ຂປລ
ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.
ທ່ານ ສົມສະຫວາດ ພົງສາ ໄດ້ກ່າວວ່າ: ພະຍາດໂປລີໂອ ແມ່ນພະຍາດອັນຕະລາຍທີ່ສົ່ງຜົນກະທົບຮ້າຍແຮງຕໍ່ເດັກນ້ອຍ ແລະ ເປັນສາເຫດຂອງຄວາມພິການຢ່າງຖາວອນແກ່ເດັກ. ສະນັ້ນ, ການສ້າງພູມຄຸ້ມກັນດ້ວຍການຮັບວັກຊິນຕາມກຳນົດ ແມ່ນມາດຕະການທີ່ສຳຄັນທີ່ສຸດໃນການປົກປ້ອງສຸຂະພາບຂອງເດັກ ແລະ ຮັກສາຜົນສຳເລັດດ້ານການປ້ອງກັນພະຍາດໂປລີໂອຂອງປະເທດເຮົາ. ກະຊວງສາທາລະນະສຸກ ພ້ອມດ້ວຍຄູ່ຮ່ວມພັດທະນາໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງໃນການຈັດຕັ້ງປະຕິບັດບັ້ນການຢອດວັກຊິນໂປລີໂອ ເພື່ອປົກປ້ອງເດັກນ້ອຍລາວທຸກຄົນບໍ່ໃຫ້ເປັນພະຍາດນີ້. ໃນຂະບວນການຢອດວັກຊິນຮອບທີ 3 ນີ້, ນອກຈາກການກະກຽມດ້ານການແພດ ແລະ ການບໍລິການແລ້ວ, ການໂຄສະນາທີ່ຖືກຕ້ອງ, ຊັດເຈນ, ທັນເວລາ ແລະ ເຂົ້າເຖິງປະຊາຊົນ ແມ່ນປັດໄຈສຳຄັນທີ່ຈະຊ່ວຍໃຫ້ພໍ່ແມ່ ແລະ ຜູ້ປົກຄອງເຂົ້າໃຈເຖິງຄວາມຈຳເປັນຂອງການຮັບວັກຊິນ ແລະ ນຳພາລູກຫຼານໄປຮັບວັກຊິນຕາມການແນະນຳຂອງພະນັກງານສາທາລະນະສຸກ.
ສະນັ້ນ, ສື່ມວນຊົນຈຶ່ງມີບົດບາດສຳຄັນແຖວໜ້າໃນການເປັນກະບອກສຽງທີ່ໜ້າເຊື່ອຖື ເພື່ອເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ, ຕອບໂຕ້ຂ່າວປອມ ຫຼື ຂ່າວລືທີ່ຜິດພາດ ແລະ ສ້າງຄວາມເຂົ້າໃຈອັນເລິກເຊິ່ງໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອກະຕຸກຊຸກຍູ້ໃຫ້ພວກກ່ຽວນຳພາລູກຫຼານມາຮັບວັກຊິນໃຫ້ຄົບຖ້ວນ. ສື່ມວນຊົນບໍ່ພຽງແຕ່ມີໜ້າທີ່ລາຍງານຂ່າວສານເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ສຳຄັນລະຫວ່າງພາກລັດ, ຂະແໜງສາທາລະນະສຸກ ແລະ ປະຊາຊົນ ໃນການສ້າງຄວາມຮັບຮູ້, ແກ້ໄຂຄວາມເຂົ້າໃຈຜິດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການບໍລິການວັກຊິນ ໂດຍສະເພາະສື່ມວນຊົນທ້ອງຖິ່ນມີຄວາມສຳຄັນຢ່າງຍິ່ງ ເພາະມີຄວາມໃກ້ຊິດກັບປະຊາຊົນ, ເຂົ້າໃຈພາສາ, ວັດທະນະທຳ ແລະ ສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ການນຳໃຊ້ວິທະຍຸ, ໂທລະພາບ, ສື່ອອນລາຍ ແລະ ລະບົບກະຈາຍສຽງຂັ້ນບ້ານໃຫ້ສອດຄ່ອງກັບສະພາບຕົວຈິງ ຈະຊ່ວຍໃຫ້ຂໍ້ມູນຂ່າວສານເຂົ້າເຖິງຄອບຄົວ ແລະ ຊຸມຊົນຢ່າງກວ້າງຂວາງຍິ່ງຂຶ້ນ.
ນອກຈາກວຽກງານໂປລີໂອແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີເອກະສານແຜນງານການຮ່ວມມືລະດັບປະເທດ (CPD) 2027-2031 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNICEF ຊຶ່ງເປັນຍຸດທະສາດໃນການສົ່ງເສີມສິດທິ, ສຸຂະພາບ, ໂພຊະນາການ, ການສຶກສາ ແລະ ການປົກປ້ອງເດັກ, ພ້ອມທັງໄດ້ຮຽນຮູ້ກ່ຽວກັບຈັນຍາບັນໃນການລາຍງານຂ່າວທີ່ກ່ຽວຂ້ອງກັບເດັກນ້ອຍ ເພື່ອໃຫ້ມີຄວາມຖືກຕ້ອງ ແລະ ຄຳນຶງເຖິງຜົນປະໂຫຍດສູງສຸດຂອງເດັກນ້ອຍ.
ຂ່າວ: ຢ່າຕົ່ງ
KPL