ຂປລ
ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງ ສປ ຈີນ ກັບ ທະນາຄານແຫ່ງ ສປປ ລາວ ໄດ້ ເປີດການເຊື່ອມຕໍ່ການຊຳລະເງິນດິຈິຕອນຂ້າມຊາດ ຢູ່ນະຄອນໜານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງ ສປ ຈີນ, ພົນລະເມືອງຈີນ ທີ່ຖືເງິນຢວນດິຈິຕອນ (e-CNY)ສາມາດຊຳລະເງິນ ດ້ວຍການສະແກນ QR CODEຢູ່ຮ້ານຄ້າຂອງລາວ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງ ສປ ຈີນ ກັບ ທະນາຄານແຫ່ງ ສປປ ລາວ ໄດ້ ເປີດການເຊື່ອມຕໍ່ການຊຳລະເງິນດິຈິຕອນຂ້າມຊາດ ຢູ່ນະຄອນໜານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງ ສປ ຈີນ, ພົນລະເມືອງຈີນ ທີ່ຖືເງິນຢວນດິຈິຕອນ (e-CNY)ສາມາດຊຳລະເງິນ ດ້ວຍການສະແກນ QR CODEຢູ່ຮ້ານຄ້າຂອງລາວ, ພ້ອມກັນນັ້ນ, ທະນາຄານທຸລະກິດຊຸດທຳອິດ ຂອງສອງປະເທດລາວ-ຈີນ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ສາມາດໃຫ້ການບໍລິການທາງການເງິນແບບໃໝ່ ໃນການຄ້າຂ້າມຊາດ CBETS (Cross-border e-CNY Transfer Services)ແລະ ການລົງທຶນ ແລະ ລະດົມທຶນ ແບບປະສົມປະສານ, ໂດຍຈະສະໜອງ ການບໍລິການ ດ້ານການທະນາຄານຂ້າມຊາດ ທີ່ມີປະສິດທິພາບ ສູງກວ່າເກົ່າ ຕົ້ນທຶນຕ່ຳກວ່າເກົ່າ ແລະ ມີຂັ້ນຕອນກະທັດຮັດກວ່າເກົ່າ ໃຫ້ແກ່ ວິສາຫະກິດ, ອຳນວຍຄວາມສະດວກໃຫ້ແກ່ ການໄປມາຫາສູ່ກັນ ຂອງປະຊາຊົນ ແລະ ເສດຖະກິດການຄ້າ ລະຫວ່າງ ສປ ຈີນ ກັບປະເທດ ສະມາຊິກອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL