ສວນສຸກອາພອນ ຈຸດພັກຜ່ອນທ່າມກາງທຳມະຊາດ ກຽມເປີດຕົ້ນປີ 2027 ນີ້

16/11/2026 14:55
ຂປລ ຂປລ. ທ່າມກາງຄວາມສວຍສົດງົດງາມຂອງປ່າໄມ້ ແລະ ສາຍນ້ຳໃສເຢັນທີ່ໄຫລຕະຫລອດປີສວນສຸກອາພອນແຄມປິ້ງ

   ຂປລ. ທ່າມກາງຄວາມສວຍສົດງົດງາມຂອງປ່າໄມ້ ແລະ ສາຍນ້ຳໃສເຢັນທີ່ໄຫລຕະຫລອດປີສວນສຸກອາພອນແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ແຂວງອັດຕະປື ກຳລັງເປັນອີກໜຶ່ງຈຸດໝາຍປາຍທາງບ່ອນພັກຜ່ອນທາງທຳມະຊາດທີ່ໜ້າສົນໃຈ ໂດຍພວມກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການແກ່ປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027 ທີ່ຈະມາເຖິງນີ້.
   ທ່ານນາງ ແສງອຳພອນ ພິຈິດ ເຈົ້າຂອງສວນ ໃຫ້ຮູ້ວ່າ: ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ ຊຶ່ງໃນໄລຍະປີ 2016-2018 ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ເຄີຍເປັນສວນໝາກໄມ້ຂອງຄອບຄົວ, ຕໍ່ມາຮອດກາງປີ 2018 ສວນໝາກໄມ້ ໄດ້ປະສົບກັບໄພນໍ້າຖ້ວມ. ມາຮອດປີ 2026 ເຫັນວ່າພື້ນທີ່ດັ່ງກ່າວມີທິວທັດທຳມະຊາດສວຍງາມ, ມີສາຍນ້ຳໄຫລຜ່ານຕະຫລອດປີ, ນ້ຳໃສເຢັນ ແລະ ອາກາດສົດຊື່ນ ຈຶ່ງເກີດແນວຄິດພັດທະນາໃຫ້ກາຍເປັນແຫລ່ງພັກຜ່ອນທ່ອງທ່ຽວທາງທຳມະຊາດແຫ່ງໃໝ່ ເພື່ອຮັບໃຊ້ສັງຄົມ ແລະ ເພີ່ມທາງເລືອກດ້ານການພັກຜ່ອນໃຫ້ແກ່ປະຊາຊົນ. 
   ຈຸດເດັ່ນຂອງສວນແຫ່ງນີ້ ແມ່ນການໄດ້ສຳຜັດກັບບັນຍາກາດງຽບສະຫງົບ, ມີສາຍນ້ຳໃສເຢັນໄຫລຜ່ານ ແລະ ອາກາດບໍລິສຸດເໝາະສຳລັບຜູ້ຕ້ອງການໜີຈາກຄວາມວຸ້ນວານໃນຊີວິດປະຈຳວັນ, ເມ່ືອຍຫລ້າຈາກການເຮັດວຽກງານ ຢາກມາພັກຜ່ອນໃກ້ຊິດກັບທຳມະຊາດ. ສຳລັບການບໍລິການພາຍໃນສວນ ຈະມີອາຫານຕາມສັ່ງ, ເຄື່ອງດື່ມຫລາຍຊະນິດ, ບໍລິເວນນັ່ງພັກຜ່ອນໃກ້ສາຍນ້ຳ ແລະ ເຄື່ອງຫລິ້ນສຳລັບເດັກນ້ອຍ. ສະຖານທີ່ດັ່ງກ່າວ, ຈຶ່ງເໝາະສຳລັບການມາພັກຜ່ອນເປັນຄອບຄົວ, ກຸ່ມໝູ່ເພື່ອນ ແລະ ການຈັດກິດຈະກຳສັງສັນກາງແຈ້ງ ທ່າມກາງບັນຍາກາດທຳມະຊາດທີ່ສວຍງາມ.

   ທ່ານນາງ ແສງອຳພອນ ພິຈິດ ຍັງໄດ້ເຊີນຊວນປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນແຂວງ ແລະ ຕ່າງແຂວງໃຫ້ມາສຳຜັດກັບຄວາມງົດງາມຂອງທຳມະຊາດ, ສາຍນ້ຳໃສເຢັນ ແລະ ອາກາດສົດຊື່ນ ພ້ອມທັງພັກຜ່ອນຈາກວຽກງານປະຈຳວັນໃນບັນຍາກາດທີ່ເປັນກັນເອງ ແລະ ເປັນການໃກ້ຊິດກັບທຳມະຊາດ. ສວນສຸກອາພອນ ແຄມປິ້ງ ມີກຳນົດເປີດໃຫ້ບໍລິການໃນຕົ້ນປີ 2027 ໂດຍຄາດວ່າຈະເປັນອີກໜຶ່ງຈຸດໝາຍທ່ອງທ່ຽວທາງທຳມະຊາດແຫ່ງໃໝ່ຂອງເມືອງສະໜາມໄຊ ທີ່ຊ່ວຍເພີ່ມທາງເລືອກການພັກຜ່ອນ ແລະ ປະກອບສ່ວນສົ່ງເສີມການທ່ອງທ່ຽວພາຍໃນແຂວງອັດຕະປື ໃຫ້ຄຶກຄື້ນຫລາຍຂຶ້ນ. ສຳລັບທ່ານໃດສົນໃຈສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ແມ່ນຫ່າງຈາກເທສະບານແຂວງອັດຕະປື ປະມານ 60 ກວ່າກິໂລແມັດ ແລະ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ  020 2989 7829.

  ໂດຍ: ມະນີວອນ

KPL

ຂ່າວອື່ນໆ

ads
ads

Top