ຂປລ
ຂປລ. ຖ້າເອີ່ຍເຖິງແຫລ່ງທ່ອງທ່ຽວທຳມະຊາດທາງພາກໃຕ້ທີ່ມີຄວາມງົດງາມ, ຍິ່ງໃຫຍ່ ແລະ ມີສະເໜ່ໂດດເດັ່ນສະເພາະຕົວແລ້ວເຊື່ອວ່ານ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ

ຂປລ. ຖ້າເອີ່ຍເຖິງແຫລ່ງທ່ອງທ່ຽວທຳມະຊາດທາງພາກໃຕ້ທີ່ມີຄວາມງົດງາມ, ຍິ່ງໃຫຍ່ ແລະ ມີສະເໜ່ໂດດເດັ່ນສະເພາະຕົວແລ້ວເຊື່ອວ່ານ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ຢູ່ເມືອງໂຂງ ແຂວງຈຳປາສັກ ຖືເປັນສອງຈຸດໝາຍປາຍທາງການທ່ອງທ່ຽວທີ່ທ່ານບໍ່ຄວນພາດ ຊຶ່ງແຫລ່ງທ່ອງທ່ຽວທັງສອງແຫ່ງນີ້ມີຄວາມໂດດເດັ່ນດ້ວຍສາຍນ້ຳທີ່ໄຫລຜ່ານແກ້ງຫີນທີ່ທຳມະຊາດສ້າງຂຶ້ນມາກາຍເປັນທິວທັດທີ່ສ້າງຄວາມຕື່ນຕາຕື່ນໃຈ ແລະ ດຶງດູດຈິດໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາຢ້ຽມຊົມເປັນຈຳນວນຫລາຍໃນແຕ່ລະປີ.
ນ້ຳຕົກຕາດຄອນພະເພັງ ໄດ້ຊື່ວ່າເປັນນ້ຳຕົກຕາດຂະໜາດໃຫຍ່ທີ່ມີຄວາມງົດງາມ,ມີນ້ຳທີ່ໄຫລແຮງຜ່ານແກ້ງຫີນນ້ອຍ-ໃຫຍ່ຢ່າງບໍ່ຂາດສາຍ.ສຽງນ້ຳທີ່ໄຫລລົງຕາມຫວ່າງຫີນປະສົມປະສານກັບລະອອງນ້ຳທີ່ຟົ້ງກະຈາຍໄປທົ່ວບໍລິເວນສ້າງບັນຍາ ກາດທີ່ໜ້າປະທັບໃຈໃຫ້ຜູ້ມາຢ້ຽມຊົມຮູ້ສຶກຕື່ນເຕັ້ນທີ່ຫັນຄວາມມະຫັດສະຈັນຂອງທຳມະຊາດ.ສ່ວນນ້ຳຕົກຕາດສົມພະມິດເປັນອີກໜຶ່ງແຫລ່ງທ່ອງທ່ຽວທຳມະຊາດທີ່ມີສະເໜ່ດ້ວຍສາຍນ້ຳທີ່ໄຫລຜ່ານແກ້ງຫີນຕາມແມ່ນ້ຳຂອງ. ນອກຈາກຄວາມງົດງາມຂອງທຳມະຊາດແລ້ວ, ບໍລິເວນດັ່ງກ່າວຍັງເປັນຈຸດທີ່ເໝາະແກ່ການພັກຜ່ອນ, ຊົມທິວທັດ ແລະ ສຳຜັດບັນຍາກາດຂອງເຂດສີທັນດອນ. ດ້ວຍຄຸນຄ່າທາງທຳມະຊາດ ແລະ ທ່າແຮງດ້ານການທ່ອງທ່ຽວທີ່ສຳຄັນ, ການຄຸ້ມຄອງບໍລິຫານແຫລ່ງທ່ອງທ່ຽວທັງສອງແຫ່ງໃຫ້ມີຄວາມເໝາະສົມ ແລະ ໄດ້ມາດຕະຖານຈຶ່ງເປັນປັດໄຈສຳຄັນຕໍ່ການສ້າງຄວາມປະທັບໃຈແກ່ຜູ້ມາຢ້ຽມຊົມ. ດັ່ງນັ້ນ, ໃນທ້າຍອາທິດຜ່ານມາ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ ໄດ້ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ການຄຸ້ມຄອງບໍລິຫານແຫລ່ງທ່ອງທ່ຽວທັງ 2 ແຫ່ງນີ້, ພ້ອມທັງຕິດຕາມການດຳເນີນງານຂອງບັນດາຫົວໜ່ວຍທຸລະກິດພາຍໃນເຂດພັດທະນາເສດຖະກິດໃໝ່ສີທັນດອນ ໂດຍມີທ່ານ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ, ທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກໍາມະການປົກຄອງເມືອງໂຂງ ພ້ອມດ້ວຍພະແນກການຂອງແຂວງ, ຫ້ອງການກ່ຽວຂ້ອງຂອງເມືອງ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດທີ່ດຳເນີນກິດຈະການຢູ່ໃນເຂດດັ່ງກ່າວ ເຂົ້າຮ່ວມ.
ການລົງພື້ນທີ່ໃນຄັ້ງນີ້, ກໍເພື່ອຕິດຕາມການຈັດຕັ້ງຄຸ້ມຄອງ, ການບໍລິຫານ, ການດຳເນີນງານຂອງບໍລິສັດຄຸ້ມຄອງບໍລິຫານແຫລ່ງທ່ອງທ່ຽວສີທັນດອນ ຈຳກັດ ແລະ ບໍລິສັດ ທ່ອງທ່ຽວ ຄຣິນແອັດແວນເຈີ ຈຳກັດຜູ້ດຽວ. ພ້ອມນີ້, ກໍເພື່ອ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ 3 ເນື້ອໃນສຳຄັນ ຄື: ການດຳເນີນໂຄງການຂອງບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ; ການຄຸ້ມຄອງບໍລິຫານ 2 ແຫລ່ງທ່ອງທ່ຽວ ແລະ ການຈັດຕັ້ງປະຕິບັດໂຄງການຂອງບັນດາຫົວໜ່ວຍທຸລະກິດທີ່ດຳເນີນກິດຈະການຢູ່ໃນເຂດພັດທະນາເສດຖະກິດໃໝ່ ສີທັນດອນ.
ທ່ານ ກໍລະກັນ ຄໍາມະວົງ ໃຫ້ຮູ້ວ່າ: ການລົງຕິດຕາມຄັ້ງນີ້, ເປັນການປະສານສົມທົບລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອກວດກາຄວາມຄືບໜ້າ, ຮັບຟັງລາຍງານຜົນການດຳເນີນງານ, ປຶກສາຫາລືບັນຫາຄົງຄ້າງ ແລະ ກຳນົດທິດທາງແກ້ໄຂຮ່ວມກັນ ເພື່ອໃຫ້ບັນດາໂຄງການລົງທຶນສາມາດດຳເນີນໄປຕາມສັນຍາ ແລະ ລະ ບຽບກົດໝາຍ, ພ້ອມທັງຊຸກຍູ້ການພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງສ້າງລາຍຮັບໃຫ້ປະ ຊາຊົນ ແລະ ສັງຄົມໂດຍລວມ.
ນ້ຳຕົກຕາດຄອນພະເພັງ ແລະ ສົມພະມິດ ຈຶ່ງບໍ່ແມ່ນພຽງແຕ່ສອງນ້ຳຕົກຕາດທີ່ມີຄວາມງົດງາມທາງທຳມະຊາດເທົ່ານັ້ນ, ແຕ່ຍັງເປັນຊັບພະຍາກອນທ່ອງທ່ຽວອັນລ້ຳຄ່າທີ່ຄວນໄດ້ຮັບການປົກປັກຮັກສາ, ຄຸ້ມຄອງ ແລະ ພັດທະນາເພື່ອໃຫ້ຄວາມງົດງາມຂອງສີທັນດອນຢູ່ຄູ່ກັບຜືນແຜ່ນດິນລາວ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມຕະຫລອດໄປ.

KPL