັ່ນຢູ່ຕາມ: ບ້ານເຮືອນນັກກິລາ, ໂຮງຫມໍ, ໂຮງຮຽນທິດສະດີ ແລະ ລູກຄ້າ ທົ່ວໄປ ເຊິ່ງເຫັນວ່າມັນຕອບໂຈດໄດ້ດີຫລາຍ, ເລີຍຄິດຢາກຍ້າຍຮ້ານມາເຮັດຢູ່ໃນເຮືອນ ເພາະເປັນເຮືອນຂອງເຮົາເອງຊື່: ຮ້ານທະນັດດາ ເຊົ່າຊຸດໄຫມ ອອກງານ ,ເຊີ່ງມີລູກຄ້າມາໃຊ້ບໍລິການກໍຫລາຍຢູ່ແລ້ວ,ຍ້ອນແນວນັ້ນເລີຍຕັດສິນໃຈເຮັດທຸລະກິດຮ້ານອາຫານ ເພື່ອໃຫ້ລູກຄ້າທີ່ມາໃຊ້ບໍລິການຮ້ານຜ້າໄຫມ ຫລື ຮ້ານອາຫານອາດເປັນລູກຄ້າຄົນດຽວກັນ.

     ໄດ້ແຮງບັນດານຈາກໃສ່ຈິງຕັດສິນໃຈມາເຮັດຮ້ານອາຫານ? ຕອບ: ອີງໃສ່ສະພາບເສດຖະກິດ ຄອບຄົວຜົວ-ເມຍ ເປັນພະນັກງານທັງສອງ ,ລາຍຮັບກໍ່ອາໃສຈາກເງິນເດືອນ ແລະ ມີລູກ 2 ຄົນ ກຳລັງຮຽນ, ເຊິ່ງຄ່າໃຊ້ຈ່າຍ ກໍຖືວ່າຫລາຍ ແລະ ບາງຄັ້ງເຮັດໃຫ້ບໍ່ພຽງພໍໃນການບໍລິຫານຄອບຄົວ, ເລີຍຄິດວ່າເປັນເວລາອັນເໝາະສົມແລ້ວບວກກັບແນວທາງນະໂຍບາຍຂອງພັກ-ລັດອັນຖືກຕ້ອງໃນສົ່ງເສີມເສດຖະກິດຄອບຄົວ ແລະ ກ້າວຫາໄປເພີ່ງຕົນເອງກຸ້ມຕົນເທື່ອລະກ້າວຄືການປະກອບສ່ວນໜ້າທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຮອບດ້ານ, ຈິງໄດ້ຕັດສິນໃຈເຮັດຮ້ານອາຫານໃນສິ່ງທີ່ຕົນເອງມັກຮັກການປຸງແຕ່ງອາຫານໃຫ້ພໍ່ແມ່ ແລະ ຄອບຄົວເພື່ອສືບສານເຈດຕະນາລົມມູນເຊື້ອອັນດີງາມຂອງບັນພະບູລຸດເຮົາ ນອກຈາກນັ້ນເຂດ ພື້ນທີ່ຕົນເອງແມ່ນນອນເຂດເໝາະສົມທີ່ມີຮ້ານຂາຍລາບ ແລະ ອາຫານພື້ນເມືອງລາວຢ່າງຫລວງຫລາຍ ເຊິ່ງຈະເຮັດໃຫ້ການຊອກຫາລູກຄ້າຈະງ່າຍຂື້ນ.

     ຈຸດເດັ່ນຂອງອາຫານຮ້ານຂອງແມ່ນຫຍັງ? ຕອບ: ຈຸດເດັ່ນຂອງ ອາຫານກໍ່ຈະມີລາບຊີ້ນເພັ້ຍສົດ, ຈຸ່ມເພັ້ຍ, ແຈ່ວເພັ້ຍຂົມໆ ເຊິ່ງວັດຖຸດິບທັງໝົດນັ້ນພວກເຮົາສັ່ງໂດຍກົງຈາກໂຮງງານຂ້າສັດມາສົ່ງ), ພ້ອມດຽວກັນນັ້ນ ສະເພາະລາບຊີ້ນແທ້ໆກວມລວມຫລາຍເມນູອາຫານທີ່ຄອຍບໍລິການຄື:ລາບກຸ້ງແຫລວ. ລາບປາຕອງ, ລາບໄກ່ງວງ, ລາບເປັດ ແລະ ອື່ນໆ ເຊິ່ງອາຫານທັງໝົດພວກ ເຮົາຈະເນັ້ນລົດຊາດແຊບເປັນເອກະລັກພື້ນເມືອງ, ວັດຖຸດິບໃຫ້ມີຄວາມສົດ, ສະອາດໄດ້ສຸຂະອະນາໄມ ແລະ ໃຫ້ເປັນສິ່ງໃໝ່ມື້ຕໍ່ມື້ເພື່ອຮັບປະກັນໃຫ້ລູກຄ້າໄດ້ຮັບປະທານອາຫານມີຄວາມປະທັບໃຈ ແລະ ຄິດຢາກກັບມາອີກ.ພິເສດລາຄາອາຫານໃນຮ້ານຂອງພວກເຮົາຈະເນັ້ນລາຄາບໍ່ແພງໃຫ້ລູກຄ້າທຸກຊັ້ນຄົນເຂົ້າເຖິງໄດ້ເຊັ່ນ: ລາບຊີ້ນມີລາຄາພຽງປະມານ 60 ພັນກີບຕໍ່ຊຸດສາມາດກິນອິ່ມໄດ້ 3 ຄົນ.

     ລູກຄ້າ ແລະ ແຂກເຂົ້າມາຮ້ານເຮົາສ່ວນໃຫຍ່ແມ່ນຄົນກຸ່ມໃດ? ຕອບ: ຕົ້ນຕໍແມ່ນຈະເປັນພະນັກງານລັດ ,ບັນດາກະຊວງ, ອົງການຕ່າງໆ, ບໍລິສັດເອກະຊົນຕ່າງໆ ແລະ ປະຊາຊົນທົ່ວໄປ ກໍມີມາຫລາຍ ແລະ ບາງຄັ້ງກໍມີກຸ່ມລູກຄ້າກໍ່ບອກຕໍ່ກັນ ເຊັ່ນຕົວຢ່າງມື້ພັກ ວັນເສົາ ເພີ່ນຈະພາຄອບຄົວມາກິນເຂົ້າ ແລະ ຍັງມີລູກຄ້າຄົນລາວໄປຢູ່ຕ່າງປະເທດ, ແລະ ປະເທດເພື່ອນບ້ານ ທົວໄທ ກໍມາເປັນໄລຍະນີ້,  ນອກຈາກມາຮັບປະທານໃນຮ້ານແລ້ວ ພວກເຮົາຍິນດີໃຫ້ບໍລິການ ສົ່ງລູກຄ້າເຖິ່ງທີ່ຜ່ານການສັ່ງທາງອີ່ເກັດ ຫລື ມີຂົນສົ່ງໄດ້.

     ສາເຫດທີ່ລູກຄ້ານິຍົມ ແລະ ຕິດໃຈຮ້ານອາຫານເຮົາແມ່ນ? ຕອບ: ທຸກເມນູໃນຮ້ານອາຫານຂອງພວກເຮົາເນັ້ນຄວາມສົດໃຫ່ມ ໃຫ້ລູກຄ້າໄດ້ກິນສົດໆແຊບໆ, ເຮັດຕາມໃຈທີ່ລູກຄ້າສັ່ງ ,ບາງຄົນມັກຂົມ,ເຜັດ ຕາມໃຈລູກຄ້າ, ບັນຍາກາດຮ້ານໂລ່ງດີ, ມີບ່ອນຈອດລົດ, ມີຫ້ອງແອເຢັນໄວ້ຄອຍບໍລິການແຂກທຸກລະດັບ.

     ໃນໂອກາດເປີດປີທ່ອງທ່ຽວ ແລະ ກອງປະຊຸມສຸດຍອດອາຊຽນປີ 2024 ນີ້ຢາກແນະນໍາອາຫານປະເພດໃດທີ່ເປັນເອກະລັກພື້ນເມືອງລາວຂອງຮ້ານເຮົາ? ຕອບ: ແນວໃດກໍຍັງເປັນ ເມນູລາບ ເພື່ອເປັນການໃຫ້ໂຊກໃຫ້ລາບ, ໃຫ້ຄວາມສໍາເລັດ ແລະ ໃຫ້ມິດຕະພາບດີໆສອດຮ້ອຍກັບວັດທະນະທໍາອາຫານລາວເປັນເອກະລັກສະເພາະຂອງຊາດລາວໃຫ້ແກ່ລູກຄ້າທີ່ເຂົ້າມາອຸດໜູນຮ້ານຂອງພວກເຮົາ. ຂໍຖືໂອກາດນີ້ ຂໍສະແດງຄວາມຮູ້ບຸນຄຸນ ໃຫ້ແກ່ລູກຄ້າ ທີ່ເຂົ້າມາອຸດໜູນ ແລະ ເຊື່ອໜັ້ນລົດຊາດຂອງຮ້ານພວກເຮົາຈະສ້າງຄວາມປະທັບໃຈ ແລະ ສ້າງຮອຍຍິ້ມຢ່າງແທ້ຈິງ. ໃນອະຄົດອັນໄກ້ນີ້ ເຮົາຈະກຳລັງມີການປັບປຸງຮ້ານ,ສະຖານທີ່ຈອດລົດ ຢູ່ທາງດ້ານຫນ້າຕິດທາງໃຫຍ່ ແລະ ກຽມຈະເພີ້ມເມນູປະເພດຕໍາຫລວງພະບາງ, ຕໍາລວມ ເຂົ້າມາຕື່ມ, ແລະ ຝາກເຖິງລູກຄ້າທຸກໆທ່ານ ທີ່ເປັນຄົນລາວ ຫລື ຊາວຕ່າງປະເທດ ຊ່ວຍມາອຸດໜູນ ແລະ ກົດໄລຣ ກົດແຊ ກົດຕິດຕາມ ເຟສຂອງຮ້ານເຮົາດ້ວຍ, ຂໍອວຍພອນໃຫ້ລູກຄ້າທຸກໆທ່ານ ຈົ່ງມີແຕ່ຄວາມສຸກໂຊກດີ ຕະຫລອດໄປຂໍຂອບໃຈ.

     ທ່ານໃດໄປບໍ່ຮອດຈອດບໍ່ເຖິງທີ່ນີ້ພວກເຮົາແນະນໍາລາຍລະອຽດລຸ່ມນີ້: ຮ້ານພູມຊັບ ໄດ້ເປີດຮ້ານວັນຈັນ-ວັນອາທິດເລີຍເດີ, ລູກຄ້າສາມາດມາກີນເຂົ້າສວຍຢູ່ຮ້ານ ຫລື ໂທສັ່ງກັບບ້ານໄດ້.  ບັນຍາກາດຮ້ານດີ ບ່ອນຈອດລົດສະດວກ  ຮ້ານ ພູມຊັບ ລາບແຊບ & ຈຸ່ມເພ້ຍ  ສະຖານທີ່: ບ້ານ ຮ່ອງໄກ່ແກ້ວ.ຮ່ອມ12 ເຂົ້າຮ່ອມມາປະມານ 20 ແມັດ (ມີປ້າຍໜ້າຮ່ອມ) ສາມາດຈອດລົດຢູ່ແຄມທາງໃຫ່ຍກໍ່ໄດ້ ຫລື ເຂົ້າໄປຈອດດ້ານໃນໄດ້, ແຜນທີ່: https://maps.google.com/?q=17.986942,102.626007  ຮ້ານເປີດ: ວັນຈັນ-ອາທິດ ເວລາ: 08:00-15:00 ໂມງ  ສາມາດ ສັ່ງກັບບ້ານໄດ້ ມີບໍລິການຈັດສົ່ງ ໂທຫລື ວ໋ອດແອັບໄດ້ທີ່ ເບີ 020 55669911 - 56966989

KPL

ຂ່າວອື່ນໆ

ads
ads

Top