ຂປລ
ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ງານສະເຫຼີມສະຫຼອງບຸນໄຫວ້ພະຈັນໃນຄັ້ງນີ້ ຈັດຫຼາຍກິດຈະກຳ ເປັນຕົ້ນ ອ່ານບົດກະວີ ລາວ-ຈີນ ຈາກສູນວັດທະນະທຳຈີນ ແລະ ນັກສຶກສາລາວ ຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ພ້ອມທັງສະແດງສິລະປະ (ຟ້ອນ, ຮ້ອງເພງລວມໝູ່, ສະແດງກັງຟູຈີນ, ສະແດງງິ້ວຈີນ ແລະ ອື່ນໆ) ຊຶ່ງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ເຂົ້າຮ່ວມງານຢ່າງຄຶກຄື້ນ.
ໂອກາດນີ້, ທ່ານ ຫຼົວ ເວີ້ຍຈ້ຽນ ໄດ້ກ່າວວ່າ: ກະວີຈີນມີຄວາມໝາຍໃນພາສາລາວວ່າ: “ແສງຈັນເປັ່ງປະກາຍຂຶ້ນເໜືອທະເລ ຜູ້ຢູ່ສຸດຂອບຟ້າກໍຮ່ວມຊົມພະຈັນດວງດຽວກັນ.” ເມື່ອ 1.300 ກວ່າປີກ່ອນ ທ່ານ ຈ່າງ ຈິວຫຼິງ ໄດ້ຈາລຶກຖ້ອຍຄຳນີ້ໄວ້ພາຍໃຕ້ແສງຈັນໃນດິນແດນຫຼິງໜານ, ກະວີດັ່ງກ່າວ ບໍ່ມີພົມແດນ ແລະ ບໍ່ມີຄວາມແຕກຕ່າງຂອງເວລາ. ໃນປີ 2026 ແມ່ນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ “ປີມິດຕະພາບ ລາວ-ຈີນ”. ຕະຫຼອດໄລຍະ 65 ປີແຫ່ງການຮ່ວມທຸກຮ່ວມສຸກ ແລະ ຜ່ານຜ່າອຸປະສັກມາຮ່ວມກັນ, ຈາກປະເທດບ້ານໃກ້ເຮືອນຄຽງທີ່ “ຮ່ວມດື່ມນ້ຳຈາກແມ່ນ້ຳສາຍດຽວກັນ”, ການຈັບມືຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ສອງຊາດ ລາວ-ຈີນ ໄດ້ຜູກພັນກັນດ້ວຍໃຈ, ປະຕິບັດຕໍ່ກັນດ້ວຍຄວາມຈິງໃຈ, ຊ່ວຍເຫຼືອເກື້ອກູນກັນໃນຍາມປະເຊີນກັບຄວາມທຸກຍາກລຳບາກ ແລະ ຮ່ວມສ້າງຄວາມສຳເລັດໃຫ້ແກ່ກັນໃນເສັ້ນທາງແຫ່ງການພັດທະນາ. ດັ່ງຄຳສຸພາສິດລາວທີ່ວ່າ: ເມື່ອແມ່ນ້ຳໄຫຼລົງສູ່ທະເລ ແສງຈັນກໍຫວນຄືນເຕັມດວງ. ຂະບວນລົດໄຟ ລາວ-ຈີນ ອັນຍາວໄກດັ່ງມັງກອນເຫຼັກທີ່ແລ່ນຜ່ານພູຜາປ່າໄມ້ ໄດ້ປ່ຽນ “ໄລຍະຫ່າງສຸດຂອບຟ້າ” ໃຫ້ກາຍເປັນ “ບ້ານໃກ້ເຮືອນຄຽງ”, ແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງທີ່ໄຫຼຢ່າງບໍ່ຢຸດຢັ້ງ ກໍໄດ້ປ່ຽນຄຳວ່າ “ເພື່ອນບ້ານ” ໃຫ້ກາຍເປັນ “ຍາດຕິພີ່ນ້ອງ”.
ພ້ອມນີ້, ທ່ານ ຫຼົວ ເວີ້ຍຈ້ຽນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງມະຫາວິທະຍາໄລແຫ່ງຊາດລາວ, ໂດຍສະເພາະພາກວິຊາພາສາຈີນ ຕະຫຼອດຫຼາຍປີທີ່ຜ່ານມາ ໄດ້ເປັນເພື່ອນຮ່ວມທາງທີ່ໝັ້ນຄົງ ແລະ ອົບອຸ່ນທີ່ສຸດຂອງສູນວັດທະນະທຳຈີນ ປະຈຳລາວ, ບັນດາທ່ານໄດ້ເປີດປະຕູສູ່ໂລກແຫ່ງຕົວອັກສອນຈີນ ໃຫ້ແກ່ຊາວໜຸ່ມລາວມາຮຸ່ນສູ່ຮຸ່ນ, ເຮັດໃຫ້ພວກເຂົາໄດ້ພົບກັບ ຫຼີ່ໄປ໋ ຜ່ານການອ່ານບົດກະວີ “ຍົກຈອກເຊີນແສງຈັນ” ແລະ ໄດ້ເຂົ້າໃຈປະເທດຈີນ ຜ່ານຄຳຖາມໃນບົດກະວີທີ່ກ່າວວ່າ “ດວງຈັນທີ່ສ່ອງສະຫວ່າງມີມາແຕ່ຍາມໃດ”.
ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ ກໍໄດ້ກ່າວວ່າ: ງານຄັ້ງນີ້ ບໍ່ພຽງແຕ່ເປັນການພົບປະແລກປ່ຽນທາງດ້ານວັດທະນະທຳຈີນຢູ່ຕ່າງປະເທດ, ແຕ່ຍັງເປັນການພົບປະລະຫວ່າງນັກສຶກສາສອງຊາດ ລາວ-ຈີນ ດ້ວຍກັນ, ຍິ່ງເປັນການເພີ່ມມິດຕະພາບທີ່ແໜ້ນແຟ້ນຂອງ ລາວ-ຈີນ ອີກດ້ວຍ, ເປັນການເຮັດໃຫ້ວັດທະນະທຳດ້ານພາສາຈີນ ມີເອກະລັກ ແລະ ມົນສະເໜ່ຍິ່ງກວ່າເກົ່າ, ພ້ອມທັງຫວັງຢ່າງຍິ່ງວ່ານັກສຶກສາລາວ ຈະໄດ້ຮັບຄວາມຮູ້ ແລະ ຮຽນຮູ້ປະສົບການທີ່ດີຈາກກິດຈະກຳໃນຄັ້ງນີ້, ໃຫ້ກາຍເປັນຜູ້ສືບທອດ ແລະ ສືບສານພັດທະນາຕະຫຼອດໄປ.
ທ່ານ ອຸ່ນຫຼ້າ ສີວັນເພັງ ຍັງໃຫ້ຮູ້ອີກວ່າ: ລາວ-ຈີນ ເປັນປະເທດທີ່ມີແມ່ນ້ຳ ແລະ ສາຍພູຕິດຈອດກັນ, ສາຍພົວພັນມິດຕະພາບດັ້ງເດີມມີມາຍາວນານ. ໃນໄລຍະປີຜ່ານມາ, ໄດ້ມີໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ແນວຄິດຂໍ້ລິເລີ່ມການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ເຮັດໃຫ້ການໄປມາຫາສູ່ຂອງປະຊາຊົນສະດວກສະບາຍ, ມີການແລກປ່ຽນດ້ານການສຶກສາ, ວັດທະນະທຳ ແລະ ການຮ່ວມມືຂອງບັນດາຊາວໜຸ່ມສອງຊາດ. ພາສາ ແລະ ວັດທະນະທຳ ເປັນຂົວຕໍ່ທີ່ດີທີ່ສຸດໃນການເຊື່ອມໂຍງຈິດໃຈຂອງປະຊາຊົນ.
ຂ່າວ-ພາບ: ທະນູທອງ
KPL