ວິໄສທັດ ແລະ ທິດທາງການກ້າວສູ່ສັງຄົມນິຍົມໃນໄລຍະໃໝ່

16/11/2026 15:03
ຂປລ ຂປລ. ການພັດທະນາປະເທດຕາມທິດສັງຄົມນິຍົມໃນໄລຍະໃໝ່ ໄດ້ກຳນົດສອງເສົາຄໍ້າຫລັກເພື່ອສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ

   ຂປລ. ການພັດທະນາປະເທດຕາມທິດສັງຄົມນິຍົມໃນໄລຍະໃໝ່ ໄດ້ກຳນົດສອງເສົາຄໍ້າຫລັກເພື່ອສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ ດັ່ງນີ້:
1. ການສ້າງເສດຖະກິດອິດສະ ລະ ແລະ ເຂັ້ມແຂງ. ເສດຖະກິດທີ່ເຂັ້ມແຂງບໍ່ໄດ້ໝາຍເຖິງການໂດດດ່ຽວ, ແຕ່ແມ່ນການສ້າງຄວາມສາ ມາດພາຍໃນໃຫ້ຢືນດ້ວຍຕົນເອງໄດ້ຢ່າງໝັ້ນຄົງ ໂດຍຜ່ານທິດທາງຍຸດທະສາດດັ່ງນີ້: ພັດທະນາຖານການຜະລິດ: ປ່ຽນແປງໂຄງສ້າງຈາກການສົ່ງອອກວັດຖຸດິບໄປສູ່ການສົ່ງອອກສິນຄ້າທີ່ມີມູນຄ່າເພີ່ມ, ເນັ້ນການປຸງແຕ່ງກະສິກຳ ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອສ້າງຕ່ອງໂສ້ມູນຄ່າພາຍໃນປະເທດ; ຫລຸດຜ່ອນການເພິ່ງພາການນຳເຂົ້າ: ສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ຍົກລະດັບຄວາມສາມາດໃຫ້ຜູ້ປະກອບການ SMEs ເພື່ອແຂ່ງຂັນກັບສິນ ຄ້າຕ່າງປະເທດໄດ້; ເສີມສ້າງການເງິນ ແລະ ງົບປະມານ: ປັບປຸງລະບົບຈັດເກັບລາຍຮັບໃຫ້ໂປ່ງໃສ ແລະ ຍຸຕິທຳ, ຄຸ້ມຄອງການໃຊ້ຈ່າຍງົບ ປະມານຢ່າງມີປະສິດທິຜົນ, ຫລຸດຜ່ອນໜີ້ສິນສາທາລະນະ ແລະ ຮັກສາສະຫງວນເງິນຕາໃຫ້ໝັ້ນຄົງ; ພັດທະນາໂຄງລ່າງເຊື່ອມໂຍງ: ເລັ່ງພັດທະນາລະບົບຂົນສົ່ງ, ພະລັງງານ ແລະ ໂຄງລ່າງດີຈິຕອນໃຫ້ກວມເອົາທົ່ວປະເທດ ເພື່ອດຶງດູດຊັບພະຍາກອນ ແລະ ພະລັງແຮງ ງານໃນທ້ອງຖິ່ນມາປະກອບສ່ວນສ້າງສາພັດທະນາປະເທດຊາດ.
2. ການພັດທະນາສັງຄົມໃຫ້ມີຄວາມເປັນທຳ. ຈຸດໝາຍປາຍທາງອັນສູງສົ່ງຂອງສັງຄົມນິຍົມ ຄືການສ້າງສັງຄົມທີ່ຍຸຕິທຳ ໂດຍເນັ້ນໃສ່ການກະຈາຍໂອກາດໃຫ້ທຸກຄົນຢ່າງເທົ່າທຽມກັນ ເພື່ອສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ປະເທດຊາດ. ການບັນລຸເປົ້າໝາຍດັ່ງກ່າວ ຕ້ອງເລີ່ມຈາກການລົງທຶນຢ່າງຈິງຈັງໃນການພັດທະນາການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະການປະກັນສຸຂະພາບໃຫ້ເຂົ້າເຖິງເຂດຫ່າງໄກສອກຫລີກ. ຄຽງຄູ່ກັນນັ້ນ, ຕ້ອງມີການຫລຸດຜ່ອນຄວາມແຕກໂຕນກັນ ໂດຍໃຊ້ນະໂຍບາຍອາກອນທີ່ເໝາະສົມເພື່ອແຈກຢາຍຊັບພະຍາກອນຄືນສູ່ສັງຄົມ, ພ້ອມທັງສົ່ງເສີມການຈ້າງງານ ແລະ ພັດທະນາສີມືອາຊີບໃຫ້ແກ່ແຮງງານນອກລະບົບ ເພື່ອໃຫ້ພວກເຂົາມີຊີ ວິດການເປັນຢູ່ທີ່ດີຂຶ້ນ.
   ນອກຈາກຄວາມກ້າວໜ້າທາງເສດຖະກິດແລ້ວ, ຄວາມຍຸຕິທຳທາງກົດໝາຍກໍເປັນປັດໄຈທີ່ຂາດບໍ່ໄດ້ ໂດຍການສ້າງລະບົບຍຸຕິທຳທີ່ສັກສິດ, ໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍ, ລວມທັງການປາບປາມການສໍ້ລາດບັງຫລວງຢ່າງເດັດຂາດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ. ພ້ອມດຽວກັນນັ້ນ, ຍັງຕ້ອງໃຫ້ການປົກປ້ອງ ແລະ ສ້າງຄວາມສະເໝີພາບ ໂດຍການຊ່ວຍເຫລືອພິເສດແກ່ກຸ່ມຜູ້ດ້ອຍໂອກາດ ເຊັ່ນ: ຜູ້ສູງອາຍຸ, ຄົນພິການ, ແລະ ຊົນເຜົ່າຕ່າງໆ ພ້ອມທັງສົ່ງເສີມຄວາມສະເໝີພາບທາງເພດໃນທຸກຂະແໜງການ.
   ການສ້າງເສດຖະກິດອິດສະລະ ແລະ ສັງຄົມທີ່ຍຸຕິທຳ ຄື “ເສັ້ນທາງທີ່ແນ່ນອນ” ທີ່ຈະນຳພາ ສປປ ລາວ ໄປສູ່ຄວາມຈະເລີນຮຸ່ງເຮືອງ. ເມື່ອເສດຖະກິດມີຄວາມເຂັ້ມແຂງ ແລະ ປະຊາຊົນທຸກຄົນມີໂອກາດພັດທະນາຕົນເອງຢ່າງເທົ່າທຽມ ໂດຍບໍ່ຖືກປະຖິ້ມໄວ້ຂ້າງຫລັງ, ປະເທດຊາດຈະມີຄວາມໝັ້ນຄົງ, ສາມັກຄີ ແລະ ມີຄວາມຜາສຸກຢ່າງຍືນຍົງຕະຫລອດໄປ.
  ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຖືເປັນໝາກຜົນຂອງຄວາມມານະພະຍາຍາມໃນການປະຕິບັດ “ແນວທາງປ່ຽນແປງໃໝ່” ຕະຫລອດຫລາຍທົດສະວັດທີ່ຜ່ານມາ. ການປ່ຽນແປງຍຸດທະສາດຈາກປະເທດປິດລ້ອມມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ໂດຍມີທາງລົດໄຟ ລາວ-ຈີນ ເປັນກົນໄກຂັບເຄື່ອນໄດ້ສ້າງທ່າແຮງໃໝ່ໃນການພັດ ທະນາເສດຖະກິດ. ເຖິງຢ່າງໃດກໍຕາມ, ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍ, ແຕ່ເປັນບາດກ້າວຫັນປ່ຽນຍຸດທະສາດ ເພື່ອສ້າງເງື່ອນໄຂໄປສູ່ການພັດທະນາໃນລະດັບທີ່ສູງຂຶ້ນ ເພື່ອກ້າວໄປສູ່ການເປັນປະເທດທີ່ມີລາຍຮັບປານກາງລະດັບສູງ ແລະ ສ້າງສັງຄົມນິຍົມທີ່ຍືນຍົງ.
ເພື່ອຮັບປະກັນການພັດທະນາຫລັງຈາກການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃຫ້ມີຄວາມໜັກແໜ້ນ ແລະ ຍືນຍົງ, ຂໍສະເໜີມາດຕະການດັ່ງນີ້:
1. ການຄຸ້ມຄອງເສດຖະກິດມະຫາພາກ: ເພີ່ມທະວີວິໄນການເງິນ, ຄວບຄຸມອັດຕາເງິນເຟີ້ ແລະ ບໍລິຫານໜີ້ສາທາລະນະໃຫ້ຢູ່ໃນລະດັບທີ່ປອດໄພ. ຫັນການຈັດເກັບພາສີ-ອາກອນ ເປັນລະບົບດີຈິຕອນຢ່າງຄົບວົງຈອນ ເພື່ອເພີ່ມຄວາມໂປ່ງໃສ ແລະ ຫລຸດຜ່ອນການຮົ່ວໄຫລຂອງລາຍຮັບ.
2. ການຫັນປ່ຽນໂຄງສ້າງການຜະລິດ:ສົ່ງເສີມອຸດສາຫະກຳປຸງແຕ່ງທີ່ມີມູນຄ່າເພີ່ມສູງແທນການສົ່ງອອກວັດຖຸດິບ. ຍົກລະດັບກະສິ ກຳໃຫ້ໄດ້ມາດຕະຖານສາກົນ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອຕອບສະໜອງຕະຫລາດສົ່ງອອກ .
3. ການພັດທະນາຊັບພະຍາ ກອນມະນຸດ: ປະຕິຮູບຫລັກສູດການສຶກສາ ແລະ ອາຊີວະສຶກສາໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານໃນຍຸກອຸດສາຫະກຳ ແລະ ດີຈິຕອນ. ສ້າງກົນໄກການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີຈາກການຮ່ວມມືກັບຕ່າງປະເທດ ມາສູ່ແຮງງານລາວຢ່າງເປັນຮູບປະທຳ.
4. ການສົ່ງເສີມການລົງທຶນ: ປັບປຸງບັນຍາກາດການລົງທຶນໃຫ້ມີຄວາມສະດວກ, ໂປ່ງໃສ ແລະ ຫລຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ທີ່ມີຄຸນນະພາບ,ໃຫ້ບຸລິມະສິດແກ່ການຮ່ວມມືພາກລັດ-ເອກະຊົນ ເພື່ອຫລຸດຜ່ອນພາລະງົບປະມານຂອງລັດ.
ໂດຍ: ສຈ ຟາງເວີນ ຄະນະລັດທິມາກ-ເລນິນ ມະຫາວິທະຍາໄລຊູໂຈ

KPL

ຂ່າວອື່ນໆ

ads
ads

Top