ຂປລ
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ຈັດຂຶ້ນໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຂປລ. ກອງປະຊຸມ ໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍຊຶ່ງກອງປະຊຸມຄັ້ງນີ້ໄດ້ຄົ້ນຄວ້າ ແລະ ພິຈາລະນາໜັງສືສະເໜີຂອງລັດຖະບານ ເປັນຕົ້ນ ການສະເໜີພິຈາລະນາກ່ຽວກັບການລະດົມທຶນມາພັດທະນາປະເທດ; ພິຈາລະນາກ່ຽວກັບຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍແຮ່ທາດ ທີ່ພົວພັນກັບໂຄງການສຳຫລວດຖ່ານຫີນຢູ່ແຂວງຜົ້ງສາລີ; ພິຈາລະນາຜົນການເຈລະຈາສັນຍາ ເພື່ອຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ຫລົບຫລີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປ ລາວ ກັບ ຮົງກົງ; ພິຈາລະນາການຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ສຳລັບນ້ຳມັນເຊື້ອໄຟ; ຮັບຟັງລາຍງານຜົນການກວດກາເນື້ອໃນຮອບດ້ານ 5 ຮ່າງກົດໝາຍສະບັບປັບປຸງ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ຄື: ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດໝາຍວ່າດ້ວຍລັດຖະບານ ແລະ ກົດໝາຍວ່າດ້ວຍການບິນພົນລະເຮືອນ.
ນອກຈາກນັ້ນ, ກອງປະຊຸມຍັງ ໄດ້ຮັບຟັງລາຍງານກ່ຽວກັບຄວາມພ້ອມການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ແລະ ວຽກງານບຸກຄະລາກອນຈຳນວນໜຶ່ງຂອງ ສພຊ.
ຂ່າວ: ອາລິນ ສຸພິມມະປະດິດ
KPL