ຂປລ
ຂປລ. ຄວາມດຸໝັ່ນ ແລະ ການຮູ້ຈັກໃຊ້ເວລາວ່າງໃຫ້ເປັນປະໂຫຍດແມ່ນສິ່ງທີ່ປີ້ນຊີວິດຈາກຄອບຄົວທີ່ເຄີຍຂາດເຂີນສູ່ຄວາມຮັ່ງມີ ແລະ ໝັ້ນຄົງ

ຂປລ. ຄວາມດຸໝັ່ນ ແລະ ການຮູ້ຈັກໃຊ້ເວລາວ່າງໃຫ້ເປັນປະໂຫຍດແມ່ນສິ່ງທີ່ປີ້ນຊີວິດຈາກຄອບຄົວທີ່ເຄີຍຂາດເຂີນສູ່ຄວາມຮັ່ງມີ ແລະ ໝັ້ນຄົງ ນີ້ແມ່ນຄວາມຈິງໃນການສ້າງເສດຖະກິດຄອບຄົວ ຂອງທ່ານ ໃຈພອນ ຊົ່ງ ພະນັກງານຄູຜູ້ເປັນແມ່ພິມຂອງຊາດ ປະຈຳຢູ່ໂຮງຮຽນບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ຜູ້ທີ່ພິສູດໃຫ້ເຫັນວ່າອາຊີບລັດຖະກອນສາມາດປະຕິ ບັດໄປຄຽງຄູ່ກັບການພັດທະນາເສດຖະກິດຄອບຄົວໄດ້ຢ່າງຍືນຍົງ.
ທ່ານ ໃຈພອນ ຊົ່ງ ເລົ່າຊີວິດຄືນຫລັງສູ່ຟັງວ່າ: ຈາກຄວາມຂາດເຂີນສູ່ຈຸດເລີ່ມຕົ້ນສ້າງອາຊີບເສີມ ຊຶ່ງໃນເມື່ອກ່ອນຕົນໄດ້ປະສົບກັບສິ່ງທ້າທາຍທາງດ້ານເສດຖະກິດເນື່ອງຈາກມີອາຊີບສອນໜັງສືພຽງຢ່າງດຽວເຮັດໃຫ້ລາຍຮັບພຽງແຕ່ກຸ້ມກິນ ແລະ ພົບກັບຄວາມຂາດເຂີນໃນເວລາຕ້ອງໃຊ້ຈ່າຍສຳຄັນ. ແຕ່ດ້ວຍວິໄສທັດທີ່ກວ້າງໄກ ແລະ ຄວາມອົດທົນ, ຈຶ່ງໄດ້ຕັດສິນໃຈໃຊ້ເວລາຫວ່າງນອກໂມງການບຸກເບີກເນື້ອທີ່ກວ່າ 5 ເຮັກຕາ ເພື່ອລົງທຶນປູກຢາງພາລາ ຈຳນວນ 2.000 ກວ່າຕົ້ນ ຊຶ່ງເບື້ອງຕົ້ນກໍໄດ້ຜ່ານຜ່າຄວາມຍາກລຳບາກໃນການບຳລຸງຮັກສາຕົ້ນຢາງຍັງນ້ອຍ, ແຕ່ມາຮອດປັດຈຸບັນສວນຢາງດັ່ງ ກ່າວໄດ້ເຕີບໃຫຍ່ ແລະ ສາມາດເປີດໜ້າຢາງຂີດຕົວຈິງໄດ້ແລ້ວ 1.000 ຕົ້ນ. ກ່ຽວກັບຜົນຜະລິດ, ທ່ານ ໃຈພອນ ໄດ້ເປີດເຜີຍດ້ວຍຄວາມພາກພູມໃຈວ່າ: ໃນການເກັບກູ້ແຕ່ລະຊຸດ (14 ມື້) ສາມາດຜະລິດນ້ຳຢາງໄດ້ສະເລ່ຍ 20 ເປົາ ໂດຍໃນ 1 ເປົາສະເລ່ຍມີນ້ຳໜັກປະມານ 60 ກິໂລ ຊຶ່ງເມື່ອຄິດໄລ່ເປັນມູນຄ່າແລ້ວດ້ວຍລາຄາຂາຍໃນປັດຈຸບັນທີ່ສະເລ່ຍ 26-27 ພັນກີບຕໍ່ກິໂລ, ສາມາດສ້າງລາຍຮັບເຂົ້າຄອບຄົວຢ່າງເປັນກອບເປັນກຳ ໂດຍຫລັງຈາກຫັກຄ່າໃຊ້ຈ່າຍແລ້ວຍັງມີຜົນກຳໄລສູງເຖິງ 300 ລ້ານກີບຕໍ່ປີ.
ທ່ານ ໃຈພອນ ຊົ່ງ ເລົ່າຕື່ມວ່າ: ຜົນຜະລິດ ແລະ ລາຍໄດ້ຈາກການຂີດຢາງພາລານີ້ ໄດ້ເຂົ້າມາພັດທະນາຊີວິດຂອງຄອບຄົວດີຂຶ້ນຢ່າງກ້າວກະໂດດທັງຍັງມີເງິນສະ ສົມສຳຮອງໄວ້ໃຊ້ຈ່າຍໃນຍາມຈຳເປັນຫລາຍຮ້ອຍລ້ານກີບ. ນອກນີ້ຍັງສາມາດສ້າງເຮືອນຢູ່ອາໄສທີ່ຖາວອນ ແລະ ໝັ້ນຄົງ, ຊື້ ພາຫະນະທີ່ຈຳເປັນມາຮັບໃຊ້ການໄປມາ ແລະ ວຽກງານຂອງຄອບຄົວ, ມີເງິນສົ່ງເສີມໃຫ້ລູກໆໄດ້ຮໍ່າຮຽນສູງໆ ທຽບເທົ່າບ້ານເມືອງອື່ນໆ.
ອາຊີບເສີມຂອງຄູ ໃຈພອນ ຊົ່ງ ຖືເປັນບົດຮຽນ ແລະ ແບບຢ່າງອັນລ້ຳຄ່າໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຊຶ່ງສະແດງໃຫ້ເຫັນວ່າຄວາມດຸ ໝັ່ນຂະຫຍາຍພຽນ ແລະ ການບໍ່ຄອຍຖ້າໂອກາດຫາກແຕ່ລົງມືເຮັດຢ່າງຈິງຈັງຍ່ອມສ້າງຄວາມສຳເລັດ ແລະ ຄວາມຜາສຸກທີ່ຖາວອນໃຫ້ແກ່ຄອບຄົວໄດ້ສະເໝີ.
ໂດຍ: ເຂົ້າຈານນຳ້
KPL