ຂປລ
ຂປລ. ແຈ່ວເປັນອາຫານປະເພດໜຶ່ງທີ່ຫລາຍຄົນມັກ ແລະ ຂາດບໍ່ໄດ້ໃນແຕ່ລະຄາບເຂົ້າຂອງຄົນລາວ ຊຶ່ງອີກໜຶ່ງແຈ່ວທີ່ຫລາຍຄົນຄິດເຫັນກໍຕ້ອງແມ່ນແຈ່ວປາແດກ ເມື່ອເຫັນໄດ້ຄວາມນິຍົມຊົມຊອບຂອງຄົນລາວ

ຂປລ. ແຈ່ວເປັນອາຫານປະເພດໜຶ່ງທີ່ຫລາຍຄົນມັກ ແລະ ຂາດບໍ່ໄດ້ໃນແຕ່ລະຄາບເຂົ້າຂອງຄົນລາວ ຊຶ່ງອີກໜຶ່ງແຈ່ວທີ່ຫລາຍຄົນຄິດເຫັນກໍຕ້ອງແມ່ນແຈ່ວປາແດກ ເມື່ອເຫັນໄດ້ຄວາມນິຍົມຊົມຊອບຂອງຄົນລາວ ແມ່ພອນທິບ ຄົນເມືອງທ່າແຂກ ແຂວງຄໍາມ່ວນ ຜູ້ທີ່ມີສີມືດີໃນການປຸງແຕ່ງອາຫານ ໂດຍສະເພາະແມ່ນແຈ່ວປາແດກ ຈຶ່ງໄດ້ສ້າງຜະລິດຕະພັນຂອງຕົນເອງອອກມາຈໍາໜ່າຍແກ່ສັງຄົມ ໂດຍມີຈຸດເດັ່ນສະເພາະດ້ານລົດຊາດທີ່ມີເອກະລັກ ແລະ ມີສິນຄ້າຫລາຍຢ່າງໃຫ້ເລືອກບໍລິໂພກເປັນຕົ້ນ: ແຈ່ວປາແດກລົດດັ່ງເດີມ,ໃສ່ໜັງ, ໃສ່ໝາກແຂ່ນ, ແຈ່ວປາແດກດິບມີຕ່ອນ, ແຈ່ວນໍ້າຜັກ, ແຈ່ວຊີ້ນແຫ້ງງົວ ແລະ ສິນຄ້າໃໝ່ລ່າສຸດທີ່ຢາກນໍາສະເໜີໃຫ້ທຸກຄົນໄດ້ຊີມນັ້ນ ກໍຄື ທອດປາແດກເຄື່ອງ ຊຶ່ງບອກເລີຍວ່າແຊບຖືກໃຈແນ່ນອນ ໂດຍສະເພາະແມ່ນກິນກັບເຂົ້າໜຽວຮ້ອນໆ, ລວກຜັກແມ່ນເຂົ້າກັນຫລາຍຈົນບໍ່ຮູ້ອີມກິນຄໍາໃດກໍຍັງແຊບຢູ່. ນອກນີ້ແລ້ວ, ທາງຮ້ານຍັງມີອາຫານແປຮູບປະເພດ ຊີ້ນແຫ້ງງົວ, ປີ້ງຊີ້ນງົວ, ອົ່ວກົບອີກດ້ວຍ.
ທ່ານ ນາງ ພອນທິບ ເພຍໄຊ ເຈົ້າຂອງແຈ່ວປາແດກແຊບ ແມ່ພອນທິບ ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມງານຫັດຖະກໍາລາວ ປີ 2026 ທີ່ສູນການຄ້າ ລາວ-ໄອເຕັກຜ່ານມານີ້ວ່າ: ຕົນໄດ້ເລີ່ມສ້າງຜະລິດຕະພັນແຈ່ວ ແຕ່ທ້າຍປີ 2018 ເປັນຕົ້ນມາ ແລະ ເປັນທີ່ຮູ້ຈັກຈາກສັງຄົມໃນປີ 2019 ໃນເບື້ອງຕົ້ນມີພຽງແຈ່ວປາແດກສູດດັ່ງເດີມ ແລະ ແຈ່ວໝາກແຂ່ນ ຈາກນັ້ນຈຶ່ງໄດ້ຂະຫຍາຍຜະລິດຕະພັນອອກເລື້ອຍໆ ເພື່ອຕອບສະໜອງກັບຄວາມຕ້ອງການຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດຈົນມາເຖິງປັດຈຸບັນມີຜະລິດຕະພັນແຈ່ວຫລາຍຢ່າງຄື ແຈ່ວປາແດກສູດດັ່ງເດີມ, ແຈ່ວໝາກແຂ່ນ, ປາແດກຊົງເຄື່ອງ, ປາແດກໜັງ, ປາແດກດິບມີຕ່ອນ, ຊີ້ນແຫ້ງງົວ, ແຈ່ວຊີ້ນດາດ, ແຈ່ວຊີ້ນຈຸ່ມ ແລະ ຫລ້າສຸດສິນຄ້າທີ່ກໍາລັງໄດ້ຮັບຄວາມນິຍົມຊົມຊອບ ໂດຍສະເພາະໃນງານຄັ້ງນີ້ແມ່ນທອດປາແດກເຄື່ອງ ເພາະມີລູກຄ້າແວ່ວຽນມາຊື້ບໍ່ຂາດສາຍ. ສໍາລັບການຂາຍລາຄາແຈ່ວເລີ່ມຕົ້ນແມ່ນ 33 ພັນກີບ ຫາ 98 ພັນກີບ ແລ້ວແຕ່ລະໜາດ, ຖ້າຂາຍຍ່ອຍກໍມີສ່ວນຫລຸດ, ສ່ວນລາຄາທອດປາແດກເຄື່ອງແມ່ນກິໂລ 350 ພັນກີບ, ເຄິ່ງກິໂລ 180 ພັນກີບເທົ່ານັ້ນ ແຕ່ຈະໄດ້ກິນທອດປາແດກເຄື່ອງທີ່ແຊບຊ້ອຍ ເນື່ອງຈາກວ່າປາແດກທີ່ນໍາມາທອດແມ່ນຄັດເອົາປາແດກປາສະຫວາຍ ແລະ ປາເພາະ ຈຶ່ງບໍ່ມີກ້າງ. ຫລັງຈາກຄັດເລືອກປາແດກໄດ້ແລ້ວກໍເອົາຫົວຄ່າ, ຫົວສີໄຄ, ຂີງ, ຫົວຜັກບົ່ວ, ຜັກທຽມ, ໝາກເຜັດມາຈືນໂດຍໃຊ້ໄຟຄ່ອຍໆຫາກາງຈືນຈົນໄດ້ເຄື່ອງຄຽງປາແດກທີ່ເຫລືອງງາມ ຈຶ່ງມາເອົາປາແດກທີ່ຈືນໄວ້ມາປະສົມເຂົ້າກັນ ກາຍເປັນທອດປາແດກເຄື່ອງທີ່ກໍາລັງໄດ້ຮັບຄວາມນິຍົມໃນປັດຈຸບັນນີ້ ຊຶ່ງແຕ່ລະມື້ມີລູກຄ້າມາຊື້ບໍ່ຂາດສາຍຈົນເຮັດໃຫ້ເດືອນໜຶ່ງສາມາດຂາຍໄດ້ 400-500 ກິໂລ ສໍາລັບ ຍອດການຜະລິດນີ້ ກໍຖືວ່າຢູ່ໄດ້, ແຕ່ໃນອະນາຄົດຕົນເອງກໍຫວັງວ່າຍອດຂາຍຈະເພີ່ມຂຶ້ນເລື້ອຍໆ.
ທ່ານນາງ ພອນທິບ ເວົ້າເສີມວ່າ: ຕົນເອງມີຄວາມພາກພູມໃຈຫລາຍທີ່ໄດ້ນໍາເອົາຜະລິດຕະພັນມາປະກອບສ່ວນໃນງານຫັດຖະກໍາລາວ ປີນີ້ ທັງເຮັດໃຫ້ສັງຄົມໄດ້ຮັບຮູ້ສິນຄ້າຫລາຍຂຶ້ນ ໂດຍສະເພາະແມ່ນທອດປາແດກເຄື່ອງທີ່ມີຜົນຕອບຮັບດີຫລາຍເອົາມາເທົ່າໃດກໍໝົດ. ນີ້ຄືໜຶ່ງຄວາມພາກ ພູມໃຈຂອງຜູ້ປະກອບການລາວທີ່ເຫັນຄົນລາວສະໜັບສະໜູນຜະລິດຕະພັນລາວຫລາຍຂຶ້ນ ແລະ ຫວັງຢ່າງຍິງວ່າທຸກໆສິນຄ້າຂອງຄົນລາວຈະໄດ້ຜົນຕອບຮັບທີ່ດີແບບນີ້ຕະຫລອດໄປ. ເອົາເປັນວ່າຖ້າຫາກທ່ານໃດສົນໃຈເປັນຕົວແທນຈໍາໜ່າຍຜະລິດຕະພັນຂອງແມ່ ພອນທິບ ສາມາດພົວພັນໄດ້ທີ່ໝາຍເລກໂທລະສັບ : 020 55828699; 020 52707778; 030 5050729 ຫລື ຊື້ຕາມຮ້ານຄ້າໂຊກໄຊ, ໂຊກທະວີ ແລະ ຊື້ຜ່ານແອັບ deemall.
ໂດຍ: ສາວຜູ້ໄທ
KPL