ຂປລ
ວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ຂປລ. ໃນພາກເປີດກອງປະຊຸມປະກອບມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າລະດັບສູງຂອງປະເທດຕ່າງໆໃນທົ່ວໂລກ ເຂົ້າຮ່ວມ. ໃນນັ້ນ, ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ກ່າວປາໄສໂດຍໄດ້ຕີລາຄາສະພາບການໂລກ ແລະ ເນັ້ນໜັກໃຫ້ເຫັນ 4 ບົດທົດສອບອໍານາດຂອງໂລກ ຄື: ບົດທົດສອບດ້ານສັນຕິພາບ ແລະ ຄວາມປອດໄພ ໂດຍຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການຊ່ວຍເຫລືອດ້ານມະ ນຸດສະທຳ; ດ້ານຄວາມບໍ່ສະເໝີພາບ ໄດ້ເນັ້ນຢໍ້າເຖິງການແກ້ໄຂບັນຫາໂຄງສ້າງການເງິນສາກົນ, ສະໜັບສະໜູນການຜ່ອນຜັນໜີ້ສິນ ແລະ ເສີມສ້າງໂອກາດທີ່ເທົ່າທຽມ ໂດຍສະເພາະໃຫ້ແກ່ແມ່ຍິງ; ດ້ານວິກິດການ ການປ່ຽນແປງດິນຟ້າອາກາດ ໄດ້ຮຽກຮ້ອງໃຫ້ເລັ່ງລັດການຫັນປ່ຽນອອກຈາກການນໍາ ໃຊ້ເຊື້ອໄຟຟອດຊິນ, ເພີ່ມການສະໜອງທາງການເງິນ ເພື່ອການປັບຕົວຕໍ່ສະພາບດິນຟ້າອາກາດຢ່າງເປັນທໍາ; ດ້ານ AI ໄດ້ຍົກໃຫ້ເຫັນວ່າເປັນອໍານາດຮູບແບບໃໝ່ທີ່ມີການພັດທະນາຢ່າງວ່ອງໄວ ແລະ ອາດສ້າງຄວາມສ່ຽງຖ້າຫາກຂາດການຄຸ້ມຄອງທີ່ດີ ແລະ ຂາດຄວາມໂປ່ງໃສ. ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນການຄຸ້ມຄອງຄວາມສ່ຽງດ້ານ AI ແລະ ຮັບປະກັນໃຫ້ AI ສາມາດຮັບໃຊ້ມວນມະນຸດ ເພື່ອສ້າງອະນາຄົດໃຫ້ມີສັນຕິພາບ, ຄວາມຍຸຕິທຳ ແລະ ເປັນປະໂຫຍດແກ່ທຸກຄົນ. ໃນໂອກາດດຽວກັນ, ທ່ານ ຄາລີເລີ ຣາມານ (Khalilur Rahman) ປະທານກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 81 ກໍໄດ້ ເນັ້ນໃສ່ 7 ເນື້ອໃນສໍາຄັນຄື: ການຟື້ນຟູຄວາມເຊື່ອໝັ້ນຕໍ່ອົງການ ສປຊ; ການຮັກສາສັນຕິພາບ ແລະ ຄວາມປອດໄພ; ການປະຕິຮູບສະພາຄວາມໝັ້ນຄົງ ສປຊ; ເລັ່ງລັດການພັດທະນາ; ສິດທິມະນຸດ ແລະ AI; ການປັບປຸງການດຳເນີນງານຂອງສປຊ; ການສົ່ງເສີມຄວາມຮ່ວມມືແບບຮອບດ້ານ ໂດຍການມີສ່ວນຮ່ວມຈາກຫລາຍພາກສ່ວນ.
ພ້ອມນັ້ນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເຄື່ອນໄຫວພົບປະນອກຮອບກັບບັນດາຄູ່ຮ່ວມຕໍາແໜ່ງ ກໍຄື ລັດຖະມົນຕີຕ່າງປະເທດຣູມານີ, ອິນໂດເນເຊຍ, ຕີມໍແລັດສະເຕ, ມົງໂກລີ ແລະ ກຽກກິດສະຖານ ຊຶ່ງການພົບປະດັ່ງກ່າວ, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ໃນວັນດຽວກັນ, ຕາມການມອບໝາຍຂອງ ທ່ານຮອງນາຍົກລັດຖະມົນຕີ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ພັນທະມິດພາກພື້ນປາຊີຟິກ (ASEAN-Pacific Alliance Foreign Minister Meeting) ຄັ້ງທໍາອິດ, ຖືເປັນບາດກ້າວສໍາຄັນປະຫວັດສາດ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງອົງການຈັດຕັ້ງພາກພື້ນ. ກອງປະຊຸມໄດ້ຕົກລົງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການພັດທະນາແບບຍືນຍົງ, ການເຊື່ອມຈອດ, ເສດຖະກິດດີຈິຕອນ ແລະ ວັດທະນະທຳ. ພ້ອມດຽວກັນ, ການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ຍັງໄດ້ສະແດງເຖິງການປະຕິບັດຕາມບົດບາດຢ່າງຕັ້ງໜ້າ ແລະ ການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມື ອາຊຽນ-ພັນທະມິດພາກພື້ນປາຊີຟິກ.
ສຳລັບ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ໃນວັນທີ 26 ກັນຍາ 2026. ກອງປະຊຸມດັ່ງກ່າວ, ຈະສືບຕໍ່ດຳເນີນໄປຈົນຮອດວັນທີ 28 ກັນຍາ 2026.
KPL